ລັດຖະມົນຕີ ກວຕ ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງ ຫົວໜ້າສະຖາບັນ ເຕັກໂນໂລຊີ ກະສິກຳ ແລະ ນິເວດວິທະຍາ, ມະຫາວິທະຍາໄລຊູໂຈ, ສປ ຈີນ
ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການ ສູນກາງພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກ
ໂນໂລຊີ (ກວຕ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ SHI-QING XU, ຫົວໜ້າສະຖາບັນ ເຕັກໂນໂລຊີກະສິກຳ ແລະ ນິເວດວິທະຍາ, ມະຫາວິທະຍາໄລຊູໂຈ, ສປ ຈີນ ພ້ອມດ້ວຍຄະນະຊ່ຽວຊານໃນໂອ ກາດເດີນທາງມາເຮັດວຽກ ແລະ ຢ້ຽມຢາມຢູ່ ສປປ ລາວ ໃນລະຫວ່າງວັນທີ 23-30 ກໍລະກົດ 2018 ທີ່ຫ້ອງຮັບແຂກ ກວຕ.
ໂອກາດດຽວກັນນີ້, ທ່ານ ລັດຖະມົນຕີ ກວຕ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ເປັນກຽດ ທີ່ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ SHI-QING XU, ຫົວໜ້າ ສະຖາບັນເຕັກໂນໂລຊີກະສິກຳ ແລະ ນິເວດວິທະຍາ, ມະຫາວິທະຍາໄລຊູໂຈ, ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຮັດວຽກ ແລະ ຢ້ຽມຢາມຢູ່ສປປລາວໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງລັດຖະ ບານ ລາວ-ຈີນ ເວົ້າລວມເວົ້າສະເພາະ ແມ່ນການຮ່ວມມື ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກັບມະຫາວິທະຍາໄລຊູໂຈ ສປ ຈີນ.
ທ່ານກ່າວອີກວ່າການຮ່ວມມື ລະຫວ່າງ ສະຖາບັນນິເວດວິທະຍາ ແລະ ເຕັກໂນ ໂລຊີຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມະຫາວິທະ ຍາໄລຊູໂຈໃນໂຄງການພັດທະນາການປູກມອນ-ລ້ຽງມ້ອນ ເປັນອຸດສາຫະກຳ ແລະ ທັນສະໄ ໝແມ່ນມີຄວາມໝາຍສຳຄັນ ເພື່ອການຄົ້ນຄວ້າພັດທະນາ, ການຖ່າຍທອດ ເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ ແລະ ການສົ່ງເສີມການຜະລິດເປັນອຸດສາຫະກຳ ແລະ ເປັນສິນຄ້າ.ໂດຍໃຫ້ກຳນົດເປັນໂຄງການລະອຽດຮ່ວມກັນ ເພື່ອນຳສະເໜີຂໍການສະໜັບສະໜູນການຈັດຕັ້ງປະຕິບັດໂຄງການ ຈາກ ລັດຖະບານ ສປ ຈີນ.
ໂອກາດດຽວກັນນີ້ ທ່ານ SHI-QING XU, ຫົວໜ້າສະຖາບັນເຕັກໂນໂລຊີກະສິກຳ ແລະ ນິເວດວິທະຍາ, ມະຫາວິທະຍາໄລຊູໂຈ, ສປຈີນສະແດງຄວາມ ຂອບໃຈຕໍ່ ທ່ານລັດຖະມົນຕີ ກວຕ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວວ່າ ມະຫາວິທະຍາໄລຊູໂຈ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ກຳນົດໂຄງການ ຮ່ວມມືນຳກັນໃນຂົງເຂດການປູກມອນ-ລ້ຽງມ້ອນ ແລະ ການສ້າງເປັນຜະລິດຕະພັນຕ່າງໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃນຕໍ່ໜ້າ.