ຄວາມຮູ້ພື້ນຖານຫຼຸດຜ່ອນອາການໄອ, ເປັນໄຂ້ ແລະ ເຈັບທ້ອງ ປະຈຳເດືອນຈະມາປົກະຕິ
ວິທີການບຳລຸງຮັກສາຮ່າງກາຍແບບບູຮານແມ່ນມີຫຼາຍວິທີ; ບາງທີ່ກໍສາມາດເຮັດໃຫ້ເຮົາເຊົາຈາກພະຍາດຕ່າງໆໄດ້
ຊຶ່ງແລ້ວແຕ່ສະພາບຂອງຮ່າງກາຍຂອງໃຜລາວ.
ມື້ນີ້, ພວກເຮົາຂໍແນະນຳອີກໜຶ່ງວິທີທີ່ອາດຈະຊ່ວຍຮັກສາອາການເຈັບ ຫຼື ໂຣກຕ່າງໆ ໄດ້ຫຼາຍເຊັ່ນ: ໄຂ້ຫວັດໃຫຍ່, ໄອ, ອາການເຈັບທ້ອງຂະນະທີ່ມີປະຈຳເດືອນ ແລະ ເຈັບທ້ອງປົກກະຕິ ພຽງແຕ່ໃຊ້ສຳລີຈຸ່ມແອນກໍຮໍທີ່ມີຄວາມເຂັ້ມປະມານ 50 % ຍັດໃສ່ສະບື ກໍສາມາດລົດອາການເຫຼົ່ານີ້ໄດ້.
ວິທີຮັກສາ: ນຳເອົາສຳລີເຮັດເປັນກ້ອນສຳໂປ້ມື 1 ກ້ອນ, ຈຸ່ມໃສ່ແອນກໍຮໍທີ່ມີຄວາມເຂັ້ມປະມານ 50 % ໃຫ້ຊຸ່ມພໍປະມານ ຈາກນັ້ນໃຫ້ນຳເອົາສຳລີດັ່ງກ່າວໄປຍັດໃສ່ສະບືໄວ້. ໃນເວລາບໍ່ດົນຕໍ່ມາ, ເຮົາຈະຮູ້ສຶກມີແຮງ. ຂະນະດຽວກັນ, ຄວາມເຈັບປວດ ກໍຈະເລີ່ມຄ່ອຍໆເຊົາໄປ.
ພ້ອມນັ້ນ, ວິທີນິີ້ກໍເປັນວິທີໜຶ່ງທີ່ດີຫຼາຍໃນການຮັກສາອາການບາດເຈັບຂອງກ້າມຊີ້ນ ແລະອາການມຶນຈັງຖືວ່າເປັນການແກ້ບັນຫາອີກທາງໜຶ່ງທີ່ດີຕາມທາງການແພດແຜນບູຮານເນື່ອງຈາກວິທີນີ້ບໍ່ມີຜົນຂ້າງຄ່ຽງໃດໆ.
ຖ້າຫາກວ່າເຮົາເປັນໂຣກໄຂ້ຫວັດໃຫຍ່ ຫຼື ໄຂ້ຫວັດຂຶ້ນມາ ສິ່ງທີ່ຕ້ອງເຮັດ ກໍຄືເອົາສຳລີເປັນກ້ອນສຳໂປ້ມື ຈຸ່ມໃສ່ແອນກໍຮໍ ແລ້ວບີບນໍ້າອອກພໍໃຫ້ຊຸ່ມ; ຫຼັງຈາກນັ້ນກໍນຳໄປຍັດໃສ່ສະບື ແລະ ເພຶ່ອເພີ່ມຄວາມໝັ່ນໃຈບໍ່ໃຫ້ສຳລີຫຼຸດອອກມາ ກໍຄວນໃຊ້ສຳລີທີ່ຂະໜາດໃຫຍ່ພໍດີກັບສະບື ຫຼື ອາດຈະໃຊ້ຟັດສະເຕີຕິດໄວ້.
ສ່ວນຜູ້ໃດທີ່ຕ້ອງການເຊົາຈາກການເຈັບທ້ອງປະຈຳເດືອນ ແລະ ເຈັບທ້ອງປົກກະຕິ ຄວນໃຊ້ສຳລີຈຸ່ມນໍ້າແອນກໍຮໍ, ແລ້ວນອນຫງາຍ, ຫຼັງຈາກນັ້ນກໍເອົາສໍາລີຍັດໃສ່ສະບືຄ່ອຍໆ. ຖ້າຕົນເອງບໍ່ສາມາດເຮັດເອງໄດ້ ກໍສາມາດຫາຄົນອຶ່ນເຮັດໃຫ້. ຖ້າເຮັດຕາມການແນະນຳຄືແນວນີ້ ກໍຈະເຮັດໃຫ້ອາການເຈັບຕ່າງໆເຫຼົ້ານີ້ກໍຈະຄ່ອຍໆເຊົາໄປ ແລະ ການເຮັດແນວນີ້ກໍຈະບໍ່ມີຜົນຂ້າງຄ່ຽງຕໍ່ຮ່າງກາຍ.
ຂໍ້ມູນຈາກ: thaiza.com
ຮຽບຮຽງໂດຍ: ພອນສະຫວັນ ສຸວັນນະວົງ