xvideos2 sex download pornvixx
ເບ້ຍຕົ້ນຕາເວັນອ່ອນແຫຼ່ງສານອາຫານເພື່ອສຸຂະພາບ
ເບ້ຍຕົ້ນຕາເວັນອ່ອນເປັນພືດທີ່ ມີແຫຼ່ງໄຂມັນຊະນິດທີ່ດີຕໍ່ຮ່າງກາຍ, ມີໃຍອາຫານທີ່ມີປະໂຫຍດ ຕໍ່ລະບົບຂັບ
ຕົ້ນດອກຕາເວັນອ່ອນມີໂປຣຕີນຫຼາຍກວ່າຜັກກາດຂຽວເຖິງ 2ເທົ່າ, ມີວິຕາມິນ A,B2,E,D,K, ແລະ ຍັງມີວິ ຕາມິນ A ສູງກວ່ານ້ຳເຂົ້າ ແລະ ຖົ່ວເຫຼືອງ 3ເທົ່າ. ເມື່ອນຳເອົາແກ່ນດອກຕາເວັນມາຕອນທີ່ຍັງອ່ອນໆ ຄຸນ ຄ່າທາງສານອາ ຫານຈະເພີ່ມຂຶ້ນຫຼາຍ ເຊັ່ນ: ມີໂປຣຕີນສູງກວ່າຖົ່ວເຫຼືອງ, ມີວິຕາມິນ A ສູງ, ຊ່ວຍບຳລຸງສາຍຕາ, ຜິວພັນ ແລະ ເຮັດໃຫ້ນານເຖົ້າ.ປະຈຸບັນຕົ້ນອ່ອນຂອງດອກຕາເວັນຖືກນຳ ເອົາໄປເປັນອາຫານ ແລະ ມີສູດການປຸງແຕ່ງຫຼາຍຢ່າງເຊັ່ນ: ຂົ້ວ, ແກງຈືດ ຫຼື ເຮັດເປັນຜັກໃສ່ນຳຍຳສະຫຼັດ, ລວກຈ້ຳແຈ່ວ ຫຼື ໃຊ້ແທນຖົ່ວງອກກໍ່ໄດ້, ຂະບວນການໃນການປູກຕົ້ນດອກຕາເວັນອ່ອນ ນັ້ນງ່າຍໆ ແລະ ບໍ່ຈຳເປັນຕ້ອງໃຊ້ສານເຄມີ ຫຼື ຢາຂ້າແມງໄມ້ໃດໆ ຈຶ່ງເຮັດໃຫ້ເຮົາໝັ້ນໃຈວ່າປອດໄພຈາກສານເຄມີຕົກຄ້າງ. ສຳລັບໄລຍະເວລາການເຕີບໃຫຍ່ຂອງເບ້ຍ ດອກຕາເວັນແມ່ນປະມານ 1-2 ອາທິດກໍ່ສາມາດເກັບມາເປັນອາຫານໄດ້.
ຂໍ້ມູນອ້າງອີງhttp://kitork.com
ຮຽບຮຽງ: ທັດສະນີ ພົງບັນດິດ