ຫຼີກລ້ຽງ 8 ພະຍາດຮ້າຍແຮງງ່າຍໆດ້ວຍການກິນກ້ວຍ
ກ້ວຍຈະເຮັດໃຫ້ 8 ພະຍາດຮ້າຍຕໍ່ໄປນີ້ກາຍເປັນ ເລື່ອງກ້ວຍໆ ສົມຊື່ຖ້າກິນມັນເປັນປະຈຳ ກ້ວຍຂຶ້ນຊື່ວ່າເປັນ ໝາກໄມ້
ທີ່ມະຫັດສະຈັນ ທີ່ຫາກິນໄດ້ງ່າຍ ແລ້ວຍັງມີລາຄາຖືກ ທີ່ສຳຄັນຍັງເປັນຢາຮັກສາໂລກໄດ້ນຳອີກສາ ມາດກິນໄດ້ທຸກມື້ກິນກ້ວຍຫລາຍເທົ່າໃດ ຍິ່ງດີຕໍ່ສຸກຂະພາບຊຶ່ງກ້ວຍຈະຊ່ວຍຮັກສາໂລກດັ່ງຕໍ່ໄປນີ້:
1. ພະຍາດເລືອດຈາງ: ກ້ວຍເປັນໝາກໄມ້ທີ່ມີທາດເຫຼັກສູງຫຼາຍ ແລະ ທາດເຫຼັກນີ້ຈະບໍ່ກະຕຸ້ນການຜະລິດຮີໂມໂກລບິນໃນເມັດເລືອດ ຊ່ວຍໃຫ້ຄົົນທີ່ເປັນພະຍາດເລືອດຈາງກັບມາແຂງແຮງຄືເກົ່າ;
2. ພະຍາດຄວາມດັນເລືອດສູງ: ກ້ວຍໄດ້ຊື່ວ່າມີ ໂພແທດຊຽມ ສູງທີ່ສຸດໃນບັນດາໝາກໄມ້ນຳກັນ ຈຶ່ງຫຼຸດຄວາມດັນໄດ້ດີຫຼາຍເຖິງຂະໜາດທີ່ອົງການອາຫານຂອງສະຫະລັດ ໂຄສະນາໃຫ້ປະຊາຊົນທີ່ເປັນພະຍາດຄວາມດັນທັງຫຼາຍກິນກ້ວຍໃຫ້ຫຼາຍຂື້ນ;
3. ພະຍາດເຈັບທ້ອງບິດ: ການເຈັບທ້ອງບິດ ຖ້າໄດ້ຮັບເສັ້ນໄຍອາຫານຈາກກ້ວຍ ມາເປັນໂຕຊ່ວຍໃນການຂັບຖ່າຍທ່ານກໍຈະຂັບຖ່າຍງ່າຍຂື້ນ;
4. ພະຍາດຊຶມເສົ້າ: ອາການຊຶມເສົ້າມັກເກີດຈາກສານເຄມີໃນສະໝອງບໍ່ສົມດຸນ ແຕ່ຈາກການວິໄຈພົບວ່າກ້ວຍມີໂປຣຕີນ ຊື່ວ່າ: ໄທຣໂພໂຕແຟນ ທີ່ຈະກະຕຸ້ນໃຫ້ສະ ໝອງຫຼັ່ງຮໍໂມນເຊໂຣໂທນິນ ຊຶ່ງຊ່ວຍໃຫ້ຮູ້ສຶກຜ່ອນຄາຍອອກມາ ຄົົນທີ່ກິນກ້ວຍຈຶ່ງອາລົມສົດຊື່ນ ແລະ ດີຂຶ້ນ;
5. ອາການເມົາຄ້າງ: ກ້ວຍປັ່ນກັບນົມ ແລະ ນໍ້າເຜິ້ງເປັນຢາແກ້ເມົາທີ່ໄດ້ຜົນທີ່ສຸດ ເພາະຄົນເມົາກະເພາະຈະປັ່ນປ່ວນກວ່າຍາມປົກກະຕິ ກ້ວຍຈະເຮັດໃຫ້ກະເພາະສະ ຫງົບລົງ ສ່ວນນ້ຳຕານຈາກນ້ຳເຜິ້ງກໍຈະເຮັດໃຫ້ລະດັບນ້ຳຕານໃນເລືອດຄົງທີ່ ສ່ວນນົມກໍປັບລະດັບຂອງແຫຼວໃນຮ່າງກາຍໃຫ້ສົມດຸນ ຄົນເມົາຈຶ່ງຮູ້ສຶກສະບາຍຂຶ້ນ;
6. ອາການເຈັບທ້ອງຮຸນແຮງ: ກ້ວຍມີສານຫຼຸດຜ່ອນ ກົດ ຕາມທຳມະຊາດຢູ່ ຖ້າຄົົນທີ່ເປັນພະຍາດເຈັບທ້ອງຮຸນແຮງເພາະມີກົດຫລາຍເກີນ ໃນກະເພາະຖ້າໄດ້ກິນກ້ວຍມື້ລະໜ່ວຍ ຈະຮູ້ສຶກໄດ້ເລີຍວ່າສະບາຍທ້ອງຫລາຍຂຶ້ນ;
7. ພະຍາດລຳໄສ້ເປັນບາດ: ແມ່ນແຕ່ໝໍກໍຍັງແນະນຳຄົນເຈັບ ທີ່ເປັນບາດໃນກະເພາະໃຫ້ກິນກ້ວຍ ເພາະເນື້ອທີ່ນຸ່ມອ່ອນຂອງມັນບໍ່ມີການຮຸກຖູຕໍ່ກະເພາະອາຫານ ແລະ ຍັງມີສັບພະຄຸນເຄືອບລຳໄສ້ ຊ່ວຍຮັກສາບາດໃຫ້ເຊົາໄດ້ໄວຂຶ້ນອີກດ້ວຍ:
8. ເສັ້ນເລືອດຝອຍແຕກ: ວາລະສານ "The New England Journal of Medicine" ຕີພິມຜົນການວິໄຈວ່າການກິນກ້ວຍເປັນປະຈຳ ສາມາດຫຼຸດຜ່ອນອັນຕະ ລາຍທີ່ເກີດກັບເສັ້ນເລືອດແຕກໄດ້ເຖິງ40%.
ຂໍ້ມູນອ້າງອີງhttp://kaijeaw.com
ຮຽບຮຽງ: ທັດສະນີ ພົງບັນດິດ