ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ
xvideos2 sex download pornvixx
ໂຄງປະກອບການຈັດຕັ້ງ ຄະນະບໍລິຫານ
ໂຄງປະກອບກົງຈັກ
ການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ມີໂຄງປະກອບກົງຈັກ ດັ່ງນີ້:
5.1. ພະແນກ ສັງລວມ; 5.2. ພະແນກ ພົວພັນຮ່ວມມື; 5.3. ພະແນກ ຝຶກອົບຮົມ; 5.4. ພະແນກ ວິຊາການ; 5.5. ສູນຂໍ້ມູນຂ່າວສານ ແລະ ຫໍສະໝຸດ; ໂຄງຮ່າງການຈັດຕັ້ງ
ທີ່ຕັ້ງ ແລະ ພາລະບົດບາດ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ຂຽນຕົວອັກສອນຫຍໍ້ວ່າ “ສຄວຕ” ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາກະຊວງ ໃນການສ້າງຍຸດທະສາດ, ນະໂຍບາຍ, ນິຕິກຳຕ່າງໆຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຈັດຕັ້ງປະຕິບັດ ວຽກງານພັດທະນາບຸກຄະລາກອນ ພັດທະນາຫຼັກສູດ, ສື່ການຮຽນ-ການສອນ, ວິທີການສິດສອນ, ການບໍລິການຂໍ້ມູນຂ່າວສານ ແລະ ຫໍສະໝຸດ ວິທະຍາສາດ ແລະ ເຕັກໂນໂລຊີ.
ໜ້າທີ່ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ມີໜ້າທີ່ດັ່ງລຸ່ມນີ້: 1.ປະຕິບັດມະຕິຕົກລົງ ຂອງຄະນະພັກ, ຄະນະນຳ ກະຊວງ ແລະ ນິຕິກຳຕ່າງໆ ຂອງກະຊວງ; 2. ຄົ້ນຄວ້າ, ສ້າງ ແລະ ຈັດຕັ້ງຜັນຂະຫຍາຍນະໂຍບາຍ, ຍຸດທະສາດ, ແຜນການ, ແຜນງານ, ໂຄງການ ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ເປັນແຜນວຽກລະອຽດຂອງສະຖາບັນ; 3.ຄົ້ນຄວ້າ, ຊຸກຍູ້, ສົ່ງເສີມ, ບໍາລຸງ-ກໍ່ສ້າງ ແລະ ຍົກລະດັບພະນັກງານ, ນັກຄົ້ນຄວ້າ ແລະ ນັກວິຊາການສະເພາະດ້ານໃຫ້ມີຄວາມຮູ້ຄວາມສາມາດ ເພື່ອຮອງຮັບການເຄື່ອນໄຫວວຽກງານວິ ທະຍາສາດ ແລະ ເຕັກໂນໂລຊີ ໃຫ້ມີປະສິດທິພາບສູງຂື້ນ; 4. ສ້າງແຜນການ, ແຜນງານ, ໂຄງການ ກ່ຽວກັບການບຳລຸງ-ກໍ່ສ້າງ, ຍົກລະດັບບຸກຄະລາກອນທີ່ກ່ຽວຂ້ອງກັບວຽກງານທະຍາສາດ ແລະ ເຕັກໂນໂລຊີ; 5.ຄົ້ນຄວ້າ, ສ້າງພັດທະນາຫຼັກສູດ, ສື່ການຮຽນ - ການສອນ, ວິທີການສິດສອນ, ຕໍາລາຝຶກອົບຮົມ ການຈັດພິມບັນດາປຶ້ມ, ເອກະສານວິຊາການ ແລະ ຮວບຮວມຜົນຂອງການສຶກສາຄົ້ນຄວ້າ; 6.ສ້າງລະບົບເຕັກນິກ ອຸປະກອນສື່ການຮຽນ-ການສອນ ທີ່ທັນສະໄໝ ເພື່ອຮັບໃຊ້ວຽກງານ ບຳລຸງ-ກໍ່ສ້າງ ແລະ ຝຶກອົບຮົມ; 7. ຈັດຕັ້ງການຝືກອົບຮົມວຽກງານການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ທິດສະດີການເມືອງ-ການປົກຄອງ, ວຽກງານລະບົບຂໍ້ມູນຂ່າວສານ-ເຕັກໂນໂລຊີ ແລະ ພາສາຕ່າງປະເທດ ໃຫ້ພະນັກ ງານ-ລັດຖະກອນ ແລະ ນິຕິບຸກຄົນຕ່າງໆ.; 8.ຈັດກອງປະຊຸມ, ສໍາມະນາ, ຮ່ວມທຸລະກິດກັບບັນດາອົງການຕ່າງໆ ແລະ ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ; 9.ຊຸກຍູ້ ແລະ ສົ່ງເສີມສະຕິປັນຍາ-ຫົວຄິດປະດິດສ້າງ ຂອງບຸກຄົນ ແລະ ນິຕິບຸກຄົນໃນທົ່ວສັງຄົມ ດ້ວຍລະບົບເຄື່ອຂ່າຍຝຶກອົບຮົມທີ່ທັນສະໄໝ; 10.ຄົ້ນຄວ້າ ແລະ ສ້າງກົນໄກ ການສ້າງລາຍຮັບວິຊາການ ແລະ ຄຸ້ມຄອງລາຍຮັບ - ລາຍຈ່າຍ ຂອງສະຖາບັນ ໃຫ້ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ ຕາມລະບຽບການເງິນ; 11. ຄຸ້ມຄອງ, ອຸປະກອນເຕັກນິກ ແລະ ພາຫະນະຊັບສິນ, ສ້າງ, ບໍລິການເອກະສານ, ຂໍ້ມູນຂ່າວສານ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ; 12. ຄຸ້ມຄອງ, ນໍາໃຊ້ ແລະ ບໍລິການ ສູນຂໍ້ມູນຂ່າວສານ ແລະ ຫໍສະໝຸດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ; 13.ຄຸ້ມຄອງນັກສຳມະນາກອນ, ນັກວິທະຍາກອນ, ອາສາສະໝັກທັງພາຍໃນ ແລະ ຕ່າງປະເທດ ຕາມລະບຽບການ ກຳນົດໄວ້; 14.ຄົ້ນຄວ້າ ແລະ ປະກອບຄວາມເຫັນທາງດ້ານວິຊາການບັນທຶກການພົບປະ,ເຈລະຈາ, ເຊັນສັນຍາ, ບັນທຶກຊ່ວຍຈໍາ ແລະ ເອກະສານຕ່າງໆ ຕາມພາລະບົດບາດຂອງສະຖາບັນ; 15.ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນໍາກະຊວງ.
ຂອບເຂດສິດ ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ມີສິດດັ່ງລຸ່ມນີ້: 1. ຊີ້ນຳການເຄື່ອນໄຫວວຽກງານຂອງບັນດາພະແນກ, ສູນ ໃຫ້ມີຜົນສໍາເລັດ; 2. ຄົ້ນຄວ້ານໍາສະເໜີ ສ້າງຕັ້ງ, ປັບປຸງ ການຈັດຕັ້ງຂອງຕົນ, ກໍານົດຕໍາແໜ່ງງານ, ການບັນຈຸ, ຊັບຊ້ອນ ແລະ ຈັດວາງບຸກຄະລະກອນ ຂອງສະຖາບັນ; 3. ຄົ້ນຄວ້ານໍາສະເໜີແຕ່ງຕັ້ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນຂອງສະຖາບັນ; 4. ອອກຂໍ້ຕົກລົງ, ລະບຽບ, ບົດແນະນໍາ, ແຈ້ງການ, ໃບສະເໜີ, ໃບນຳສົ່ງ, ໃບຢັ້ງຢືນວິຊາການ ກ່ຽວກັບການບຳລຸງ - ກໍ່ສ້າງ ແລະ ຝືກອົບຮົມຕາມພາລະບົດບາດຂອງສະຖາບັນ ແລະ ຕາມ ການມອບໝາຍ ຂອງຄະນະນຳກະຊວງ; 5. ຄົ້ນຄວ້າ, ນໍາສະເໜີ ແຕ່ງຕັ້ງ ຄະນະກໍາມະການວິຊາການ ຕາມວຽກງານຕົວຈິງ; 6. ຮຽກໂຮມ, ຈັດກອງປະຊຸມ, ສຳມະນາ ແລະ ເຂົ້າຮ່ວມ ປະກອບຄໍາເຫັນໃນກອງປະຊຸມຢູ່ພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບວຽກງານຂອງສະຖາບັນ; 7. ຄຸ້ມຄອງ, ນຳໃຊ້ງົບປະມານ, ວັດຖຸອຸປະກອນ ແລະ ພາຫະນະ ຂອງສະຖາບັນ ຕາມລະບຽບຫລັກການ; 8. ໃຫ້ຄໍາປຶກສາ, ຄໍາແນະນຳ, ບໍລິການວິຊາການ, ຊຸກຍູ້ ແລະ ສົ່ງເສີມວຽກງານວິທະຍາສາດ ແລະ ເຕັກໂນໂລຊີ; 9. ກວດກາ, ຕິດຕາມ, ປະເມີນຜົນ, ພ້ອມທັງວິເຄາະຈຸດພົ້ນເດັ່ນ, ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ແລະ ສະຫຼຸບລາຍງານຄະນະນໍາກະຊວງ; 10. ພົວພັນຮ່ວມມື, ພົບປະເຈລະຈາ ແລະ ປະສານງານ, ກັບບັນດາກົມ, ອົງການທຽບເທົ່າກົມ,ສະຖາບັນ, ສູນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງຕ່າງໆ ພາກລັດ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ; 11. ປະຕິບັດສິດອື່ນໆ ຕາມການມອບໜາຍ ຂອງຄະນະນໍາກະຊວງ.
ແບບແຜນວິທີເຮັດວຽກ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ເຄື່ອນໄຫວ ແລະ ດໍາເນີນງານຕາມຫຼັກການລວມດັ່ງນີ້: 1. ເຮັດວຽກແບບມີແຜນການ,ແຜນງານ ແລະ ໂຄງການລະອຽດ ແກ້ໄຂວຽກງານຢ່າງມີຈຸດສຸມແລະມີເປົ້າໝາຍໃນແຕ່ລະໄລຍະ, ປະສານສົມທົບຢ່າງແໜ້ນແຟ້ນ ກັບທຸກພາກສ່ວນທີ່ກ່ຽວຂ້ອງ; 2. ເຮັດວຽກມີການກວດກາ, ຕິດຕາມຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ຜົນເສຍ ພ້ອມທັງປະຕິບັດການລາຍງານສ່ອງແສງຢ່າງເຂັ້ມງວດ; 3. ການເຄື່ອນໄຫວຂອງກົມຖືເອົາແນວທາງນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາໃນແຕ່ລະໄລຍະຂອງລັດຖະບານກໍ່ຄືຂອງກະຊວງກ່ຽວກັບວຽກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ເປັນທິດທາງ; 4. ປະຕິບັດລະບອບປະຊຸມ ແລະ ສ່ອງແສງຂອງກົມ ປະຈຳອາທິດ, 3 ເດືອນ, 6 ເດືອນ, ປີ ໂດຍມີການເຂົ້າຮ່ວມຂອງຄະນະພະແນກ ຫຼື ທັງໝົດກົມເພື່ອສະຫຼຸບຕີລາຄາ ແລະ ກຳນົດການ ເຄື່ອນໄຫວໃນຕໍ່ໜ້າໃນແຕ່ລະໄລຍະ ແລ້ວສັງລວມລາຍງານໃຫ້ກະຊວງຢ່າງເປັນປົກກະຕິ; 5. ໃນການເຄື່ອນໄຫວວຽກງານຕ້ອງຖືເອົາການຫັນລົງຮາກຖານຕິດພັນກັບວຽກງານຕົວຈິງເພື່ອປັບປຸງວຽກງານຂອງຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ເຂັ້ມແຂງແລະປອດໃສ.
ວຽກງານບໍລິການ
|
||||||||