ກົມ ວິທະຍາສາດ
xvideos2 sex download pornvixx
ສະພາບຄວາມເປັນມາ ຂອງ ການຈັດຕັ້ງເຄື່ອນໄຫວວຽກງານມະຫາພາກ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີຈຸດເລີ່ມ ນັບແຕ່ຊຸມປີ 1980 ເປັນຕົ້ນມາ, ຊື່ງໃນເວລານັ້ນ ເອີ້ນຊື່ວ່າ ສູນຄົ້ນຄວ້າເຕັກໂນໂລຊີ ຊື່ງນອນໃນກົງຈັກການຈັດຕັ້ງວິຊາການ ຂອງຄະນະກຳມະການ ວິທະຍາສາດ-ເຕັກນິກ ແຫ່ງລັດ. ໃນເວລາຕໍ່ມາການເຄື່ອນໄຫວ ວຽກງານມະຫາພາກ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການປັບປຸງເປັນກ້າວໆ ມາຮອດຊຸມປີ 1988 ກໍ່ໄດ້ສ້າງຕັ້ງ ເປັນກົມວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງເປັນກົມວິຊາການໜຶ່ງ ທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງອົງການ ວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ຊື່ຫຍໍ້ວ່າ ອວຕສ ຫຼື STEA ຕາມດຳລັດຂອງ ນາຍົກລັດຖະມົນຕີ ເລກທີ 68/ນຍ. ຕໍ່ມາກໍ່ໄດ້ມີການປັບປຸງຊັບຊ້ອນການຈັດຕັ້ງຄືນໃຫມ່ ໂດຍແຍກເອົາວຽກງານສີ່ງແວດລ້ອມອອກແລ້ວປ່ຽນຊື່ມາເປັນ ອົງການວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ, ຊື່ຫຍໍ້ວ່າ ອວຕຊ ຫຼື NAST ຕາມດຳລັດຂອງ ນາຍົກລັດຖະມົນຕີ ເລກທີ 444/ນຍ, ລົງວັນທີ 24 ທັນວາ 2007. ໃນເວລານັ້ນ, ກົມວິທະຍາສາດ ແລະ ເຕັກໂນໂລຊີ ກໍ່ແມ່ນການຈັດຕັ້ງວິຊາການໜຶ່ງ ທີ່ນອນໃນໂຄງປະກອບກົງຈັກການຈັດຕັ້ງ ຂອງ ອວຕຊ ໂດຍໄດ້ມີຜົນງານປະກອບສ່ວນສ້າງນະໂຍບາຍແຫ່ງຊາດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຖິງປີ 2010 ມາເປັນທິດທາງ ໃຫ້ແກ່ການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ. ຫຼັ້ງຈາກນັ້ນ, ການເຄື່ອນໄຫວວຽກງານດັ່ງກ່າວ ມາໄດ້ພຽງ 4 ປີ ກໍ່ໄດ້ມີການປັບປຸງກົງຈັກການຈັດຕັ້ງຄືນໃຫມ່ອີກຄັ້ງ. ໂດຍໄດ້ຍົກລະດັບ ຈາກອົງການໃນເມື່ອກ່ອນ ສ້າງຕັ້ງມາເປັນ ກະຊວງວທະຍາສາດ ແລະ ເຕັກໂນໂລຊີ ຕາມດຳລັດ ນາຍົກລັດຖະມົນຕີ ເລກທີ 309/ນຍ, ລົງວັນທີ 28 ກັນຍາ 2011ຈາກນັ້ນມາ ກົມວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງໄດ້ແຍກການເຄື່ອນໄຫວວຽກວີຊາການ ອອກເປັນ 2 ກົມວິຊາການໃຫມ່ ແລະ ປ່ຽນຊື່ມາເປັນ "ກົມວິທະຍາສາດ" ໃນປັດຈຸບັນ, ໂດຍມີລາຍລະອຽດຂອງໂຄງປະກອບການຈັດຕັ້ງ ບໍລິຫານງານຂອງກົມ ວິທະຍາສາດ ໂດຍຫຍໍ້ດັ່ງລຸ່ມນີ້: ໂຄງປະກອບການຈັດຕັ້ງ ຄະນະບໍລິຫານ
ໂຄງປະກອບການຈັດຕັ້ງ ກົມວິທະຍາສາດປະກອບດ້ວຍ 5 ພະແນກຄື: 6. ສູນສົ່ງເສີມ ແລະ ບໍລິການວິທະຍາສາດ ໂຄງຮ່າງການຈັດຕັ້ງ ທີ່ຕັ້ງ ແລະ ພາລະບົດບາດ ກົມວິທະຍາສາດຂຽນດ້ວຍຕົວອັກສອນຫຍໍ້ວ່າ: "ກວ" ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງ ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີພາລະ ບົດບາດເປັນເສນາທິການ ໃຫ້ແກ່ກະຊວງ ໃນການພັດທະນາ ແລະ ຄຸ້ມຄອງມະຫາພາກ ກ່ຽວກັບການຄຸ້ມຄອງ-ສົ່ງເສີມພັດທະນາ ແລະ ບໍລິການວິທະຍາສາດ ແລະ ສັງລວມສະຖິຕິຂໍ້ມູນດ້ານວິທະຍາສາດ ແລະ ວຽກງານຄຸ້ມຄອງຄວາມປອດໄພລັງສີ-ນີວເຄຼຍ ໃນຂອບເຂດທົ່ວປະເທດກ່ຽວກັບວຽກງານທີ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮັບຜິດຊອບ.
ໜ້າທີ່ ກົມວິທະຍາສາດມີໜ້າທີ່ ດັ່ງນີ້: 1. ປະຕິປະຕິບັດຄຳສັ່ງ, ຂໍ້ຕົກລົງ ແລະ ນິຕິກຳຕ່າງໆຂອງກະຊວງ; 2. ສຶກສາຄົ້ນຄວ້າ, ຮ່າງ ແລະ ນຳສະເໜີຂັ້ນເທີງອອກນະໂຍບາຍ, ວິໄສທັດ-ແຜນຍຸດທະສາດ ແລະ ນິຕິກຳຕ່າງໆໃນການຄຸ້ມຄອງ, ຊຸກຍູ້-ສົ່ງເສີມການຄົ້ນຄວ້າພັດທະນາ ວິທະຍາ ສາດ ແລະ ຄຸ້ມຄອງຄວາມປອດໄພລັງສີ-ນີວເຄຼຍພ້ອມທັງ ຕິດຕາມກວດກາ, ຕີລາຄາແລະ ລາຍງານສະພາບການຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ; 3. ສ້າງ ແລະ ນໍາສະເໜີການນໍາກະຊວງ ກ່ຽວກັບບັນດານະໂຍບາຍ, ທິດທາງພັດທະນາທີ່ເປັນບູລິມະສິດ, ແຜນງານ, ແຜນການ ແລະ ໂຄງການຮ່ວມມືວິຊາການໃນຂົງ ເຂດວຽກງານຄຸ້ມຄອງ ແລະ ສົ່ງເສີມວຽກງານວິທະຍາສາດ; ພ້ອມທັງຈັດຕັ້ງ ຜັນຂະຫຍາຍບັນດາແຜນງານ, ແຜນການທີ່ໄດ້ຮັບອະນຸມັດ. 4. ເປັນໃຈກາງປະສານສົມທົບກັບບັນດາຂະແໜງການ ແລະ ທ້ອງຖິ່ນເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ທຸກການເຄື່ອນໄຫວວຽກງານວິທະຍາສາດ ພ້ອມທັງລາຍງານ ສະພາບການທາງດ້ານ ວິທະຍາສາດ ໃນຂອບເຂດທົ່ວປະເທດໃຫ້ການນຳກະຊວງຢ່າງເປັນປົກກະຕິ; 5. ເກັບກຳ, ບັນທຶກ, ຢັ້ງຢືນຜົນງານ ແລະ ຫົວຄິດປະດິດສ້າງ ຂອງນັກວິທະຍາສາດ, ນັກຄົ້ນຄວ້າ-ວິໄຈດ້ານວິທະຍາສາດ ແລະ ນຳສະເໜີກະຊວງປະກາດກຽດຕິຄຸນ ແລະ ໃຫ້ບຳເນັດລາງວັນ ຕາມຄວາມເໝາະສົມ; 6. ຄຸ້ມຄອງ, ສົ່ງເສີມພັດທະນາ ແລະ ບໍລິການວິທະຍາສາດ ພ້ອມທັງ ເລືອກເຟັ້ນ ແລະ ເຜີຍແຜ່ຜົນສໍາເລັດດ້ານວິທະຍາສາດທີ່ກ້າວໜ້າ ແລະ ທັນສະໄໝ ໃຫ້ທົ່ວສັງຄົມ; 7. ສ້າງ ແລະ ຍົກລະດັບວິຊາການດ້ານວິທະຍາສາດ ໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ລວມທັງໂຄສະນາເຜີຍແຜ່, ຊຸກຍູ້ສົ່ງເສີມສ້າງຈິດສໍານຶກ ແລະ ສ້າງຄວາມສົນໃຈໃຫ້ແກ່ ສັງຄົມ ເຫັນຄວາມສໍາຄັນດ້ານວິທະຍາສາດ ຕໍ່ກັບການພັດທະນາປະເທດ; 8. ໃຫ້ຄຳປືກສາ ແລະ ຄໍາແນະນຳທາງດ້ານວິຊາການ ແກ່ການຈັດຕັ້ງ ແລະ ບຸກຄົນໃນສັງຄົມ ໃນການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ລະບຽບກົດໝາຍ, ແຜນການ, ແຜນງານ ແລະ ໂຄງການ ໃນຂະແໜງການຂອງຕົນ; 9. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນການຢັ້ງຢືນ ແລະ ຮັບຮອງການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ກໍານົດໄວ້ ໃນກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ; 10. ສ້າງເອກະສານ ແລະ ຄູ່ມືທາງດ້ານວິຊາການ ລວມທັງໃຫ້ການບໍລິການຄົ້ນຄ້ວາເອກກະສານ ກ່ຽວກັບການຄຸ້ມຄອງ, ນໍາສະເໜີຫົວຂໍ້ ຂອງການຄົ້ນຄວ້າ, ສົ່ງເສີມພັດ ທະນາ ແລະ ບໍລິການວິ ທະຍາສາດ; 11. ເປັນກອງເລຂາ ໃຫ້ແກ່ຄະນະກໍາມະການລະດັບຊາດ ເພື່ອການຄຸ້ມຄອງຄວາມປອດໄພດ້ານລັງສິ-ນີວເຄຼຍ; ພ້ອມທັງ ເປັນຈຸດປະສານງານລະດັບຊາດ ແລະ ລະດັບພາກ ພື້ນທາງດ້ານ ເຕັກ ນິກ-ວິຊາການ ເພື່ອການຮ່ວມມື ກັບອົງການພະລັງງານປະລະມະນູສາກົນ (IAEA); 12. ຮັບ, ສຶກສາ, ພິຈາລະນາແລະນຳສະເໜີກະຊວງແກ້ໄຂຄຳສະເໜີ, ຄໍາຮ້ອງທຸກ, ອອກ ຫລື ຖອນໃບຢັ້ງຢືນການດຳເນີນວຽກງານວິທະຍາສາດ ເຕັກໂນໂລຊີ ຂອງບຸກຄົນ ຫລືການຈັດຕັ້ງ ທີ່ກ່ຽວຂ້ອງກັບ ການຄຸ້ມຄອງ, ສົ່ງເສີມພັດທະນາ ແລະ ບໍລິການວິທະຍາສາດ; 13. ສຶກສາຄົ້ນຄວ້າການເຂົ້າເປັນພາຄີແລະ ຈັດຕັ້ງປະຕິບັດພັນທະສາກົນດ້ານວິທະຍາສາດທໍາມະຊາດ ແລະ ວິທະຍາສາດນີວເຄຼຍທີ່ສປປລາວໄດ້ເຂົ້າຮ່ວມເປັນພາຄີ; 14. ເກັບກຳ, ວິໄຈຂໍ້ມູນ, ສ້າງລະບົບຂໍ້ມູນສະຖິຕິ ແລະ ການບໍລິການກ່ຽວກັບຂໍ້ມູນຂ່າວສານວິທະຍາສາດ ຂອງ ສປປ ລາວ ເພື່ອສະໜອງ, ແລກປ່ຽນບົດຮຽນດ້ານ ວິທະຍາສາດ ທັງພາຍໃນ ແລະ ຕ່າງປະເທດ; ພ້ອມທັງ ຮັບໃຊ້ແກ່ການກຳນົດທິດທາງ ແລະ ວາງແຜນພັດທະນາປະເທດ; 15. ສະເໜີປັບປຸງໂຄງປະກອບການຈັດຕັ້ງຂອງກົມ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງວຽກງານໃນແຕ່ລະໄລຍະ; 16. ພົວພັນຮ່ວມມື, ພົບປະ, ເຈລະຈາ ແລະ ປະສານງານກັບອົງການຈັດຕັ້ງສາກົນດ້ານວິທະຍາສາດທໍາມະຊາດ ແລະ ວິທະຍາສາດນີວເຄຼຍ ທັງຢູ່ພາຍໃນ ແລະ ຕ່າງປະ ເທດເພື່ອຍາດເເຍ່ງການ ຊ່ວຍເຫລືອ ແລະ ສະໜັບສະໜູນກ່ຽວກັບວຽກງານວິທະຍາສາດ; 17. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງກະຊວງ.
ຂອບເຂດສິດ ກົມວິທະຍາສາດ ມີຂອບເຂດສິດ ດັ່ງນີ້: 1. ຈັດຕັ້ງຜັນຂະຫຍາຍການປະຕິບັດແນວທາງ, ແຜນນະໂຍບາຍ ຂອງພັກແລະລັດຖະບານ ແຜນການ, ແຜນງານຂອງກະຊວງໃຫ້ກາຍເປັນແຜນວຽກລະອຽດ ແລະໂຄງ ການສະເພາະ ຂອງກົມ; 2. ອອກລະບຽບການ, ບົດແນະນຳ-ເອກສານຄູ່ມືທາງດ້ານວິຊາການ,ໃບແຈ້ງການ, ໃບຢັ້ງຢືນແລະຮຽກໂຮມປະຊຸມກ່ຽວກັບ ການສົ່ງເສີມພັດທະນາວິທະຍາສາດທໍາມະ ຊາດ ແລະ ວິທະຍາສາດ -ເຕັກໂນໂລຊີນີວເຄຼຍ ຕາມການມອບໝາຍ ຂອງກະຊວງ; 3. ຕິດຕາມ-ກວດກາ, ຢັ້ງຢືນດ້ານເຕັກນິກ-ວິຊາການ ແລະ ນຳສະເໜີກະຊວງ ກ່າວເຕືອນ,ໂຈະຫລື ຍົກເລີກບັນດາກິດຈະການ ທີ່ສົ່ງຜົນສະທ້ອນອັນບໍ່ດີ ຕໍ່ສັງຄົມ ທີ່ຕິດ ພັນກັບວິທະຍາສາດ; ການນໍາໃຊ້ຄວາມກ້າວໜ້າດ້ານເຕັກນິກ-ວິທະຍາສາດ ແລະ ພັດທະນານໍາໃຊ້ເຕັກໂນໂລຊີນີວເຄຼຍ ເພື່ອການພັດທະນາ; 4. ສະເໜີສ້າງຕັ້ງຫລືປັບປຸງ, ຍົກເລີກກົງຈັກການຈັດຕັ້ງ,ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງເລື່ອນຊັ້ນເລື່ອນຂັ້ນ, ວ່າຈ້າງຊ່ຽວຊານຫລືແຮງງານຊົ່ວຄາວ; ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍ ອື່ນໆ ຕໍ່ພະນັກງານຂອງຕົນບົນພື້ນຖານລະບຽບຫລັກການ ຂອງການແບ່ງຂັ້ນຄຸ້ມຄອງ; 5. ນຳສະເໜີໃຫ້ບຳເນັດລາງວັນແກ່ການຈັດຕັ້ງທີ່ດີເດັ່ນດ້ານວິທະຍາສາດ, ບຸກຄົນທີ່ມີຫົວຄິດປະດິດສ້າງ, ນັກວິທະຍາສາດ, ນັກຄົ້ນຄ້ວາດີເດັ່ນດ້ານວິທະຍາສາດທໍາມະ ຊາດ; 6. ຄຸ້ມຄອງນຳໃຊ້ພາຫະນະວັດຖຸ, ອຸປະກອນທີ່ເປັນຊັບສົມບັດລວມພາຍໃນກົມ ຕາມນະໂຍບາຍລະບຽບການ ແລະ ຄວາມເໝາະສົມ; 7. ຄຸ້ມຄອງແລະ ນຳໃຊ້ງົບປະມານຕາມແຜນການທີ່ໄດ້ຮັບອະນຸມັດ ຈາກກະຊວງ; 8. ເຂົ້າຮ່ວມ ແລະ ປະກອບຄໍາຄິດຄໍາເຫັນ ໃນກອງປະຊຸມຂະແໜງການ ພາຍໃນ ແລະ ຕ່າງປະເທດທີ່ພົວພັນເຖິງວຽກງານວິທະຍາສາດ, ວຽກງານຄຸ້ມຄອງຄວາມປອດ ໄພລັງສີ-ນີວເຄຼຍ ແລະ ການນໍາໃຊ້ຄວາມກ້າວໜ້າດ້ານວິທະຍາສາດ-ເຕັກໂນໂລຊີນີວເຄຼຍ ເພື່ອການພັດທະນາຕາມການມອບໝາຍຂອງກະຊວງ; 9. ຮຽກໂຮມແລະຈັດກອງປະຊຸມ, ຈັດສຳມະນາຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ບັນດາລະບຽບກົດໝາຍ, ຄວາມຮູ້ພື້ນຖານທີ່ກ່ຽວຂ້ອງກັບວິທະຍາສາດທໍາມະຊາດ ແລະ ການນໍາໃຊ້; 10. ເຕັກໂນໂລຊີນີວເຄຼຍ ຂອງບັນດາຂະແໜງການກ່ຽວຂ້ອງ ໃນຂັ້ນຕ່າງໆ ຕາມການມອບໝາຍ ຂອງກະຊວງ; 11. ສ້າງລະບົບສະຖິຕິ, ເກັບຮັກສາຖານຂໍ້ມູນ, ບົດລາຍງານ ແລະ ຂ່າວສານວິທະຍາສາດ; ໃຫ້ ບໍລິການວິທະຍາສາດ, ພ້ອມທັງ ສະໜອງຂໍ້ມູນຂ່າວສານ ແລະ ການສ້າງຈິດ ສໍານຶກໃຫ້ແກ່ສັງຄົມ ກ່ຽວກັບການປ້ອງກັນຄວາມປອດໄພທາງລັງສີ-ນີວເຄຼຍ ຕາມການມອບໝາຍ ຂອງກະຊວງ; 12. ພົວພັນຮ່ວມມື, ພົບປະ, ເຈລະຈາ, ເຊັນບົດບັນທຶກ, ອະນຸສັນຍາແລະສັນຍາກັບຕ່າງປະເທດແລະອົງການຈັດຕັ້ງສາກົນຕ່າງໆ ດ້ານວິທະຍາສາດທໍາມະຊາດ ແລະ ວິທະ ຍາສາດນີວເຄຼຍຕາມ ການມອບໝາຍຂອງກະຊວງ; 13.ປະຕິບັດຂອບເຂດສິດອື່ນໆ ຕາມການມອບໝາຍ ຂອງກະຊວງ.
ແບບແຜນວິທີເຮັດວຽກ ກົມວິທະຍາສາດ ເຄື່ອນໄຫວ ແລະ ດຳເນີນງານຕາມຫຼັກການດັ່ງນີ້: 1. ເຮັດວຽກມີແຜນການ, ແຜນງານແລະໂຄງການລະອຽດ, ແກ້ໄຂວຽກງານ ຢ່າງມີຈຸດສຸມແລະມີເປົ້າໝາຍໃນແຕ່ລະໄລຍະ ປະສານສົມທົບຢ່າງແໜ້ນແຟ້ນກັບທຸກພາກ ສ່ວນທີ່ກ່ຽວຂ້ອງ; 2. ເຮັດວຽກງານມີການຊຸກຍູ້, ຕິດຕາມກວດກາ, ສະຫລຸບຖອດຖອນບົດຮຽນ, ຕີລາຄາ ແລະກຳນົດແຜນການເຄື່ອນໄຫວໃນຕໍ່ໜ້າໃນແຕ່ລະໄລຍະ ແລ້ວສັງລວມລາຍ ງານໃຫ້ກະຊວງຢ່າງເປັນ ປົກກະຕິ. 3. ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາກົມ, ສະຖາບັນ ອ້ອມຂ້າງພາຍໃນກະຊວງ ແລະ ພະແນກການ ຢູ່ຂັ້ນແຂວງເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານ ວິທະຍາສາດໃຫ້ໄດ້ ຮັບຜົນດີ; 4. ປະຕິບັດລະບອບປະຊຸມ ແລະ ສ່ອງແສງຂອງກົມ ປະຈຳອາທິດ, ເດືອນ, 3 ເດືອນ, 6 ເດືອນ ປະຈຳປີ ໂດຍມີການເຂົ້າຮ່ວມຂອງຄະນະພະແນກ ຫຼື ທັງໝົດກົມ ເພື່ອ ສະຫຼຸບຕີລາຄາ ແລະ ກຳນົດ ແຜນການເຄື່ອນໄຫວໃນຕໍ່ໜ້າໃນແຕ່ລະໄລຍະ ແລ້ວສັງລວມລາຍງານໃຫ້ກະຊວງຢ່າງ ເປັນປົກກະຕິ. 5. ໃນການເຄື່ອນໄຫວວຽກງານ ຕ້ອງຖືເອົາການຫັນລົງຮາກຖານ ຕິດພັນກັບວຽກງານຕົວຈິງເພື່ອປັບປຸງວຽກງານຂອງກົມ ໃຫ້ເຂັ້ມແຂງ ແລະ ປອດໃສ.
ວຽກງານບໍລິຫານ ຕິດຕໍ່ສອບຖາມ
ໂຄງກາານ ຕ່າງໆຂອງ ກົມວິທະຍາສາດ |
||||||||||