ຫ້ອງການ
xvideos2 sex download pornvixx
ຄະນະບໍລິຫານ
ໂຄງປະກອບການຈັດຕັ້ງ: ຫ້ອງການ ກະຊວງວິທະຍາສາດ ແລະເຕັກໂນໂລຊີ ປະກອບດ້ວຍບັນດາ 5 ພະແນກການ ດັ່ງນີ້: 1. ພະແນກ ສັງລວມ ແລະ ເລຂານຸການ 2. ພະແນກ ການເງິນ 3. ພະແນກ ບໍລິຫານ ແລະ ຄຸ້ມຄອງຊັບສິນ 4. ພະແນກ ພິທີການ 5. ພະແນກຂ່າວສານ ແລະ ປະຊາສຳພັນ 6. ພະແນກ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ 7. ຄະນະ ຄົ້ນຄວ້າຊ່ວຍວຽກການນຳ ໂຄງຮ່າງການຈັດຕັ້ງ
ທີ່ຕັ້ງ ແລະ ພາລະບົດບາດ: ຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂຽນເປັນຕົວອັກສອນຫຍໍ້ວ່າ “ຫກ” ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ຄະນະພັກ, ຄະນະນຳກະຊວງ ໃນການຄຸ້ມຄອງ, ບໍລິຫານ ແລະ ບໍລິການ, ເປັນໃຈກາງພົວພັນປະສານງານ ກັບບັນດາກົມ, ສະຖາບັນ, ຫ້ອງການ ພາຍໃນກະຊວງ ແລະ ການຈັດຕັ້ງລັດຂັ້ນຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ ກ່ຽວກັບວຽກງານຄົ້ນຄວ້າສັງລວມ, ການເງິນ-ງົບປະ ມານ, ຄຸ້ມຄອງບໍລິຫານ, ບໍລິການ ພິທີການ, ປະຊາສຳພັນ ແລະ ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ໃນຂອບເຂດທົ່ວປະເທດ ກ່ຽວກັບວຽກງານ ທີ່ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຮັບຜິດຊອບ. ໜ້າທີ່: 1. ປະຕິບັດມະຕິການຕົກລົງ ຂອງຄະນະພັກ, ຄະນະນຳ ກະຊວງ ແລະ ນິຕິກຳຕ່າງໆ ຂອງກະຊວງ; 2. ສຶກສາ, ຄົ້ນຄວ້າຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດຖະບານ, ແຜນການ,ແຜນງານຂອງກະຊວງ ໃຫ້ກາຍເປັນອັນລະອຽດຂອງຫ້ອງການ ແລະ ຮັບຜິດຊອບໃນການຈັດຕັ້ງປະຕິບັດດ້ວຍຜົນສຳເລັດ; 3. ເກັບກຳ, ສັງລວມ ແລະ ສະຫຼຸບລາຍງານສະພາບການພົ້ນເດັ່ນ, ຫາງສຽງຂອງສັງຄົມທີ່ມີຕໍ່ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ແຜນວຽກຈຸດສຸມ ຂອງ ກະຊວງ ປະຈໍາເດືອນ, 3 ເດືອນ, 6 ເດືອນຕົ້ນປີ ແລະ ທ້າຍປີ ແລະ ປະຈຳປີ; 4. ຄຸ້ມຄອງ, ຕິດຕາມກວດກາການນຳໃຊ້ໄຟຟ້າ, ນ້ຳປະປາ, ໂທລະສັບ ແລະ ການຮັກສາຄວາມປອດໄພຂອງຕຶກອາຄານ, ສະຖານທີ່ຂອງ ກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ; 5. ສ້າງຂໍ້ກຳນົດລະບຽບການພາຍໃນ ກ່ຽວກັບກົນໄກການປະສານງານ, ການຄຸ້ມຄອງ, ການບໍລິຫານ, ບໍລິ ການ, ພິທີການ, ປະຊາສຳພັນ, ຈັດຊື້-ຈັດຈ້າງ, ຄຸ້ມຄອງຊັບ ສົມບັດ ຂອງກະຊວງ, ຄຸ້ມຄອງຫໍພັກ, ຄຸ້ມຄອງການເງິນ ໃຫ້ຖືກຕ້ອງ ແລະ ມີຄວາມສອດຄ່ອງກັບກົດໝາຍ, ລະບຽບການວາງອອກ ເພື່ອສະເໜີລັດຖະມົນຕີ ພິຈາລ ະນາປະກາດໃຊ້; 6. ສ້າງແຜນເຄື່ອນໄຫວວຽກງານຂອງກະຊວງ, ລັດຖະມົນຕີ ແລະ ບັນດາຮອງລັດຖະມົນຕີ ໃນແຕ່ໄລຍະ ຕິດຕາມບັນດາກົມ, ສະຖາບັນ ແລະ ຫ້ອງການສະພາວິທະຍາ ສາດແຫ່ງຊາດ ແລະ ບັນດາພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວໃນແຕ່ລະໄລຍະ; 7. ກະກຽມເນື້ອໃນ ແລະ ລະບຽບວາລະກອງປະຊຸມສ່ອງແສງພາຍໃນກະຊວງ, ກອງປະຊຸມຂອງລັດຖະມົນຕີ ແລະ ການພົບປະເຮັດວຽກກັບແຂກພາຍໃນ ແລະ ຕ່າງປະເທດ. ສ້າງບົດບັນທຶກກອງປະຊຸມ, ອອກແຈ້ງການ ຫຼື ຮ່າງມະຕິກ່ຽວກັບຜົນຂອງກອງປະຊຸມແຕ່ລະຄັ້ງ; 8. ຕິດຕາມ, ກວດກາການຈັດຕັ້ງປະຕິບັດ ມະຕິ, ດຳລັດ, ຄຳສັ່ງ, ແຈ້ງການ ແລະ ຄຳເຫັນຊີ້ນຳຂອງຄະນະພັກ, ຄະນະນຳກະຊວງ ພ້ອມທັງລາຍງານໃຫ້ລັດຖະມົນຕີ, ຢ່າງເປັນປະຈຳ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ມະຕິ, ດຳລັດ, ຄຳສັ່ງ, ແຈ້ງການ ແລະ ຄຳເຫັນຊີ້ນຳ ຕ່າງໆ ໃນແຕ່ໄລຍະ; 9. ຄົ້ນຄວ້າກະກຽມ ແລະ ຮຽບຮຽງເອກະສານຕ່າງໆ, ກວດຜ່ານບົດລາຍງານ ແລະ ນິຕິກຳຕ່າງໆ ທີ່ຈະສະເໜີ, ລາຍງານ, ຂໍຄວາມເຫັນຊີ້ນຳ, ຂໍການຕົກລົງ ແລະ ລາຍເຊັນ ຈາກລັດຖະມົນຕີ ຫຼື ຮອງລັດຖະມົນຕີ; 10. ສະໜອງຂໍ້ມູນຂ່າວອັນຈຳເປັນໃຫ້ແກ່ລັດຖະມົນຕີ, ຮອງລັດຖະມົນຕີ ເພື່ອຮັບໃຊ້ການບໍລິຫານວຽກງານຂອງກະຊວງ, ປະຕິບັດໜ້າທີ່ເປັນໂຄສົກກະຊວງ ເພື່ອໂຄ ສະນາປະຊາສຳພັນ ແລະ ສະໜອງຂໍ້ມູນໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ການເຄື່ອນໄຫວວຽກງານ ຂອງກະຊວງ, ຄະນະ ນຳກະຊວງ ແລະ ການຈັດຕັ້ງເຄື່ອນໄຫວວຽກງານຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ; 11. ອອກແຈ້ງການ, ໜັງສືທາງລັດຖະການ, ບັດເຊີນ ໄປຍັງຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເພື່ອແຈ້ງໃຫ້ຊາບ ຫຼື ຈັດຕັ້ງປະຕິບັດ ກ່ຽວກັບ ການ ຕົກລົງ ຫຼື ຄຳເຫັນຊີ້ນຳ ຂອງລັດຖະ ມົນຕີ, ຮອງລັດຖະມົນຕີ ແລະ ຂອງບັນດາກົມ, ສະຖາບັນ ກ່ຽວກັບ ບັນຫາສຳຄັນໃດໜຶ່ງ, ຊຸກຍູ້, ຕິດ ຕາມ, ສັງລວມ ແລະ ລາຍງານຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີ ກ່ຽວກັບສະພາບການຈັດຕັ້ງປະຕິບັດ; 12. ຄຸ້ມຄອງເອກະສານທາງລັດຖະການ, ຂາເຂົ້າ-ຂາອອກກະຊວງ ແລະ ການຈໍລະຈອນເອກະສານ ຢູ່ພາຍໃນກະຊວງ ໃຫ້ເປັນລະບົບ, ວ່ອງໄວ, ຖືກຕ້ອງ ແລະ ຊັດ ເຈນ ໃນດ້ານຮູບແບບ, ດ້ານນິຕິໄນ ແລະ ຮັກສາໄດ້ອັນເປັນຄວາມລັບ; 13. ປະສານສົມທົບກັນບັນດາກົມ, ສະຖາບັນ, ຫ້ອງການ ພາຍໃນກະຊວງ ແລະ ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດແຜນການເຄື່ອນໄຫວຂອງກະຊວງ ຫຼື ເພື່ອດຳເນີນກອງປະຊຸມປຶກສາຫາລືແກ້ໄຂບັນຫາຕ່າງໆ ຕາມການມອບໝາຍ ຂອງຄະນະນຳ ກະຊວງ; 14. ຄົ້ນຄວ້າສ້າງແຜນ ແລະ ຈັດສັນງົບປະມານການເງິນ ສຳລັບການເຄື່ອນໄຫວຂອງກະຊວງ, ລັດຖະມົນຕີ ແລະ ຮອງລັດຖະມົນຕີ, ຕິດຕາມກວດກາ ແລະ ຄຸ້ມຄອງ ວຽກງານການເງິນຂອງກະຊວງໃຫ້ຮັດກຸມ ແລະ ຖືກຕ້ອງຕາມລະບຽບການຂອງກະຊວງການເງິນວາງອອກ, ສ້າງແຜນຈັດຊື້ພາຫະນະ, ອຸປະກອນຮັບໃຊ້ທີ່ ຈຳເປັນໃຫ້ ແກ່ກະຊວງ, ລັດຖະມົນຕີ ແລະ ຮອງລັດຖະມົນຕີ; 15. ຄຸ້ມຄອງ, ປົກປັກຮັກສາ, ບູລະນະສ້ອມແປງ ຊັບສິນຂອງກະຊວງ ເປັນຕົ້ນ ຕຶກອາຄານ, ສະຖານທີ່ ວັດຖຸອຸປະກອນຮັບໃຊ້ຫ້ອງການ, ພາຫະນະ ແລະ ອື່ນໆ ໃຫ້ຢູ່ໃນ ສະພາບດີ ແລະ ພ້ອມໃຊ້ງານ; 16. ບໍລິການຮັບໃຊ້ດ້ານບໍລິຫານ, ພິທີການ ແລະ ງົບປະມານ ໃນການຮັບແຂກພາຍໃນ ແລະ ຕ່າງປະເທດການຈັດກອງປະຊຸມ ທີ່ລັດຖະມົນຕີ ຫຼື ຮອງລັດຖະມົນຕີ ເປັນ ປະທານ; 17. ຊຸກຍູ້, ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ເຊື່ອມໂຍງບົດບາດຍິງ-ຊາຍ ກັບບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນຕ່າງໆ ໃນຂົງ ເຂດວິທະຍາສາດ ແລະ ເຕັກໂນໂລຊີ; 18. ຈັດຕັ້ງປະຕິບັດວຽກງານປ້ອງກັນເວນຍາມສຳນັກງານ, ຮັກສາຄວາມສະອາດ, ຄວາມສະຫງົບ ແລະ ຄວາມປອດໄພໃຫ້ແກ່ກະຊວງ, ລັດຖະມົນຕີ ແລະ ຮອງລັດຖະ ມົນຕີ; 19. ຕິດຕາມ, ເບີ່ງແຍງ, ດູແລສຸຂະພາບ, ຊີວິດການເປັນຢູ່ຂອງລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກ ງານນຳພາ-ຄຸ້ມຄອງ ແລະ ພະນັກງານ-ລັດຖະກອນ ຕາມລະ ບຽບການວາງອອກ; 20. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຄະນະນຳກະຊວງ. ຂອບເຂດສິດ: 1. ຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດຖະບານ, ແຜນການ, ແຜນງານຂອງກະຊວງໃຫ້ກາຍເປັນແຜນວຽກລະອຽດ ແລະ ໂຄງການສະ ເພາະຫ້ອງການ; 2. ເຂົ້າຮ່ວມກອງປະຊຸມສ່ອງແສງປະຈຳເດືອນຂອງລັດຖະບານ, ກະຊວງ, ກອງປະຊຸມອື່ນໆ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ ທີ່ລັດຖະມົນຕີ ຫຼື ຮອງລັດຖະມົນຕີ ເຂົ້າຮ່ວມເປັນປະທານ ຫຼື ມີຄຳເຫັນ ໃຫ້ຄຳປືກສາ, ສະເໜີຄວາມຄິດເຫັນແກ່ລັດຖະມົນຕີ ແລະ ຮອງລັດຖະມົນຕີ ກ່ຽວກັບບັນຫາຕ່າງໆ ທີ່ເຫັນວ່າສົມຄວນ ແລະ ຈຳເປັນ; 3. ຈັດຕັ້ງກອງປະຊຸມ ຫຼື ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງ ກະຊວງກັບບັນດາກະຊວງ, ຂະແໜງ ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສັງຄົມ-ວິຊາຊີບ ແລະ ພາກທຸລະກິດ ຕາມໜ້າທີ່ຄວາມຮັບຜິດຊອບ ແລະ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ; 4. ອອກແຈ້ງການ, ໜັງສືທາງລັດຖະການ, ບັດເຊີນ ໃຫ້ບັນດາກົມ, ສະຖາບັນ ແລະ ຮຽກເຊີນບັນດາສະຖາບັນ, ຫ້ອງການພາຍໃນກະຊວງ ແລະ ບັນດາພະແນກ ວິທະຍາ ສາດ ແລະ ເຕັກໂນໂລຊີ ແຂວງນະຄອນ ລາຍງານສະພາບການເຄື່ອນໄຫວຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຮຽກເຊີນພະນັກງານ ຫຼື ບຸກຄົນທີ່ກ່ຽວຂ້ອງ ມາປຶກສາແລກປ່ຽນຄວາມເຫັນກ່ຽວກັບວຽກງານຕ່າງໆທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ; 5. ຈັດຕັ້ງ ແລະ ເຂົ້າຮ່ວມພິທີຕ້ອນຮັບ-ສົ່ງຄະນະຜູ້ແທນ, ບຸກຄົນສຳຄັນທີ່ເປັນແຂກຂອງກະຊວງ ຫຼື ລັດຖະມົນຕີ, ຮອງລັດຖະມົນຕີ ທີ່ມາເຮັດວຽກ, ມາຢ້ຽມຢາມ; 6. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ຍ້ອງຍໍ, ປະຕິບັດນະໂຍບາຍ ຫຼື ລົງວິໄນຕໍ່ພະນັກງານ-ລັດຖະກອນ ທີ່ສັງກັດຫ້ອງການກະຊວງ. ຊັບຊ້ອນພະນັກງານທີ່ມາບຳລຸງ-ກໍ່ສ້າງ ກ່ຽວກັບວຽງານວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້ານອນຫໍພັກ ຕາມລະບຽບການ. ແຕ່ງຕັ້ງ, ຊັບຊ້ອນ ແລະ ມອບໝາຍໃຫ້ພະນັກງານ-ລັດຖະກອນໄປເຮັດວຽກ ນຳບັນດາ ກະຊວງ, ອົງການພັກ-ລັດ ແລະ ອົງການປົກຄອງທ້ອງຖິ່ນ ຫຼື ໄປຢ້ຽມຍາມ ທັດສະນະສຶກສາ, ຝຶກອົບຮົມ ຢູ່ພາຍໃນ ແລະ ຕ່າງປະເທດ; 7. ເບີກຈ່າຍເງິນເດືອນ, ງົບປະມານ, ປະກອບພາຫະນະ ແລະ ອຸປະກອນຮັບໃຊ້ ຕາມຕຳແໜ່ງງານ, ໂຄງການ ແລະ ວຽກງານວິຊາສະເພາະ; ຈັດຕັ້ງການປະມູນຈັດຊື້ -ຈັດຈ້າງ, ການກໍ່ສ້າງ-ສ້ອມແປງ, ບຳລຸງຮັກສາ, ປະດັບປະດາສຳນັກງານຫ້ອງການ, ພາຫະນະ ແລະ ອຸປະກອນຮັບໃຊ້ຕ່າງໆ, ພ້ອມທັງຄຸ້ມຄອງ, ຕິດຕາມ, ກວດກາ ການເກັບລາຍຮັບ-ລາຍຈ່າຍ ຂອງບັນດາກົມ, ສະຖາບັນ ແລະ ຫ້ອງການສະພາວິທະຍາສາດແຫ່ງຊາດ ຕາມລະບຽບການກະຊວງການເງິນວາງອອກ; 8. ພົວພັນຮ່ວມມື ແລະ ເຊັນບົດບັນທຶກຮ່ວມມື ກັບບັນດາອົງການຈັດຕັ້ງລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ພາຍໃນ ແລະ ຕ່າງປະເທດ ຕາມສິດ, ໜ້າທີ່ ແລະ ການມອບໝາຍຂອງລັດຖະມົນຕີ; 9. ປະຕິບັດສິດອື່ນໆ ຕາມການມອບໝາຍ ຂອງຄະນະນຳກະຊວງ. ແບບແຜນວິທີເຮັດວຽກ: 1. ເຮັດວຽກມີແຜນການ, ແຜນງານ ແລະ ໜ້າວຽກລະອຽດ, ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ ລະໄລຍະ; 2. ປະຕິບັດລະບອບປະຊຸມ ແລະ ສ່ອງແສງປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີເພື່ອ ກວດກາວຽກງານຄືນ ແລ້ວລາຍງານໃຫ້ ລັດຖະມົນຕີ ຢ່າງເປັນປົກກະຕິ; 3. ປະສານສົມທົບຢ່າງແໜ້ນແຟ້ນກັບຂະແໜງການພາຍໃນກະຊວງ ແລະ ພະແນກການຢູ່ທ້ອງຖິ່ນ ເພື່ອຮັບປະກັນໃຫ້ ແກ່ການເຄື່ອນໄຫວວຽກງານຂອງຫ້ອງການ ໃຫ້ໄດ້ ຮັບຜົນດີ; 4. ເຮັດວຽກມີການຊຸກຍູ້, ຕິດຕາມກວດກາ, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ ຜົນເສຍພ້ອມທັງປະຕິ ບັດລະບອບລາຍງານຂໍຄຳເຫັນລັດຖະມົນຕີ ເປັນລະບົບ; 5. ເຄື່ອນໄຫວວຽກງານ ໂດຍຖືເອົາການລົງຮາກຖານຕິດພັນກັບວຽກງານຕົວຈິງ ເພື່ອປັບປຸງວຽກງານຫ້ອງການໃຫ້ ເຂັ້ມແຂງ, ຮອບດ້ານ ແລະ ປອດໃສ.
ວຽກງາຍບໍລິການ ຕິດຕໍ່ສອບຖາມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຖະໜົນ ສີດຳດວນ ເບິ່ງແຜນທີ່ ໂຄງການ ຕ່າງໆຂອງ ຫ້ອງການ
|
|||||||||