ງານພົບປະຕັ້ງຄ້າຍເຍົາວະຊົນ ສາທິດ ຄັ້ງທີ I ທົ່ວເມືອງ ສັງທອງ
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງ ສັງທອງ ຮ່ວມກັບ ຄະນະຊາວໜຸມປະຊາຊົນປະຕິວັດລາວ
ນະຄອນຫຼວງວຽງຈັນ ໄດ້ຈັດງານພົບປະຕັ້ງຄ້າຍເຍົາວະຊົນ (ສາທິດ) ຄັ້ງທີ I ທົ່ວເມືອງ ສັງທອງ ຂຶ້ນໃນວັນທີ 12 ກຸມພາ 2021 ຜ່ານມາ, ທີ່ບ້ານເຕົາໄຫ, ເມືອງສັງທອງ, ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ໄຊຍະບັດ ຊຸມມະນີວົງ, ກຳມະການພັກເມືອງ, ຮອງເຈົ້າເມືອງໆ ສັງທອງ, ມີສະຫາຍ ຫຸມແພງ ສີສົມ ບັດ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ແລະ ສະຫາຍ ນາງ ດາວັນ ຊາມົນຕີ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງສັງທອງ.
ການຈັດງານພົບປະຕັ້ງຄ້າຍເຍົາວະຊົນສາທິດຄັ້ງນີ້, ແມ່ນເພື່ອແນໃສ່ການສຶກສາອົບຮົມການເມືອງ-ແນວ ຄິດ ປູກຈິດສຳນຶກໃຫ້ນ້ອງນ້ອຍເຍົາວະຊົນ ຮູ້ຮັກປະເທດຊາດ, ຮັກບ້ານເກີດເມືອງນອນ, ຮັກຄວາມກ້າວໜ້າ, ຮັກຄວາມສາມັກຄີ, ມີນໍ້າໃຈມິດຕະພາບ, ຮັກສັນຕິພາບ ແລະ ຮັກຮີດຄອງປະເພນີວັດທະນະທຳອັນດີງາມ ຂອງຊາດ, ສ້າງໂອກາດໃຫ້ເຂົາເຈົ້າໄດ້ສະແດງອອກໃນຄວາມຮູ້, ຄວາມສາມາດຂອງຕົນເອງຢ່າງເຕັມສ່ວນ.
ໃນງານຄັ້ງນີ້ ບັນດາຄູ-ອາຈານ, ບັນດາແຂກທີ່ເຂົ້າຮ່ວມ ໄດ້ພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດ ເນື້ອໃນຄຳຂັວນ 4 ບຸກ ຂອງ ຄະນະຊາວໜຸ່ມລາວ, ຂໍ້ແຂ່ງຂັນ 3 ດີ, 4 ຮູ້ຂອງເຍົາວະຊົນທັນວາ, ຄຳສອນ 6 ຮັກ, 3 ຊັງ ຂອງທ່ານຜູ້ນຳ, ພ້ອມທັງເປັນການຈັດຕັ້ງປະຕິບັດ 4 ບຸກທະລຸຂອງພັກວາງ ອອກ ໂດຍສະເພາະບຸກທະລຸທາງດ້ານຊັບພະຍາກອນມະນຸດ ພາຍໃຕ້ຫົວຂໍ້ “ເຍົາວະຊົນຮຽນຮູ້ສົມໄວ ກ້າວໄກພັດທະນາ ສະແຫວງຫາຄວາມຮູ້ ຄຽງຄູ່ຄຸນນະທຳຮັກ ສາມູນເຊື້ອວິລະຊົນສີທອງ”. ຊຶ່ງໃນງານພົບປະຕັ້ງຄ້າຍເຍົາວະຊົນ ສາທິດໃນຄັ້ງນີ້, ມີຫຼາຍກິດຈະກຳທີ່ນຳມາເຄື່ອນໄຫວ ປະກອບມີ: ການຕັ້ງຄ້າຍເຍົາວະຊົນສາທິດ, ເດີນ ສວນສະໜາມຂອງເຍົາວະຊົນ, ການເດີນແບບແຜນຂອງເຍົາວະຊົນ, ບາສີສູ່ຂັວນ, ຊຸມນຸມໄຟ ແລະ ຖາມ-ຕອບວິທະຍາສາດ.
ພິທີດັ່ງກ່າວ ຍັງໄດ້ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາລຸນໄຊ ສູນນາລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິ ວັດລາວ, ມີທ່ານ ພົງສະຫວັນ ສີລິພັນ, ກຳມະການພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງໆສັງທອງ ແລະ ທ່ານ ພຸດທະສັກ ວິຈິດຕຣາ, ກໍາມະການຄະນະ ບໍລິຫານງານ ສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມດ້ວຍແຂກທີ່ຖືກເຊີນ, ຄູ-ອາຈານ, ນ້ອງ ນ້ອຍຊາວໜຸ່ມ-ເຍົາວະຊົນ ແລະ ອານຸຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດຽວກັນນີ, ຄະນະບໍລິຫານງານຊາວໜຸ່ມ ປປລ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງໄດ້ຖວາຍເງິນເພື່ອຮ່ວມທຳບຸນຜ້າປ່າສາມັກຄີ ທີ່ວັດ ບ້ານ ເຕົາໄຫ, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ ຈຳນວນ 5 ລ້ານກີບ ອີກດ້ວຍ.
ຂ່າວ ແລະ ຮູບພາບ: ບາລະຄອນ ສຸວັນນະພາສີ