ການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ
1. ດ້ານການສ້າງເອກະສານຫລືນິຕິກຳຕ່າງໆ. ເພື່ອເປັນການຮັບຮອງແລະສ້າງເປັນຄູ່ມືໃນການຈັດຕັ້ງແລະເຄື່ອນໄຫວວຽກງານ 3 ສ້າງໃນຂະແໜງຕົນໄດ້ສ້າງສຳເລັດບັນດາເອກະສານຄື: - ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ຂັ້ນເມືອງ,ເທດສະບານ. - ຂໍ້ຕົກລົງຂອງລັດຖະມົນຕີ ວ່າການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການແຕ່ງຕັ້ງພະນັກງານຫລັກແຫລ່ງຂັ້ນສູນກາງ ລົງຊ່ວຍວຽກງານຂອງ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ. ສະບັບເລກທີ0868/ກວຕ.ຄຊທສ,ລົງວັນທີ 17 ຕຸລາ 2012 - ບົດບັນທຶກກອງປະຊຸມວຽກງານ 3 ສ້າງຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊ່ີ ສະບັບເລກທີ002/ກວຕ, ລົງວັນທີ 27 ກັນຍາ 2012. - ຄຳແນະນຳຂອງທ່ານລັດຖະມົນຕີວ່າການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນການແບ່ງຂັ້ນຄຸ້ມຄອງຂອງຕົນ. - ສ່ວນເອກະສານທີ່ນຳໄປເຜີຍແຜ່ ແລະ ແນະນຳ ທ້ອງຖິ່ນ, ສ່ວນຫລາຍຍັງເປັນເອກະສານ 3 ສ້າງຂັ້ນສູນກາງ ແລະ ຂະແໜງການຕົນຈຳນວນໜຶ່ງ; - ໄດ້ປະກາດສ້າງຕັ້ງ ພະແນກກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂັ້ນແຂວງ ຂອງຕົນເອງທັງໝົດສຳເລັດ 16 ແຂວງ,ຍັງ 1 ແຂວງ(ຫົວພັນ).
2. ການຈັດຕັ້ງບຸກຄະລາກອນ ແລະ ສ້າງຕັ້ງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີຂັ້ນເມືອງ,ເທດສະບານຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ຈຳນວນໜຶ່ງ. - ໄດ້ແຕ່ງຕັ້ງພະນັກງານຫລັກແຫລ່ງຂັ້ນສູນກາງ(ຂັ້ນຄະນະກົມ)ລົງຊ່ວຍວຽກງານຂອງພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນຕາມຂໍ້ຕົກລົງສະບັບເລກທີ0868/ກວຕ.ຄຊທສ,ລົງວັນທີ17 ຕຸລາ2012,ຈຳນວນ 3 ສະຫາຍ. - ໄດ້ເກັບກຳແລະສັງລວມສະຖິຕິ ກຽ່ວກັບ ສ້າງແຜນການ ສ້າງຕັ້ງຫ້ອງການເມືອງ ແລະ ເທດສະບານ(51 ເມືອງ),ເພື່ຶອສັງລວມແລະກວດກາເບິ່ງຄວາມເໝາະສົມໃນການສ້າງຫ້ອງການເພື່ອມອບວຽກວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ເຂົ້າເຈົ້າເລີ່ມປະຕິບັດ. - ໄດ້ເກັບກຳ ແລະ ສັງລວມສະຖິຕິ ຜູ້ທີ່ຖຶກແຕ່ງຕັ້ງມາເປັນຫົວໜ້າ ແລະ ຮອງຫົວໜ້າຫ້ອງການຂັ້ນເມືອງ, ເທດສະບານ. - ກະກຽມການແບ່ງໂກຕ້າໃຫ້ແກ່ບັນດາເມືອງ 3 ສ້າງ. - ຄະນະຊີ້ນຳ 3 ສ້າງກະຊ່ວງໄດ້ລົງຊີ້ນນໍາໃຫ້ຄະນະພະແນກວິທະຍາສາດ ແລະ ເຕັກໂນໂລຊີ ປະຈໍາແຕ່ລະແຂວງ 14ແຂວງ ແລະ 1ນະຄອນຫຼວງສຳເລັດ;ພ້ອມນັ້ນໄດ້ລົງສົມທົບກັບອຳນາດການປົກຄອງເມືອງ,ທ່ານເລຂາ -ເຈົ້າເມືອງ,ໂດຍສະເພາະເມືອງທົດລອງ 3 ສ້າງ.ໂດຍພື້ນຖານ ແລະ ບັນດາເຈົ້າເມືອງທີ່ເປັນເປົ້າ ໝາຍເຮັດທົດລອງ 3 ສ້າງ ເຫັນດີເປັນເອກະພາບ. - .ໃຫ້ຫົວໜ້າຫ້ອງການເມືອງຂະແໜ່ງວິທະຍາສາດ ແລະ ເຕັກໂນໂລຊີແຕ່ລະເມືອງເປັນຜູ້ຄົ້ນຄ້ວາ,ເກັບກຳສະຖິຕິ,ພິຈາລະນາແລະ ຈັດສັນຫ້ອງການ(ບ່ອນເຮັດວຽກ),ໂຕະຕັ່ງໃຫ້ແກ່ອຳນາດການປົກເມືອງຮັບຜິດຊອບຊ່ວຍ. - ສ່ວນພະແນກ,ກະຊ່ວງວິທະຍາສາດ ແລະ ເຕັກໂນໂລຊີ ຮັບຜິດຊອບຂອງອຸປະກອນເຕັກໂນໂລຊີ ແລະ ໃຫ້ຄຳແນະນຳດ້ານວິຊາການຕ່າງໆ. ຈັດຝືກອົບຮົ່ມ ທາງດ້ານວິຊາການ ໃຫ້ພະນັກງານວິຊາການຂັ້ນເມືອງ,ບ້ານ ແລະ ໂກ້ຕ້າພະນັກງານຈຳນວນໜື່ງ.
3.ການເຜີຍແຜ່ເພື່ອກໍາແໜ້ນບັນດານິຕິກໍາຕ່າງໆ ໃນແຕ່ລະດ້ານຂະແໜ່ງວິທະຍາສາດ ແລະ ເຕັກໂນໂລຊີ. -ຄະນະຊີ້ນໍາ 3 ສ້າງ ຂອງກະຊ່ວງ ໄດ້ລົງຊີ້ນນໍາໃຫ້ຄະນະພະແນກວິທະຍາສາດ ແລະ ເຕັກໂນໂລຊີປະຈຳແຕ່ລະແຂວງ,ເມືອງທົດລອງ 3 ສ້າງ ເພື່ອໃຫ້ເຊື່ອມຊືມນໍາບັນດາເອກະສານ 3 ສ້າງໂດຍພື້ນຖານ ແລະ ເປັນຕົ້ນບັນດາເຈົ້າເມືອງທີ່ເປັນເປົ້າໝາຍເຮັດທົດລອງ 3 ສ້າງເພື່ອເຫັນດີເຫັນດີເອກະພາບ.
4.ການຄົ້ນຄ້ວາຜັນຂະຫຍາຍ ເປັນແຜ່ນງານລະອຽດໃນແຕ່ລະດ້ານຂອງກະຊ່ວງວິທະຍາສາດ ແລະ ເຕັກໂນໂລຊີ. -ພະນັກງານຫຼັກແຫຼ່ງຂອງກະຊ່ວງວິທະຍາສາດແລະເຕັກໂນໂລຊີໄດ້ສົມທົບກັບຄະນະພະແນກວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຄົ້ນຄ້ວາສ້າງຕົວແບບໃນຂະແໜ່ງການວິທະຍາສາດ ແລະ ເຕັກໂນໂລຊີໃຫ້ສຳເລັດພາຍໃນທ້າຍເດືອນ 12/2012.
ການປັບປຸງກົງຈັກຈັດຕັ້ງຂັ້ນພະແນກ, ແລະການຂຽນຕໍາແໜງງານເພື່ອຢັ່ງຢືນຄືນກ່ຽວກັບກົງຈັກຂອງພະແນກໃນການຮັບ ອງໃນການຈັດຕັ້ງປະຕິບັດແຜນການຍຸດທະສາດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ໂດຍມີການຢັ້ງຢືນຈາກກະຊວງ, ຂະນະຈັດຕັ້ງແຂວງ ແລະ ພະແນກພາຍໃນ ໄດ້ສໍາເລັດ 90% ການສ້າງປື້ມຄູ່ມືໃນການແບງຂັ້ນຄູ້ມຄອງຂັ້ນພະແນກ, ຂັ້ນເມືອງ ແລະ ຂັ້ນບ້ານໃນວຽກງານຊັບສີນທາງປັນຍາ,ພະລັງງານທົດແທນ, ນິເວດວິທະຍາ, ຊິວະເຕັກໂນໂລຊີ, ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ວຽກງານການຄົ້ນຄວ້າວິທະຍາສາດ ແລະ ອື້ນໆ ໃນຂະແໜງຕົນຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນສໍາເລັດແລ້ວ 60%
5: ສະຫຼຸບຕິລາຄາລວມໃນການຈັດຕັ້ງປະຕິບັດຂອງວຽກງານ 3 ສ້າງຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ຜ່ານການເຄື່ອນໃຫວຊີນໍາ - ນໍາພາຂອງກອງເລຂາ 3 ສ້າງຂັ້ນກະຊວງ 3 ເດືອນຜ່ານມາສາມາດຕີລາຄາໄດ້ດັ່ງລູ່ມນີ້: 1).ຂໍ້ສະດວກ ໄດ້ມີເອກະສານ 3 ສ້າງຂັ້ນສູນກາງ, 3 ສ້າງຂັ້ນກະຊວງເພື່ອເປັນຄູ່ມືໃນການຈັດຕັ້ງປະຕິບັດວຽກງານຕົວຈິງ. ໄດ້ມີການຊີ້ນໍາ-ນໍາຢ່າງໄກ້ສິດຈາກຄະນະພັກ,ຄະນະນໍາກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ຄະນະພັກກະຊວງໄດ້ເປັນເອກະພາບກັນໃນການຊີນໍາ - ນໍາພາ ອໍານວຍຄວາມສະດວກສ້າງເງືອນໄຂທູກຢ່າງເພື່ອສູມໃສໃຫ້ວຽກງານ 3 ສ້າງມີການເຄື່ອນໃຫວ ແລະ ປະຕິບັດຕາມທິດຊີນໍາຕາມຂັ້ນເທີງ.
ພະນັກງານ-ລັດທະກອນມີຄວາມຕື່ນຕົວສູງທາງດ້ານແນວຄິດການເມືອງ,ປະກອບສ່ວນເຂົ້າທູກການເຄື່ອນໃຫວດ້ານວິຊາການ ແລະ ການປະສານກັບທ່ອງຖີ່ນຕາມຂົງເຂດວຽກງານທີ່ຕົນຮັບຜິດຊອບປະສົບຜົນສໍາເລັດດີພໍຄວນ.
2).ຂໍ້ຍູ້ງຫຍາກ ພະນັກງານ-ລັດທະກອນ ຈໍານວນໜື່ງບໍ່ທັນເຂົ້າໃຈເລີກເຊີ່ງ ກ່ຽວກັບວຽກງານ 3 ສ້າງໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ,ການແບ່ງຂັ້ນຄູ້ມຄອງດ້ານວິຊາສະເພາະຫຼາຍດ້ານຍັງສັບສົນ ພາຍໃນກະຊວງຈໍາເປັນຕ້ອງເພີ່ມທະວີເຜີຍແຜ່ນິຕິກໍາຕ່າງໆ ແລະ ສ້າງນິຕິເພື່ອເປັນເອກະສານແນະນໍາ ແລະ ເອກະສານອະທິບາຍ ແລະ ເປັນນິຕິກໍາອື່ນໆ ເພື່ອນໍາໃຊ້ເຂົ້າໃນວຽກງານ 3ສ້າງຂອງກະຊວງ. 3).ບາງຂໍ້ສະຫຼຸບທີ່ເປັນບົດຮຽນ ແລະ ທອດຖອນໄດ້. 1. ຕ້ອງໃຊ້ວິຊາການ(ກົມ,ສະຖາບັນ ແລະ ຫ້ອງການ)ພາຍໃນກະຊວງຈັດກອງປະຊູມຄົ້ນຄວ້າແບ່ງຂັ້ນຄູ້ມຄອງກ່ຽວກັບວິຊາສະເພາະຂອງຕົນໃຫ້ຈະແຈ້ງ. 2 ຕ້ອງມີແຜນການ,ແຜນງານ ແລະ ໂຄງການຂອງຂະແໜງຕົນຢ່າງລະອຽດເພື່ອເປັນບ່ອນອິງໃຫ້ແກ່ການເຄື່ອນໃຫວໃນໄລຍະກາງ ແລະ ໄລຍະຢາວ. 3 ຂື້ນແຜນແບ່ງບູກຄະລາກອນລົງສ້າງຫາກຖານການເມືອງເພື່ອເປັນຜູ້ຊ່ວຍໃນການຊີນໍາ-ນໍາພາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ. |