ສະມາຊິກຊາວໜຸ່ມ ກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ ຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ
ໃນວັນທີ 21 ມັງກອນ 2021 ນີ້, ສະມາຊິກຊາວໜຸ່ມ ກໍຄືພະນັກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້
ເຂົ້າຢ້ຽມຊົມຫໍມູນ ເຊື້ອແນວລາວສ້າງຊາດ ໃຫ້ກຽດຕ້ອນຮັບ ແລະ ນຳພາເຂົ້າຢ້ຽມຊົມຫໍມູນເຊື້ອແນວລາວສ້າງ ຊາດ ໂດຍຄະນະຮັບຜິດຊອບພະແນກປະຫວັດສາດ-ຫໍມູນເຊື້ອ, ກົມໂຄສະນາ, ສູນກາງແນວລາວສ້າງຊາດ ຊຶ່ງຄະ ນະເຂົ້າຢ້ຽມຊົມຄັ້ງນີ້ໄດ້ຮັບຟັງການບັນຍາຍກ່ຽວກັບເນື້ອໃນການຈັດວາງສະແດງຢູ່ແຕ່ລະໜ້າປະ ກອບດ້ວຍ 4 ພາກ ໃຫຍ່ ຄື: ພາກນຳສະເໜີປະເທດລາວຄົນລາວເປັນເຈົ້າຂອງ, ແນວລາວອິດສະຫຼະ 1950-1956, ແນວ ລາວຮັກຊາດ 1956-1979 ແລະ ແນວລາວສ້າງຊາດ 1979-ປັດຈຸບັນ ຊຶ່ງໃນແຕ່ລະໜ້າປະກອບມີຮູບພາບ, ວີດີໂອມູນເຊື້ອ, ວັດຖຸພັນ ແລະ ເອກະ ລັກຂອງບັນດາເຜົ່າ ຈຳນວນໜຶ່ງຕາມ 4 ໝວດພາສາ 50 ຊົນ ເຜົ່າຂອງປະເທດລາວ.
ຊຶ່ງຄະນະຮັບຜິດຊອບໄດ້ອະທິບາຍກ່ຽວກັບປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ມູນ ເຊື້ອ ແລະ ຜົນງານຂອງແນວລາວອິດສະຫຼະ, ແນວ ລາວຮັກຊາດ ແລະ ແນວລາວສ້າງຊາດ ຕະຫຼອດໄລຍະ 70 ປີຜ່ານມາ (13 ສິງຫາ 1950-13 ສິງຫາ 2020) ທີ່ຕິດພັນກັບພາລະກິດປະຕິວັດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຫໍມູນເຊື້ອແນວລາວສ້າງຊາດ ດັ່ງກ່າວ ແມ່ນເປັນບ່ອນທັດສະນະສຶກສາ, ຮຽນຮູ້ປະຫວັດຄວາມເປັນມາຂອງ ແນວລາວສ້າງຊາດ ແລະ ໄດ້ຮຽນຮູ້ເຖິງມູນ ເຊື້ອພິລະອາດຫານຂອງບັນດາທ່ານຜູ້ນໍາຂອງການປະຕິວັດລາວ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ ເພື່ອພາລະກິດລວມຂອງປະເທດຊາດ ເພື່ອໃຫ້ບັນດາຄົນຮຸ່ນຫຼັງ ກໍ ຄືບັນດານັກຮຽນ-ນັກສຶກສາ ຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ ແລະ ນັກທ່ອງທ່ຽວ ໄດ້ສຶກສາຮຽນຮູ້ ແລະ ໄດ້ຮູ້ຈັກປະຫວັດມູນເຊື້ອການເຕີບໃຫຍ່ຂະ ຫຍາຍຕົວ ແລະ ຜົນງານຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ ພາຍໃຕ້ການນຳພາຂອງພັກ.
ພາບ-ຂ່າວ: ບຸນທັນ ນັນທະວົງ