ຮ່ວມກັນສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ຜະລິດເຫຼົ້າ 90
ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ
ບໍລິສັດ ເຫຼົ້າລາວ ຈຳກັດຜູ້ດຽວ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສຶກສາຄວາມເປັນໄປໄດ້ ໃນການຄົ້ນຄວ້າ ແລະ ຜະລິດເຫຼົ້າ 90 ໃຫ້ໄດ້ຕາມມາດຕະຖານ ເພື່ອອອກຮັບໃຊ້ສັງຄົມ ແລະ ສະໜອງຕາມ ຄວາມ ຕ້ອງການຂອງຜູ້ຊົມໃຊ້ຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ.
ພາຍຫຼັງເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວທັງສອງຝ່າຍແມ່ນຈະໄດ້ຮ່ວມກັນຄົ້ນຄວ້າ ແລະ ພັດທະ ນາເຕັກໂນໂລຊີ ຊີວະພາບ ໃນການຫາເຊື້ອແປງເຫຼົ້າ (ຢິດ) ໃນການໝັກເຫຼົ້າ ໃຫ້ມີຄວາມຖືກຕ້ອງຕາມລະບຽບ ການ, ເຕັກນິກ ແລະ ມາດຕະຖານໃນການຄຸ້ມຄອງການຜະລິດເຫຼົ້າ ແລະ ເຫຼົ້າ 90 (ເກົ້າສິບ) ເພື່ອອອກຮັບ ໃຊ້ສັງຄົມ ແລະ ສະໜອງຕາມຄວາມຕ້ອງການຂອງຜູ້ຊົມ ທັງເປັນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຈາກ ວັດຖຸດິບທີ່ມີຢູ່ພາຍໃນ ສປປ ລາວ ແລະ ຫຼຸດຜ່ອນການນໍາເຂົ້າເຫຼົ້າຈາກຕ່າງປະເທດ ສອດຄ່ອງກັບແນວທາງນະ ໂຍບາຍຂອງພັກ-ລັດ.
ພິທີລົງນາມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2020, ຊຶ່ງລົງນາມຄັ້ງນີ້ມີທ່ານ ປອ ນາງ. ແກ້ວວິວອນ ອຸດທະຈັກ, ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ຮ່ວມມື, ກວຕ ແລະ ທ່ານ ບຸນທະປານີ ສີວັນເພັງ, ປະທານບໍລິສັດເຫຼົ້າລາວ ຈຳກັດຜູ້ ດຽວ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ, ມີທ່ານ ຫຸມ ພັນ ອິນທະຣາດ, ຮອງລັດຖະມົນຕີ ກວຕ, ບັນດາທ່ານຫົວໜ້າຫ້ອງການ, ກົມ, ສະຖາບັນ ພາຍໃນ ກວຕ ແລະ ພະນັກງານທີ່ກ່ຽວຂ້ອງຂອງສອງພາກສ່ວນເຂົ້າ.
ພາບ-ຂ່າວ: ແສງທອງ ວັນນະທຳ