ລັດຖະມົນຕີ ກວຕ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ ແຂວງ ສະຫວັນນະເຂດ
ວັນທີ 2 ກຸມພາ 2021, ທີ່ຫ້ອງວ່າການແຂວງສະຫວັນ ນະເຂດ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ,
ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນະນຳ ໄດ້ເຂົ້າປະ ພົບຢ້ຽມຢາມທ່ານ ສັນຕິພາບ ພົມວິຫານ, ກຳມະການ ສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເນື່ອງໃນໂອກາດ ທີ່ໄດ້ລົງເຄື່ອນໄຫວວຽກງານຢູ່ບັນດາແຂວງພາກໃຕ້.
ໃນໂອກາດນີ້, ທ່ານລັດຖະມົນຕີ ກວຕ ໄດ້ກ່າວສະແດງຄວາມຂອບໃຈທີ່ທ່ານໄດ້ຕ້ອນຮັບຢ່າງອົບອຸນ ແລະ ຊົມເຊີຍຕໍ່ທ່ານເຈົ້າແຂວງທີ່ໄດ້ດຳລົງຕໍາແໜ່ງເຈົ້າ ແຂວງສະຫວັນນະເຂດອີກສະໄໝ ແລະ ສະແດງຄວາມ ເຊື່ອໝັ້ນວ່າທ່ານເຈົ້າແຂວງຈະສືບຕໍ່ຊີ້ນຳໆພາ ແລະ ສະໜັບສະໜຸນ ດ້ານວຽກງານວິທະຍາສາດ ແລະ ເຕັກໂນ ໂລຊີ ຂອງແຂວງ ເພື່ອນຳວຽກງານດັ່ງກ່າວເປັນທ່າແຮງໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ໂດຍສະເພາະແມ່ນ ນຳໃຊ້ຜົນສຳເລັດດ້ານການຄົ້ນຄວ້າວິທະຍາສາດ-ເຕັກນິກໃໝ່ໆເຂົ້າສູ່ຂະບວນການການ ຜະລິດກະສິກຳ ຂອງແຂວງໃຫ້ນັບມື້ນັບມີບາດກ້າວທີ່ຍິ່ງໃຫຍ່ກວ່າເກົ່າ.
ໂອກາດດຽວກັນ, ທ່ານເຈົ້າແຂວງໆ ສະຫວັນນະເຂດ ໄດ້ກ່າວສະແດງຄວາມຄວາມຂອບໃຈມາຍັງທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ທີ່ໄດ້ລົງຊຸກຍູ້ສົ່ງເສີມ ວຽກງານຢູ່ແຂວງ ສະຫວັນນະເຂດ ໃນຄັ້ງນີ້ ພ້ອມທັງຍິນດີສືບຕໍ່ສະໜັບສະໜຸນ ແລະ ຊຸກຍູ້ວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ແຂວງສະຫວັນນະເຂດ ໃຫ້ ນັບມື້ນັບມີພັດທະນາ ໂດຍສະເພາະແມ່ນ ຍຸກອຸດສາຫະກຳ 4.0 ທຸກໆຂະແໜງການ ຕ້ອງນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ຊຸກຍູ້ພັດທະນາໃຫ້ແຂວງສະຫວັນນະ ເຂດ ເປັນແຂວງອຸດສາຫະກຳ ແລະ ທັນສະໄໝ.
ໃນວັນດຽວກັນນັ້ນ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ພົບປະ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສະຫວັນນະເຂດ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ພອນສະໄໝ ຈັນສີນາ, ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານພະແນກ ດັ່ງກ່າວ.
ໃນໂອກາດນັ້ນ, ທ່ານ ພອນສະໄໝ ຈັນສີນາໄດ້ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງພະແນກໃນໄລຍະຜ່ານມາ ແລະ ທິດທາງແຜນ ການໃນຕໍ່ໜ້າ ຕໍ່ທ່ານ ລັດຖະມົນຕີ ກວຕ ແລະ ຄະນະ ຮັບຊາບ. ພ້ອມນັ້ນ, ກໍໄດ້ມີການປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນຂອງບັນດາຫົວໜ້າກົມ, ສະຖາບັນຈາກກະຊວງ ໂດຍສະເພາະແມ່ນການນຳເອົາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ລົງຈັດຕັ້ງປະຕິບັດຢູ່ຂັ້ນທ້ອງຖິ່ນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນວຽກ ງານມາດຕະຖານ ແລະ ວັດແທກ, ວຽກງານການຮ່ວມມື ແລະ ວຽກງານອື່ນໆ ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ.
ໃນຕອນທ້າຍ, ທ່ານ ລັດຖະມົນຕີ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະພັກ, ຄະນະນຳ ຂອງແຂວງ ກໍຄື ຄະ ນະນຳ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສະຫວັນນະເຂດ ທີ່ສາມາດຍາດມາໄດ້ຜົນງານການປະຕິບັດໜ້າທີ່ໄລຍະຜ່ານມາ, ທ່ານຍັງໄດ້ຮຽກຮ້ອງໃຫ້ພະ ນັກງານ ເອົາໃຈໃສ່ ໃນການພັດທະນາຕົນເອງໃນທຸກດ້ານ ແລະ ພ້ອມທັງໄດ້ເນັ້ນໜັກໃຫ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ເອົາໃຈໃສ່ວຽກງານກໍ່ສ້າງຊັບພະ ຍາກອນມະນຸດ, ເອົາໃຈໃສ່ສົ່ງເສີມການນຳໃຊ້ວິທະຍາສາດ-ເຕັກນິກວິຊາການ ແລະ ນະວັດຕະກຳໃໝ່ ເຂົ້າໃນການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ແຂວງໃຫ້ໄດ້ຮັບໝາກຜົນຍິ່ງໃຫຍ່ກວ່າເກົ່າ.
ພາບ-ຂາວ: ແສງທອງ ວັນນະທຳ