ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນ ໂລຊີ ເຂົ້າພົບປະທ່ານເຈົ້າແຂວງຄຳມວນ
ໃນໂອກາດລົງເຄື່ອນໄຫວ ແລະ ເຮັດວຽກຢູ່ບັນດາ ແຂວງພາກໄຕ້ ຄື: ແຂວງສະຫວັນນະເຂດ, ຈຳປາສັກ ແລະ
ອັດຕະປື ລະຫວ່າງວັນທີ 01-05 ກຸມພາ 2021 ນີ້. ໃນຕອນເຊົ້າວັນທີ 1 ກຸມພາ 2021 ນີ້, ທີ່ຫ້ອງວ່າການແຂວງຄຳມວນ. ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ທ່ານ ວັນໄຊ ຟອງສະຫວັນ, ເລຂາພັກແຂວງ ເຈົ້າແຂວງຄຳມວນ.
ໃນໂອກາດດັ່ງກ່າວ, ທ່ານເຈົ້າແຂວງໄດ້ສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະນຳ ກໍຄື ລັດຖະ ມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງທ້ອງຖິ່ນ, ທ່ານໄດ້ລົງຊຸກຍູ້ ແລະ ຕິດແທດກັບຂັ້ນທ້ອງຖິ່ນເພື່ອສົ່ງເສີມຂະແໜງທີ່ກ່ຽວຂ້ອງ. ພ້ອມນັ້ນ, ທ່ານເຈົ້າແຂວງຍັງໄດ້ລາຍງານສະພາບລວມໂດຍຫຍໍ້ໃຫ້ທ່ານ ລັດຖະມົນຕີ ກວຕ ໄດ້ຮັບຮູ້ເຖິງແຜນການພັດທະນາເສດຖະກິດ-ສັງຄົມຂອງແຂວງເປັນຕົ້ນ ແມ່ນວຽກງານການສົ່ງເສີມກະສິກຳຂອງພໍ່ແມ່ປະຊາຊົນພາຍໃນແຂວງໂດຍຖືເອົາວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການຜະລິດເພື່ອໃຫ້ໄດ້ຄຸນນະພາບ ແລະ ປະສິດທິພາບສູງ.
ຈາກນັ້ນ, ທ່ານລັດຖະມົນຕີ ກວຕ ກໍໄດ້ຍ້ອງຍໍ່ຊົມເຊີຍຕໍ່ທ່ານທີ່ສາມາດຊຸກຍູ້ສົ່ງເສີມໃຫ້ປະຊາຊົນພາຍໃນແຂວງໄດ້ຮັບຜົນສຳເລັດ. ແລະ ທ່ານຍັງໄດ້ສະເໜີບາງແຜນວຽກໃນການຊຸກຍູ້ສົ່ງເສີມບັນດາໂຄງການທີ່ມີເງື່ອນໄຂ ແລະ ແທດເໝາະກັບແຂວງຄຳມວນເປັນຕົ້ນແມ່ນຜະລິດກະສິກຳເຊັ່ນ: ສະໜອງນໍ້າເຂົ້າໃນການປູກເຂົ້າພຶດຊະນິດຕ່າງໆທີ່ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຜົນປະໂຫຍດສູງສຸດ ແລະ ເຮັດໃຫ້ແຂວງຄຳມວນມີຜະລິດຕະພັນກະສິກຳສົ່ງອອກພາຍໃນແຂວງ ແລະ ແຂວງໃກ້ຄຽງໃຫ້ພຽງພໍ.
ຂ່າວ ແລະ ພາບ: ແສງທອງ ວັນນະທຳ.