ຝຶກອົບຮົມການນໍາໃຊ້ລະບົບຫ້ອງປະຊຸມທັນສະໄໝ “e-Meeting Room System Platform”
ໃນວັນທີ 4 ກຸມພາ 2021, ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດການຝຶກ
ອົບຮົມ ໃຫ້ບັນດາພາກສ່ວນທີ່ຮັບຜິດຊອບວຽກງານບໍລິຫານ ແລະ ຄຸ້ມຄອງຫ້ອງປະຊຸມທີ່ມາຈາກ ຫ້ອງການ, ກົມ ແລະ ສະຖາບັນ ພາຍໃນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່ຽວກັບ ການຄຸ້ມຄອງ ແລະ ການນໍາໃຊ້ ລະບົບຫ້ອງປະຊຸມທັນສະໄໝ “e-Meeting Room System Platform” ຊຶ່ງເປັນຜົນສຳເລັດຂອງການຄົ້ນ ຄວ້າ-ພັດທະນາ ຂອງໂຄງການຄົ້ນຄວ້າ-ພັດທະນາ ຊອບແວຣ໌ລະບົບເປີດ ໄລຍະທີ II ໂດຍໃຫ້ກຽດເປັນປະທານ ກ່າວເປີດພິທີຂອງ ທ່ານ ສຸລິຍາ ແສງດາລາວົງ, ຮອງຫົວ ໜ້າກົມເຕັກໂນໂລຊີ ດິຈິຕ໋ອນ ທັງເປັນຜູ້ຈັດ ການໂຄງການ.
ການພັດທະນາລະບົບຫ້ອງປະຊຸມທັນສະໄໝ ເປັນການຈັດຕັ້ງຜັນຂະຫຍາຍ 1 ໃນ 6 ແຜນງານໃຫຍ່ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍຄືແຜນ ງານການຄົ້ນຄວ້າ-ພັດທະນາ ໂດຍມີເປົ້າໝາຍໃນການສ້າງ ແລະ ພັດທະນາ ເຄື່ອງມືທັນສະໄໝເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແນໃສ່ເພື່ອຍົກປະສິດທິ ພາບ-ປະສິດທິຜົນ ຂອງການຄຸ້ມຄອງ-ບໍລິຫານຫ້ອງການແບບທັນສະໄໝ ໃນຍຸກດິຈິຕ໋ອນ 4.0 ທັງເປັນການຫຼຸດຜ່ອນການນໍາໃຊ້ງົບປະມານບໍລິຫານຂອງລັດ.
ຊຶ່ງການພັດທະນາລະບົບຫ້ອງປະຊຸມທັນສະໄໝ ປະກອບມີ 4 ລະບົບ ຄື: (1) ລະບົບຈອງຫ້ອງປະຊຸມແບບອອນລາຍ, (2) ລະບົບລົງທະບຽນເຂົ້າຫ້ອງປະ ຊຸມແບບອອນລາຍ, (3) ລະບົບແຊຣ໌ເອກະສານພາຍໃນຫ້ອງປະຊຸມ ແລະ (4) ລະບົບກອງປະຊຸມທາງໄກຜ່ານອິນເຕີເນັດ.
ຊຶ່ງການເຮັດວຽກຂອງລະບົບແມ່ນແບບອອນລາຍຜ່ານອິນເຕີເນັດ ສ້າງຄວາມສະດວກສະບາຍໃນການຄຸ້ມຄອງ-ບໍລິຫານຫ້ອງປະຊຸມພາຍໃນກະຊວງ ທັງເປັນ ການນໍາໃຊ້ຫ້ອງປະຊຸມຢ່າງມີປະສິດທິພາບສູງ ປະຢັດເວລາໃນການເດີນທາງ, ປະຢັດການນຳໃຊ້ເຈ້ຍພິມເອກະສານ ແລະ ສາມາດເກັບຮັກສາຂໍ້ມູນໄວ້ໃນຄັງຂໍ້ມູນເພື່ອ ແບ່ງປັນໃຫ້ທຸກຄົນເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງງ່າຍດາຍ ແລະ ມີຄວາມປອດໄພສູງ.