ຍົກລະດັບກ່ຽວກັບຄວາມຮູ້ພື້ນຖານທາງດ້ານສະຖິຕິ ວິທະຍາສາດ ແລະ ເຕັກໂນໂລຊີ
ກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ)ໄດ້ຈັດກອງປະຊຸມ ຝຶກອົບຮົມ
ກ່ຽວກັບຄວາມຮູ້ພື້ນຖານທາງດ້ານສະຖິຕິວິທະຍາສາດ ແລະ ເຕັກໂນໂລຊີ ໃນລະຫວ່າງວັນທີ 14-15 ມັງກອນ 2021, ທີ່ຫ້ອງປະຊຸມສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍໃຫ້ກຽດເປັນປະທານກ່າວ ເປີດກອງປະຊຸມໂດຍແມ່ນ ທ່ານ ບຸນທັນ ວົງຊະນະ, ຮອງຫົວໜ້າກົມແຜນການ ແລະ ຮ່ວມມື.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອແນໃສ່ຍົກລະດັບພະນັກງານ-ວິຊາການໃຫ້ມີຄວາມ ຮູ້ຄວາມສາມາດຂຶ້ນຕື່ມໂດຍສະເພາະແມ່ນເພີ່ມທັກສະໃນການສ້າງຕົວຊີ້ບອກ, ການສັງລວມ, ການວິເຄາະວິໄຈ ຂໍ້ມູນ ແລະ ຄວາມຮູ້ໃນການນຳໂປຣແກຣມທາງດ້ານສະຖິຕິ, ການຄົ້ນຄວ້າ, ການສຳຫຼວດຂໍ້ມູນ, ຄຸນນະພາບຄົບ ຖ້ວນໃນການປະກອບຂໍ້ມູນ ແລະ ການສ້າງຖານຂໍ້ມູນ ເພື່ອນຳໃຊ້ເຂົ້າໃນໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ໃນໂອກາດດັ່ງກ່າວ, ທ່ານ ບຸນທັນ ວົງຊະນະ, ຮອງຫົວໜ້າກົມແຜນການ ແລະ ຮ່ວມມື ກ່າວວ່າ: ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງ ສູນສະຖິຕິວິທະຍາສາດ ແລະ ເຕັກໂນໂລຊີຂຶ້ນໃນເດືອນ ກຸມພາ 2018, ສູນດັ່ງກ່າວ ກໍໄດ້ມີການສຶກສາໃນເບື້ອງຕົ້ນກ່ຽວກັບຂັ້ນຕອນ ແລະ ຮູບແບບໃນການຈັດຕັ້ງປະບັດວຽກງານຕົວຈິງນຳບັນດາກະຊວງຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ, ກະຊວງ ແຮງງານ ແລະ ສະວັດດີການສັງຄົມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ. ພ້ອມນັ້ນ, ກໍໄດ້ມີການສະເໜີສ້າງຕັ້ງຈຸດປະສານງານກ່ຽວກັບວຽກງານ ສະຖິຕິຂອງກະຊວງ ແລະ ໃນເດືອນທັນວາ 2019 ເພື່ອເປັນບ່ອນ ອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ໃນການເຄື່ອນໄຫວວຽກງານສະຖິຕິວິທະຍາສາດ ແລະ ເຕັກໂນໂລຊີ ສູນດັ່ງກ່າວກໍໄດ້ມີການຈັດກອງປະຊຸມຮ່ວມກັບຈຸດປະສານງານຕ່າງໆມາແລ້ວ 3 ຄັ້ງ ເພື່ອ ປຶກສາຫາລືຮ່ວມກັນກ່ຽວກັບຂະບວນການ ແລະ ຂັ້ນຕອນໃນການສະໜອງຂໍ້ມູນ ແລະ ໄດ້ລົງເຮັດວຽກເພື່ອຊຸກຍູ້ການເກັບກຳຂໍ້ມູນສະຖິຕິ ຢູ່ບັນດາກົມ, ສະຖາບັນ ຈຳນວນ 6 ຄັ້ງ, ຜ່ານການຄົ້ນຄວ້າ ແລະ ປຶກສາຫາລືຮ່ວມກັນ ຊຶ່ງສາມາດສັງລວມບັນດາຕົວຊີ້ບອກຂອງ ກວຕ ໃນເບື້ອງຕົ້ນທັງໝົດ 73 ຕົວຊີ້ບອກ ໃນນັ້ນ, ມີ 13 ຕົວຊີ້ ບອກທີ່ເປັນຂໍ້ມູນຄຸນນະພາບ ແລະ ມີ 34 ຕົວຊີ້ບອກທີ່ເປັນຂໍ້ມູນປະລິມານ ຄິດໄລ່ເປັນ46,58% ຂອງຈຳນວນຕົວຊີ້ບອກທັງໝົດ ທີ່ສາມາດເຊື່ອມສານແຜນພັດທະນາ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເປົ້າໝາຍພັດທະນາແບບຍືນຍົງ.
ການຈັດຕັ້ງປະຕິບັດວຽກງານສະຖິຕິວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງສູນດັ່ງກ່າວ ໃນໄລຍະຜ່ານມາມີບາງບັນຫາທີ່ເປັນຂໍ້ຈຳກັດເປັນຕົ້ນ ແມ່ນພະນັກງານຍັງຂາດທັກສະໃນການສ້າງຕົວຊີ້ບອກ, ການສັງລວມ, ການວິເຄາະວິໄຈຂໍ້ມູນ ແລະ ຄວາມໃນການນຳໃຊ້ໂປຣແກຣມທາງດ້ານສະຖິຕິຍັງຈຳກັດ, ຂາດງົບ ປະມານໃນການຄົ້ນຄວ້າ, ການສຳຫຼວດຂໍ້ມູນ, ຄຸນນະພາບຄວາມຄົບຖ້ວນໃນການປະກອບຂໍ້ມູນ, ການສ້າງຖານຂໍ້ມູນ ແລະ ອື່ນໆ ຊຶ່ງເຮັດໃຫ້ບໍ່ສາມາດປະຕິບັດພາລະ ບົດບາດສະຖິຕິສາຍຂວາງຂອງຂະແໜງການໄດ້ຢ່າງເຕັມສ່ວນ.
ພ້ອມນັ້ນ, ທ່ານ ກໍໄດ້ຮຽກຮ້ອງມາຍັງນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈົ່ງສຸມສະຕິປັນຍາ ໃນການຄົ້ນຄວ້າ, ຍາດແຍ່ງບົດຮຽນປະສົບການ ກ່ຽວກັບວຽກງານດັ່ງກ່າວນີ້ຈາກນັກວິທະຍາກອນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອນຳມາປັບໃຊ້ເຂົ້າໃນວຽກງານສະຖິຕິວິທະຍາສາດ ແລະ ເຕັກໂນໂລຊີ ຂອງຕົນຮັບຜິດ ຊອບໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ.
ຊຶ່ງໃນການຝຶກອົບຮົມຄັ້ງນີ້, ນັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ວຽກງານຂະບວນການຜະລິດສະຖິຕິ; ຄວາມໝາຍ ແລະ ຄວາມສຳ ຄັນຂອງສະຖິຕິ; ວິທີການສ້າງສະຖິຕິ; ວິທີເກັບກຳສະຖິຕິ; ປະເພດສະຖິຕິ; ຂະບວນການະລິດຂໍ້ມູນສະຖິຕິທາງການ; ການເກັບຕົວຢ່າງ, ການອອກແບບການສຳຫຼວດ, ການສຸມຕົວແທນ, ການແຈກຢາຍຄ່າສະເລ່ຍ, ການວິເຄາະຂໍ້ມູນ, ການຖອດຖອນບົດຮຽນການກຳນົດບັນດາຕົວຊີ້ບອກຂອງວິທະຍາສາດ ແລະ ເຕັກໂນໂລຊີ ຈາກ OECD ແລະ UNESCO; ຂະບວນການສ້າງຕົວຊີ້ວັດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ການກຳນົດຕົວຊີ້ວັດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ບັນດາຂໍ້ມູນຕົວຊີ້ບອກທີ່ຕິດກັບແຜນພັດທະນາເສດຖະເກດສັງຄົມ ແຫ່ງຊາດ ຄັ້ງທີ XI ແລະ ແຜນພັດທະນາຍຸດທະສາດ 5 ປີ (2021-2025)ຂອງ ກວຕ.
ກອງປະຊຸມຝຶກອົບຮົມຄັ້ງນີ້ ມີນັກວິທະຍາກອນ ທີ່ຕາງໜ້າຈາກສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິວິທະຍາສາດ ແລະ ເຕັກໂນໂລຊີ, ກົມແຜນການ ແລະ ຮ່ວມມື ກວຕ ແລະ ມີບັນດານັກສຳມະນາກອນທີ່ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ ພາຍໃນກວຕເຂົ້າຮ່ວມທັງໝົດຈຳນວນ 40 ກວ່າຄົນ.
ຂ່າວ ແລະ ຮຸບພາບ: ບາລະຄອນ ສຸວັນນະພາສີ