“ໂຄງການນ້ອງຢາກເປັນນັກວິທະຍາສາດ” ຈັດກິດຈະ ກໍາຢູ່ແຂວງສາລະວັນ
ວັນທີ 30ກັນຍາ 2020 ທີ່ຜ່ານມາ, “ໂຄງການນ້ອງ ຢາກເປັນນັກວິທະຍາສາດ” ໄດ້ສືບຕໍ່ຈັດກິດຈະກຳ ໃຫ້ແກ່
ຊາວໜຸ່ມ-ເຍົາວະຊົນ ໂຮງຮຽນມັດທະຍົມ ສາລະວັນ, ແຂວງສາລະວັນທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ສາ ລະວັນ ຊຶ່ງມີຊາວໜຸ່ມ-ເຍົາວະຊົນເຂົ້າຮ່ວມ 50 ກວ່າ ຄົນ ຊຶ່ງຈຸດປະສົງຂອງໂຄງການນີ້ແມ່ນເພື່ອໂຄສະນາເຜີຍ ແຜ່, ປູກຈິດສໍານຶກ ແລະ ຊຸກຍູ້ສົ່ງເສີມແນວຄິດຈິນຕະນາການໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ທາງດ້ານວຽກ ງານວິທະຍາສາດ ແລະ ເຕັກໂນໂລຊີ ຈັດຕັ້ງປະຕິບັດໂດຍ ຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສົມທົບກັບ ຄະນະບໍລິຫານງານຊາວໜຸ່ມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮວບຮວມເອົາຜົນງານ ການຄົ້ນຄວ້າ, ວິໄຈ ແລະ ສາລະໜ້າຮູ້ທີ່ຕິດພັນກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເຊັ່ນ: ລະບົບ ນິເວດວິທະຍາ ແລະ ການທົດລອງສາທິດການສ້າງຫົວເຊື້ອຈຸລິນຊີ,ວຽກງານດາລາສາດ (ຮຽນຮູ້ລະບົບສຸລິຍະ ຈັກກະວານ ແລະ ສ້າງແບບຈໍາລອງດາວເຄາະ), ການທົດລອງ-ສາທິດການເກີດປະຕິກິລິຍາທາງເຄມີ, ຂໍ້ດີຂໍ້ເສຍ ຂອງການໃຊ້ສື່ສັງຄົມອອນລາຍ ແລະ ການນໍາໃຊ້ປື້ມແບບເອເລັກໂຕຼນິກ (E-Book) ເພື່ອເຜີຍແຜ່ ແລະ ສ້າງກິດຈະກໍາ ຖາມ-ຕອບ ພ້ອມທັງປະຕິບັດຕົວຈິງຮ່ວມກັບນ້ອງນ້ອຍເຍົາວະຊົນ.
ໃນການຈັດກິດຈະກໍາຕົວຈິງບັນດາ ຊາວໜຸ່ມ-ເຍົາວະຊົນ ຜູ້ເຂົ້າຮ່ວມກິດຈະກຳແມ່ນມີຄວາມສົນໃຈ ແລະ ຕັ້ງໃຈຮັບຟັງຕໍ່ການນໍາສະເໜີ ກ່ຽວກັບຜົນງານ ການຄົ້ນຄວ້າ, ການວິໄຈ ແລະ ການທົດລອງສາທິດກ່ຽວກັບ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງນັກວິທະຍາກອນ, ພ້ອມທັງໄດ້ເຂົ້າຮ່ວມການທົດລອງທາງດ້ານວິທະ ຍາສາດ ໃນກິດຈະກຳດັ່ງກ່າວດ້ວຍບັນຍາກາດຄຶກຄື້ນ.
ຊຶ່ງການຈັດກິດຈະກຳໂຄງການຄັ້ງນີ້ໄດ້ຮັບກຽດເຂົ້າຢ້ຽມຊົມກິດຈະກໍາຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ປອ. ໂພໄຊ ໄຊຍະສອນ, ເຈົ້າແຂວງໆ ສາລະວັນ, ແລະ ບັນດາທ່ານຮອງເຈົ້າແຂວງ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ ຈາກ ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ, ພ້ອມທັງໄດ້ມອບອຸປະກອນການຮຽນ ເພື່ອສ້າງແຮງບັນດານໃຈໃຫ້ແກ່ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນອີກດ້ວຍ.
ຂ່າວ ແລະ ພາບ: ບາລະຄອນ ສຸວັນນະພາສີ