xvideos2 sex download pornvixx
ບົດບາດຂອງກາເຟ ຕໍ່ການຫຼຸດຄວາມສ່ຽງໃນ ການເປັນໂຣກມະເຮັງ ແລະ ໂຣກເບົາຫວານ ຊະນິດທີ 2
ມີຫຼັກຖານສະແດງວ່າ ກາເຟສົ່ງຜົນດີຕໍ່ສຸຂະພາບ ແລະ ອາດຈະຕໍ່ຕ້ານໂຣກເບົາຫວານຊະນິດທີ 2 ແລະ ໂຣກມະ
ເຮັງບາງຊະນິດໄດ້ ຊຶ່ງ ທ່ານ ປອ. Karl Krunszelnicki ໄດ້ສືກສາຫຼັກຖານນີ້ວ່າ: ນອກຈາກສານກາເຟອີນທີ່ມີ ໃນກາເຟແລ້ວ ຍັງມີສານເຄມີອື່ນໆອີກໃນກາເຟ ທີ່ສາມາດຊ່ວຍຮັກສາສຸຂະພາບໄດ້. ໃນສ່ວນຂອງໂຣກມະເຮັງຕັບ, ສານເຄມີ 2 ຊະນິດນີ້ ຄື kahweol ແລະcafestrol ສາມາດອອກລິດປ້ອງກັນໂຣກມະເຮັງໄດ້ໂດຍກົງ ແລະ ມີຄຸນສົມບັດປ້ອງກັນອາການອັັກເສບອີກດ້ວຍ. ນອກຈາກນີ້, ສານດັ່ງກ່າວ ອາດຈະສາມາດປ້ອງກັນສານພິດ ຈຳ ພວກ aflatoxin ແລະ ສານປະກອບອື່ນໆ ທີ່ສົ່ງຜົນໃຫ້ເກິດໂຣກມະເຮັງໄດ້ອີກດ້ວຍ.
ໃນປັດຈຸບັນນີ້, ໂຣກເບົາຫວານຊະນິດທີ 2 ນັ້ນເປັນອີກໂຣກທີ່ຈະເປັນປັນຫາໃຫຍ່ທົ່ວໂລກ. ຄົນທີ່ດື່ມ ກາເຟນັ້ນ ຈະມີອັດຕາຄວາມສ່ຽງໃນການເປັນໂຣກເບົາຫວານຊະນິດທີ 2 ຫຼຸດລົງ ນັ້ນມາຈາກການສຶກສາທີ່ໄດ້ມາ ຈາກການວິເຄາະຜົົນການສືກສາກກວ່າ 28 ກໍລະນີ ທີ່ຄອບຄຸມຈຳນນວນຄົນກວ່າ 1 ລ້ານຄົນທີ່ດື່ມກາເຟປະມານ 3 ຈອກ ຫຼື ຫຼາຍກວ່ານັ້ນຕໍ່ວັນ ຈະມີອັດຕາການ ເປັນໂຣກເບົາຫວານຊະນິດທີ 2 ນ້ອຍລົງກວ່າ 21 % ເມື່ອທຽບກັບກຸ່ມບໍ່ໄດ້ດື່ມ ຫຼື ບໍ່ໄດ້ດື່ມກາເຟເລີຍ. ນອກຈາກນັ້ນ, ຖ້າພວກເຂົາດື່ມກາເຟ 6 ຈອກ ຫຼື ຫຼາຍກວ່າ ນັ້ນຕໍ່ວັນ ຄວາມສ່ຽງກໍຈະຫຼຸດລົງໄປອີກ. ເມື່ອມີການຄົ້ນພົບກ່ຽວກັບການມີຊີວິດທີ່ຍາວນານຫຼາຍຂຶ້ນນັ້ນ, ກາເຟ ທີ່ບໍ່ມີສານຄາຟີອີນ ກໍສາມາດທີ່ຈະປ້ອງກັນໄດ້ ແຕ່ບໍ່ ເທົ່າກັບກາເຟທີ່ມີສານຄາຟີອີນ ຊຶ່ງສານເຄມີ 2 ຊະນິດ ທີ່ຈະເປັນປະໂຍດຕໍ່ຮ່າງກາຍກໍຄື chlorogenic acid ແລະcaffeic acid.
ໃນປະເທດສະຫະລັດອາເມລິກາ, ໂຣກມະເຮັງທີ່ພົບໄດ້ຫຼາຍໃນຜູ້ຊາຍ ກໍຄື ມະເຮັງຕອມລູກໝາກ ແລະ ກໍ່ໃຫ້ເກິດການເສຍຊີວິດຈາກໂຣກມະເຮັງເປັນອັນ ດັບທີ 2. ຄວາມເຊື່ອມໂຍງ ລະຫວ່າງ ໂຣກມະເຮັງຕ່ອມລູກໝາກ ກັບ ກາເຟນັ້ນເປັນຜົນບວກ; ການວິເຄາະຈາກການສຶກສາກວ່າ 13 ກໍລະນີ ຊຶ່ງລວມຈຳນວນຜູ້ ຊາຍຫຼາຍກວ່າ 530,000 ຄົນ. ສຳລັບກຸ່ມທີ່ດື່ມກາເຟເພີ່ມເປັນພິເສດກວ່າ 2 ຈອກຕໍ່ວັນ, ຄວາມສ່ຽງໃນການເປັນໂຣກມະເຮັງຕ່ອມລູກໝາກນັ້ນຫຼຸດລົງ ປະມານ 2,5 %. ໃນພາບລວມນັ້ນ, ກຸ່ມທີ່ດື່ມກາເຟຫຼາຍທີ່ສຸດ ຈະມີຄວາມສ່ຽງໃນການເປັນໂຣກມະເຮັງຕ່ອມລູກໝາກຫຼຸດລົງເຖິງ 10 %. ຜົນທີ່ໄດ້ຈາກຂໍ້ມູນສຸຂະພາບນັ້ນ ບໍ່ໄດ້ ເກິດຂຶ້ນມາຈາກ ສານຄາຟີອີນ ເພາະວ່າ ມັນເກິດຂຶ້ນກັບກຸ່ມທີ່ດື່ມກາເຟແບບບໍ່ມີສານຄາຟີອີນດ້ວຍ. ຜ່ານການທົດລອງ ເບິ່ງຄືວ່າ ກາເຟສາມາດຫຼຸດການເປັນໂຣກ ມະເຮັງຜິວໜັງໄດ້ອີກດ້ວຍ ຢ່າງນ້ອຍໃນກຸ່ມຂອງໜູທົດລອງ. ການສຶກສາອື່ນ
ສະແດງໃຫ້ເຫັນວ່າ ຄວາມສ່ຽງ ໃນການເປັນໂຣກມະເຮັງໃນຊ່ອງປາກນັ້ນຫຼຸດລົງ ດ້ວຍການດື່ມກາເຟທີ່ມີສານກາຟີອີນ ຖ້າພວກເຂົາດື່ມກາເຟຫຼາຍກວ່າ 4 ຈອກໃນແຕ່ລະວັນ. ໂດຍລວມແລ້ວ, ການເປັນໂຣກມະເຮັງໃນຊ່ອງປາກຈະຫຼຸດລົງເຖິງ 49 %. ກາເຟນັ້ນ ເບິ່ງຄືມີຄວາມສຳພັນຄືໂຄງຮູບຕົວເຈ (J-curve) ກັບສຸຂະ ພາບ; ມັນຈະມີປະສິດທິພາບໃນການປ້ອງກັນໄດ້ສູງສໍາລັບການດື່ມປະມານ 4 ຈອກຕໍ່ວັນ; ຄວາມສ່ຽງໃນການເປັນໂຣກຫຼຸດລົງເຖິງ 11 % ແລະ ການດື່ມທີ່ຫຼາຍ ຫຼື ນ້ອຍເກີນໄປ ຈະສົ່ງຜົນໃຫ້ເກິດຄວາມຜິດປົກກະຕິຂອງຫົວໃຈເພີ່ມຫຼາຍຂຶ້ນ. ການວິເຄາະຜົນການສືກສາໃນຜູ້ໃຫຍ່ກວ່າ 100,000 ຄົນ ພົບວ່າ ກຸ່ມຄົນທີ່ດື່ມກາເຟເຂົ້າ ໄປນັ້ນມີອັດຕາສ່ຽງໃນການເປັນໂຣກມະເຮັງປອດເພີ່ມຂຶ້ນ 27 %, ແຕ່ໃນກຸ່ມຂອງການວິເຄາະນີ້ມີ 2 ການສືກສາທີ່ເຮັດການສືກສາກາເຟທີ່ບໍ່ມີສານຄາຟີອີນ ແລະ ພົບວ່າໄດ້ຜົນການທົດລອງທີ່ກົງກັນຂ້າມ. ຄົນທີ່ດື່ມກາເຟທີ່ບໍ່ມີສານຄາເຟອີນຈໍານວນຫຼາຍ ຈະມີຄວາມສ່ຽງຂອງການເປັນໂລກມະເຮັງປອດຫຼຸດລົງເຖິງ 34 %. ໃນ ກຸ່ມໜຶ່ງມີຫຼັກຖານທີ່ຊີ້ໃຫ້ເຫັນວ່າ ກາເຟນັ້ນມີຜົນດີຕໍ່ຮ່າງກາຍ ແລະ ກາເຟທີ່ບໍ່ມີສານຄາຟີອີນ ກໍຈະມີຜົນດີຕໍ່ຮ່າງກາຍໃນບາງກໍລະນີອີກດ້ວຍ.
ທ່ານ ປອ. Karl Krunszelnicki ກ່າວວ່າ: “ໃນຕອນນີ້, ຄົນທີ່ດື່ມກາເຟ ບໍ່ຄວນຮູ້ສືກບໍ່ດີກ່ຽວກັບການດື່ມກາເຟ, ແຕ່ກໍບໍ່ສົ່ງເສີມໃຫ້ດື່ມກາເຟເພີ່ມຂຶ້ນ ເພື່ອແທນການດື່ມນ້ຳລ້າ”.
ຂໍ້ມູນຈາກ: VCHARKARN.COM
ຮຽບຮຽງໂດຍ: ບາລະຄອນ ສຸວັນນະພາສີ