xvideos2 sex download pornvixx
ສະໜຸນໄພຊ່ວຍຢຸດຢັ້ງ ຜົມຫງອກກ່ອນໄວ
ຜົມຫງອກ ເກີດໄດ້ຈາກຫຼາຍສາ ເຫດບໍ່ວ່າຈະເປັນ ພັນທຸກຳ, ສຸຂະພາບໜັງຫົວບໍ່ຄ່ອຍດີມີຄວາມມຸດ ມັດສູງ, ໃຊ້
ຜະລິດຕະພັນ ເສັ້ນຜົມທີ່ມີສານເຄມີຫຼາຍເກີນໄປ ເຮັດໃຫ້ເກີດຂາດສານອາຫານເຊັ່ນ:ວິຕາມິນບີ, ໄອໂອດິນ, ທອງແດງ, ທາດເຫຼັກເປັນຕົ້ນ ຫຼື ໂລກດ່າງ, ໂລກເລືອດຈາງ ລວມທັງໂລກກ່ຽວກັບຕ່ອມໄທຣອຍຜິດປົກກະຕິ ດັ່ງນັ້ນຖ້າບໍ່ຢາກໃຫ້ຜົມຫງອກກ່ອນໄວ ຄວນຈະປະຕິບັດຕາມວິທີດ້ວຍການໃຊ້ສະໝຸນໄພດັ່ງຕໍ່ໄປນີ້:
ເຄືອເຂົາຮໍ: ເຄືອເຂົາຮໍ 100-200 ກຣາມ, ນ້ຳມວກ (ນໍ້າມ່າເຂົ້າ) 1 ຖ້ວຍ ຫຼັງຈາກນັ້ນ ຕຳເຄືອເຂົາຮໍໃຫ້ມຸ່ນລະອຽດໃສ່ລົງໄປໃນໝໍ້ຕື່ມນ້ຳມວກ ນຳໄປຕົ້ມໃຫ້ຟົດແລ້ວປະໄວ້ໃຫ້ເຢັນ ວິທີໃຊ້ແມ່ນນຳມາທາໃຫ້ທົ່ວ ໜັງຫົວໝັກຜົມໄວ້ປະມານ 10 ນາທີ ຈາກນັ້ນນວດຄ່ອຍໆແລ້ວລ້າງອອກ ດ້ວຍນ້ຳສະອາດຄວນໃຊ້ອາທິດລະ 2-4 ຄັ້ງ ເພາະເຄືອເຂົາຮໍອຸດົມໄປດ້ວຍສານໃນກຸ່ມແອລຄາລອຍ (Alkaloid) ຊຶ່ງເປັນສານຂົມມີຄຸນສົມບັດຊ່ວຍ ປ້ອງ ກັນຜົມຫງອກ ແລະບຳລຸງເສັ້ນຜົມໃຫ້ແຂງແຮງ.
ໃບຜັກໜອກ: ໃບຜັກໜອກ 2-3 ກໍາມື, ນ້ຳ1 ຖ້ວຍ ແລະ ນໍ້າໝາກພ້າວ 5 ບ່ວງແກງ ຈາກນັ້ນ, ນຳເອົາໃບຜັກໜອກມາຕັດເປັນຕ່ອນນ້ອຍໆ ແລ້ວນຳໄປ ປັ່ນປະສົມກັບນ້ຳ, ແລ້ວນຳໄປຕົ້ມໃນໄຟອ່ອນໆໃສ່ນ້ຳໝາກພ້າວລົງ ໄປຂ້ຽວສ່ວນປະສົມໄປເລື້ອຍໆຈົນເຫຼືອເປັນນ້ຳມັນໆ ຈາກນັ້ນ ກໍນຳມາປະໄວ້ໃຫ້ອຸ່ນແລ້ວນຳມາ ທາເສັ້ນຜົມ ໝັກໄວ້ປະມານ 15 ນາທີ ແລ້ວນວດໜັງຫົວຄ່ອຍໆປະມານ 5 ນາທີ ແລ້ວລ້າງອອກດ້ວຍນ້ຳສະອາດ ຄວນເຮັດອາທິດລະ 2-4 ຄັ້ງ .
ຮຽບຮຽງໂດຍ: ທັດສະນີ ພົງບັນດິດ