xvideos2 sex download pornvixx
ເບ້ຍຕົ້ນຕາເວັນອ່ອນ ແຫຼ່ງສານອາຫານ ເພື່ອສຸຂະພາບ
ເບ້ຍຕົ້ນຕາເວັນອ່ອນເປັນພືດທີ່ ມີແຫຼ່ງໄຂມັນຊະ ນິດທີ່ດີຕໍ່ຮ່າງກາຍ, ມີໃຍອາຫານທີ່ມີປະໂຫຍດ ຕໍ່ລະ ບົບຂັບ
ຖ່າຍ, ເປັນແຫຼ່ງໂປຣຕີນ, ທາດເຫຼັກ, ແຄວຊຽມ... ນອກຈາກນີ້ມັນຍັງມີກົດ Linoleic ໃນປະລິມານຫຼາຍທີ່ ຊ່ວຍບຳ ລຸງສະໝອງ ແລະ ກະດູກໃຫ້ແຂງແຮງ ທັງອຸດົມໄປດ້ວຍວິຕາມິນ A,B2,E,D,K, ໂອເມກາ 3,6,9 ແລະ ໂຟເລດສູງ ຊ່ວຍເພີ່ມພູມຕ້ານທານໃຫ້ແກ່ຮ່າງກາຍ, ປ້ອງກັນໂລກຫົວໃຈ, ມະເຮັງ ແລະ ຊ່ວຍໃຫ້ລະບົບ ຂັບຖ່າຍດີຂຶ້ນ.
ຕົ້ນດອກຕາເວັນອ່ອນມີໂປຣຕີນຫຼາຍກວ່າຜັກກາດຂຽວເຖິງ 2ເທົ່າ, ມີວິຕາມິນ A,B2,E,D,K, ແລະ ຍັງມີວິ ຕາມິນ A ສູງກວ່ານ້ຳເຂົ້າ ແລະ ຖົ່ວເຫຼືອງ 3ເທົ່າ. ເມື່ອນຳເອົາແກ່ນດອກຕາເວັນມາຕອນທີ່ຍັງອ່ອນໆ ຄຸນ ຄ່າທາງສານອາ ຫານຈະເພີ່ມຂຶ້ນຫຼາຍ ເຊັ່ນ: ມີໂປຣຕີນສູງກວ່າຖົ່ວເຫຼືອງ, ມີວິຕາມິນ A ສູງ, ຊ່ວຍບຳລຸງສາຍຕາ, ຜິວພັນ ແລະ ເຮັດໃຫ້ນານເຖົ້າ.ປະຈຸບັນຕົ້ນອ່ອນຂອງດອກຕາເວັນຖືກນຳ ເອົາໄປເປັນອາຫານ ແລະ ມີສູດການ ປຸງແຕ່ງຫຼາຍຢ່າງເຊັ່ນ: ຂົ້ວ, ແກງຈືດ ຫຼື ເຮັດເປັນຜັກໃສ່ນຳຍຳສະຫຼັດ, ລວກຈ້ຳແຈ່ວ ຫຼື ໃຊ້ແທນຖົ່ວງອກກໍ່ໄດ້, ຂະບວນການໃນການປູກຕົ້ນດອກຕາເວັນອ່ອນ ນັ້ນງ່າຍໆ ແລະ ບໍ່ຈຳເປັນຕ້ອງໃຊ້ສານເຄມີ ຫຼື ຢາຂ້າແມງໄມ້ໃດໆ ຈຶ່ງເຮັດໃຫ້ເຮົາໝັ້ນໃຈວ່າປອດໄພຈາກສານເຄມີຕົກຄ້າງ. ສຳລັບໄລຍະເວລາການເຕີບໃຫຍ່ຂອງ ເບ້ຍ ດອກຕາເວັນແມ່ນປະມານ 1-2 ອາທິດກໍ່ສາມາດເກັບມາເປັນອາຫານໄດ້.
ຮຽບຮຽງ: ທັດສະນີ ພົງບັນດິດ