ທີ່ຕັ້ງ ແລະພາລະບົດບາດ
ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເການເຄື່ອງໄຫວຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ |
ໂຄງປະກອບກົງຈັກ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີໂຄງປະກອບກົງຈັກ ດັ່ງນີ້:
1. ຫ້ອງການ;
2. ກົມຈັດຕັ້ງ ແລະພະນັກງານ;
3. ກົມກວດກາ;
4. ກົມແຜນການ ແລະ ຮ່ວມມື;
5. ກົມວິທະຍາສາດ;
6. ກົມເຕັກໂນໂລຊີ ແລະ ນະວັດຕະກຳ;
7. ກົມຊັບສິນທາງປັນຍາ;
8. ກົມມາດຕະຖານ ແລະ ວັດແທກ;
9. ກົມເຕັກໂນໂລຊີດີຈີຕ໋ອນ;
10. ສະຖາບັນ ນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ;
11. ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່;
12. ສະຖາບັນເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຼນິກ;
13. ສະຖາບັນ ການຄຸ້ມຄອງວິທະຍາສາດ ແລະເຕັກໂນໂລຊີ;
14. ຫ້ອງການສະພາວິທະຍາສາດແຫ່ງຊາດ.
ກົງຈັກການຈັດຕັ້ງຂອງທ້ອງຖິ່ນ ຢູ່ພາຍໃຕ້ການຊີ້ນຳດ້ານວິຊາການຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີຄື:
ຂັ້ນແຂວງປະກອບມີ: ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ປະຈໍາແຂວງ, ນະຄອນຫຼວງ;
ຂັ້ນເມືອງປະກອບມີ:ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ປະຈໍາເມືອງ, ເທດສະບານ, ນະຄອນ.
ໂຄງຮ່າງການຈັດຕັ້ງ:
ທີ່ຕັ້ງ ແລະ ພາລະບົດບາດ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂຽນເປັນຕົວອັກສອນຫຍໍ້ວ່າ: “ກວຕ” ແມ່ນກົງຈັກໜຶ່ງຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງ ມະຫາພາກກ່ຽວກັບວຽກງານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ, ຊັບສິນທາງປັນຍາ, ມາດຕະຖານແລະ ການວັດແທກໃນຂອບເຂດທົ່ວປະເທດ.
ໜ້າທີ່
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີໜ້າທີ່ດັ່ງນີ້:
1. ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດ, ດຳລັດ, ມະຕິຂອງລັດຖະບານ ແລະ ນິຕິກຳຂອງນາຍົກລັດຖະ ມົນຕີ;
2. ຄົ້ນຄວ້າຮ່າງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ນິຕິກຳ ຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສະເໜີຕໍ່ລັດຖະບານ;
3. ຄົ້ນຄວ້າຫັນເອົານະໂຍບາຍ, ແຜນຍຸດທະສາດ, ແຜນການ, ມະຕິຕົກລົງຂອງລັດຖະບານ ມາເປັນແຜນງານ, ແຜນການ ແລະ ໂຄງການລະອຽດຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິ ບັດໃຫ້ມີປະສິດທິຜົນສູງໃນຂອບເຂດທົ່ວປະເທດ;
4. ສ້າງ, ປັບປຸງພື້ນຖານໂຄງລ່າງ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນຂອບເຂດທົ່ວປະເທດ ເພື່ອເປັນສິ່ງອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານວິທະຍາ ສາດ, ເຕັກໂນໂລຊີ, ນະວັດ ຕະກຳ, ຊັບສິນທາງປັນຍາ, ມາດຕະ ຖານ, ການວັດແທກ ແລະ ການຄົ້ນຄວ້າ;
5. ເກັບກຳ, ບັນທຶກ ແລະ ຢັ້ງຢືນຜົນງານ, ຫົວຄິດປະດິດສ້າງ ຂອງນັກວິທະຍາສາດ, ນັກຄົ້ນຄວ້າ-ວິໄຈດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ;ໂຄສະນາເຜີຍແຜ່, ສ້າງຈິດສໍານຶກ ແລະ ຊຸກຍູ້ສົ່ງເສີມໃຫ້ສັງຄົມສາມາດເຂົ້າເຖິງແລະນໍາໃຊ້ຜົນສໍາເລັດທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ;ໃຫ້ຄຳປຶກສາ, ສະໜອງຂໍ້ມູນ ແລະ ໃຫ້ການບໍລິການກ່ຽວກັບວຽກງານຄຸ້ມຄອງ, ການພັດທະນາວິທະຍາ ສາດ ນຳໃຊ້ເຕັກໂນໂລຊີ, ນະວັດຕະກຳ, ຊັບສິນທາງ ປັນຍາ, ມາດຕະຖານ ແລະ ວັດແທກ;
6. ຕິດຕາມ, ກວດກາແລະໃຫ້ຄຳແນະນໍາ ທາງດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ, ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກແກ່ບຸກຄົນ ແລະ ການຈັດ ຕັ້ງ-ສັງຄົມ ໃນການຈັດຕັ້ງ ປະຕິບັດແນວທາງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ດໍາລັດ, ມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆ ກ່ຽວກັບວຽກງານຂະແໜງວິທະຍາ ສາດ ແລະ ເຕັກໂນໂລຊີ;
7. ເກັບກໍາແລະວິໄຈຂໍ້ມູນດ້ານຕ່າງໆເພື່ອເປັນພື້ນຖານໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາວຽກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຢູ່ໃນຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນ ຕ່າງໆ ທີ່ເຫັນວ່າມີຄວາມຈຳເປັນ;
8. ຄົ້ນຄວ້າ ແລະ ນໍາໃຊ້ຜົນສໍາເລັດໃໝ່ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ເປັນມິດກັບສິ່ງແວດລ້ອມ, ເຕັກໂນໂລຊີ ສີຂຽວ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ເຂົ້າໃນການພັດທະນາ ປະເທດ ຊາດ;
9. ຊຸກຍູ້ ແລະ ສົ່ງເສີມສະຕິປັນຍາ-ຫົວຄິດປະດິດສ້າງຂອງບຸກຄົນ ແລະ ການຈັດຕັ້ງໃນທົ່ວສັງຄົມເຂົ້າໃນການຄົ້ນຄວ້າ, ພັດທະນາການຖ່າຍທອດ, ນໍາໃຊ້ເຕັກນິກ-ເຕັກໂນ ໂລຊີຕ່າງໆ ແລະ ນຳໃຊ້ຜົນ ຂອງການຄົ້ນຄວ້າ, ການປະດິດສ້າງ ແລະ ໝູນໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳດ້ວຍຮູບການຕ່າງໆ;
10. ຄົ້ນຄວ້າ, ເລືອກເຟັ້ນ, ກວດສອບ, ຢັ້ງຢືນ, ຕິດຕາມ, ກວດກາການນໍາເຂົ້າ ແລະ ເຜີຍແຜ່ຜົນສຳເລັດຂອງການ ເຄື່ອນໄຫວວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາລວມ ທັງດ້ານເຕັກໂນໂລຊີ ຊີວະພາບ, ນິເວດວິທະຍາ, ວັດສະດຸໃໝ່, ພະລັງງານທົດແທນ, ເຕັກໂນໂລຊີ-ສືບຢັ່ງທາງໄກ ເພື່ອໃຫ້ແທດເໝາະກັບສະພາບ ຕົວຈິງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດ;
11. ຄົ້ນຄວ້າ,ພັດທະນາແລະ ກໍານົດລະບຽບການຕ່າງໆ ໃນການຄຸ້ມຄອງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ລວມທັງການຂຶ້ນທະບຽນ;ຕິດຕາມ, ກວດກາ ແລະ ປະຕິບັດມາດ ຕະການຕ່າງໆ ເພື່ອ ປົກປ້ອງ ຊັບສິນທາງປັນຍາຂອງລັດ, ນິຕິບຸກຄົນ ແລະ ຂອງບຸກຄົນ ເພື່ອຮັບປະກັນໃຫ້ສັງຄົມມີຄວາມຍຸຕິທຳ;
12. ຄົ້ນຄວ້າ, ພັດທະນາ ແລະ ສ້າງລະບົບມາດຕະຖານ, ລະບົບການວັດແທກ ແລະ ລະບົບຊັບສິນທາງປັນຍາ ເພື່ອເປັນສິ່ງອໍານວຍຄວາມສະດວກໃຫ້ແກ່ການບໍລິການ, ທົດສອບ, ຮັບຮອງ ແລະ ຢັ້ງຢືນຜະລິດຕະພັນສິນຄ້າ ແນ່ໃສ່ຊຸກຍູ້, ສົ່ງເສີມການຜະລິດ, ການສົ່ງອອກຜະລິດຕະພັນສິນຄ້າ;
13. ສຶກສາ, ຄົ້ນຄວ້າສ້າງ ແລະ ສະເໜີຕໍ່ລັດຖະບານ ກ່ຽວກັບບັນດານະໂຍບາຍ, ທິດທາງພັດທະນາ ທີ່ເປັນບູລິມະສິດ, ແຜນງານ, ແຜນການ ແລະ ໂຄງການຮ່ວມມືວິຊາການໃນ ຂົງເຂດວ ຽກງານຄຸ້ມຄອງ ຄວາມປອດໄພລັງສີ-ນິວເຄຼຍ ແລະ ຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ ພ້ອມທັງຕິດຕາມກວດກາ, ຕີລາຄາ ແລະ ລາຍງານສະພາບການຈັດຕັ້ງ ປະຕິ ບັດຕໍ່ລັດຖະບານ;
14. ສ້າງຖານຂໍ້ມູນດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອນຳໃຊ້ຄຸ້ມຄອງ, ວາງແຜນ, ພັດທະນາ ແລະ ແລກປ່ຽນທັງຢູ່ພາຍໃນ ແລະ ຕ່າງປະເທດ;
15. ຄົ້ນຄວ້າ, ຊຸກຍູ້, ສົ່ງເສີມວຽກງານການກໍ່ສ້າງ-ບໍາລຸງ ແລະ ຝຶກອົບຮົມໃຫ້ແກ່ພະນັກງານ ໃນແຕ່ລະໄລຍະ ເພື່ອສະເໜີຂັ້ນເທິງພິຈາລະນາ; ສ້າງຫຼັກສູດ, ຕໍາລາການຮຽນ- ການຝຶກອົບຮົມ, ຈັດພິມບັນດາປຶ້ມຕຳລາ, ເອກະສານວິຊາສະເພາະ, ຮວບຮວມຂໍ້ມູນຜົນຂອງການສຶກສາຄົ້ນຄວ້າສ້າງລະບົບພາຫະນະ-ເຕັກນິກ ຮັບໃຊ້ວຽກງານບຳລຸງ-ກໍ່ສ້າງ ແລະ ຝຶກອົບຮົມຄວາມ ຮູ້ທາງດ້ານ ວິຊາ ການ;
16. ສ້າງ ແລະ ຍົກລະດັບທາງດ້ານວິຊາການ ໃຫ້ແກ່ບັນດາຂະແໜງການ, ສະຖາບັນການສຶກສາ, ພາກສ່ວນວິສາຫະກິດ ແລະ ພາກສ່ວນເອກະຊົນ ຢູ່ສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງກັບ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
17. ຕິດຕາມ ແລະ ກວດກາບັນດາອົງການຈັດຕັ້ງພາຍໃນຂະແໜງການຂອງຕົນ ກ່ຽວກັບປະສິດທິພາບຂອງການປະຕິບັດ ວຽກງານ, ການຄຸ້ມຄອງງົບປະມານ, ການຄຸ້ມຄອງພື້ນຖານ ວັດຖຸ-ເຕັກນິກ, ການຄຸ້ມ ຄອງພະນັກງານ-ລັດຖະກອນ ແລະ ບັນຫາອື່ນໆບົນພື້ນຖານກົດໝາຍແລະລະບຽບການຕ່າງໆ ທີ່ລັດຖະບານວາງອອກ;
18. ຄົ້ນຄວ້າສ້າງ ແລະ ປັບປຸງກົງຈັກການຈັດຕັ້ງ ແລະ ປະກາດໃຊ້ລະບຽບການຄຸ້ມຄອງດ້ານຕ່າງໆ ລວມທັງໂຄງປະກອບການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ;ຄຸ້ມຄອງ, ສຶກສາອົບຮົມ, ກໍ່ສ້າງ, ບຳລຸງສ້າງ, ບັນຈຸ-ສັບຊ້ອນ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມລະ ບຽບກົດໝາຍ;
19. ນົດແຜນການເຄືອນໄຫວ ລວມທັງແຜນການລົງທຶນຂອງລັດ ໃນແຕ່ລະໄລຍະ ຊຶ່ງລວມເອົາແຜນປະຈຳເດືອນ, ງວດ, ປີ, 5 ປີ, ແຜນການໄລຍະຍາວ ແລະ ແຜນ ຍຸດທະສາດຂອງ ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ; ສ້າງແຜນລາຍຮັບແລະລາຍຈ່າຍງົບປະມານຂອງກະຊວງ; ຄຸ້ມຄອງ ແລະ ຈັດສັນງົບປະມານການລົງທຶນ ຂອງລັດ ສຳລັບການຄົ້ນຄວ້າແລະ ພັດທະນາ ວິທະຍາສາດ, ເຕັກໂນໂລຊີແລະນະວັດຕະກໍາ; ຄຸ້ມຄອງກອງທຶນວິທະຍາສາດແລະເຕັກໂນໂລຊີ;
20. ເປັນຈຸດໃຈກາງໃນການປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງສູນກາງ, ທ້ອງຖິ່ນ ແລະ ພາກພື້ນສາກົນໃນການຄຸ້ມຄອງ, ສົ່ງເສີມວຽກງານການຄົ້ນຄວ້າ, ພັດທະ ນາວິທະຍາສາດ ແລະ ເຕັກໂນໂລຊີ; ຄຸ້ມຄອງວຽກງານ ບໍລິຫານ, ສັງລວມ, ຂໍ້ມູນຂ່າວສານ; ຄຸ້ມຄອງບໍລິຫານການເງີນ, ຊັບສິນ ແລະ ເອກະສານ; ຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບສັງລວມການເຄື່ີອນໄຫວວຽກງານ ຂອງກະຊວງ;
21. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງລັດຖະບານ.
ຂອບເຂດສິດ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີຂອບເຂດສິດ ດັ່ງນີ້:
1. ສະເໜີສ້າງຕັ້ງ, ປັບປຸງການຈັດຕັ້ງຂອງຕົນ ຕໍ່ລັດຖະບານ, ກຳນົດຕໍາແໜ່ງງານ, ການບັນຈຸ, ສັບຊ້ອນ ແລະ ຈັດວາງບຸກຄະລາກອນ ໃນທົ່ວຂະແໜງວິທະຍາສາດ ແລະ ເຕັກໂນ ໂລຊີ ຕາມການແບ່ງຂັ້ນ ຄຸ້ມຄອງ;
2. ຄຸ້ມຄອງ, ຊີ້ນຳການຈັດຕັ້ງແລະ ການເຄື່ອນໄຫວດ້ານວິຊາການຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີຂັ້ນແຂວງແລະ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ຂັ້ນເມືອງ ຕາມລະບຽບກົດໝາຍ;
3. ກວດກາດ້ານເຕັກນິກ, ຢັ້ງຢືນ ແລະ ອອກໃບອະນຸຍາດທາງດ້ານວິຊາການໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບວຽກງານວິທະຍາສາດ,ເຕັກໂນໂລຊີ ແລະນະວັດຕະກຳ ທີ່ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍກົງ ຫຼື ຕາມການສະເໜີຂອງຂະແໜງການທີ່ກ່ຽວຂ້ອງ;
4. ຂຶ້ນທະບຽນຊັບສິນທາງປັນຍາ, ມາດຕະຖານ ແລະ ການວັດແທກ;
5. ຄົ້ນຄວ້າ ແລະ ພິຈາລະນາແກ້ໄຂຄໍາສະເໜີ ແລະ ຄໍາຮ້ອງທຸກຂອງພາກສ່ວນຕ່າງໆ ແລະ ຂອງປະຊາຊົນກ່ຽວກັບບັນຫາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ; ຊັບສິນທາງປັນຍາ, ມາດຕະຖານ ແລະ ການວັດແທກ;
6. ອອກໜັງສືຢັ້ງຢືນ, ມອບນາມມະຍົດ, ໃບຍ້ອງຍໍ ແລະ ໃຫ້ບຳເນັດລາງວັນແກ່ບຸກຄົນ, ນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການພັດທະ ນາດ້ານວິທະຍາສາດ, ເຕັກໂນ ໂລຊີ ແລະ ນະວັດຕະກຳ ຕາມລະບຽບການທີ່ລັດວາງໄວ້;
7. ກວດກາ, ກວດການວຽກງານຕ່າງໆ ທີ່ກໍານົດໄວ້ໃນພາລະບົດບາດ ແລະ ໜ້າທີ່ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ແຈ້ງຕໍ່ຂະແໜງການທີ່ກ່ຽວຂ້ອງ ເພື່ອດຳເນີນການຕາມກົດໝາຍ ແລະ ລະບຽບການ;
8. ຮຽກໂຮມ ແລະ ຈັດກອງປະຊຸມ, ຈັດສຳມະນາແລະຈັດການຝຶກອົບຮົມ,ໃຫ້ພະນັກງານຄຸ້ມຄອງ, ນັກວິທະຍາສາດ-ເຕັກໂນໂລຊີ ໃນຫົວຂໍ້ຕ່າງໆ; ເຂົ້າຮ່ວມ ແລະ ປະກອບຄໍາເຫັນໃນກອງ ປະຊຸມຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບບັນຫາທີ່ພົວພັນເຖິງວຽກງານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ,ຊັບສິນທາງປັນຍາ, ມາດຕະຖານແລະ ການວັດແທກຕາມກົດໝາຍ ແລະ ລະບຽບການ;
9. ອອກຂໍ້ຕົກລົງ, ຄໍາສັ່ງ, ຄຳແນະນຳແລະແຈ້ງການເພື່ອຄຸ້ມຄອງມະຫາພາກໃນຂະແໜງການຂອງຕົນ;
10. ພົວພັນ, ຮ່ວມມື,ພົບປະເຈລະຈາ, ເຊັນບົດບັນທຶກ,ອະນຸສັນຍາ, ສັນຍາກັບຕ່າງປະເທດ, ອົງການຈັດຕັ້ງສາກົນຕ່າງໆ ໃນຂອບເຂດສິດຂອງຕົນ ແລະ ຕາມການ ມອບສິດຂອງລັດຖະບານ;
11. ປະຕິບັດຂອບເຂດສິດອື່ນໆຕາມການມອບໝາຍຂອງລັດຖະບານ.
ແບບແຜນວິທີເຮັດວຽກ
1. ເຮັດວຽກມີແຜນງານ, ແຜນການ ແລະ ໂຄງການລະອຽດ;ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ,ປະສານສົມທົບຢ່າງແໜ້ນແຟ້ນກັບຂະແໜງການອື່ນ ແລະ ອົງການປົກຄອງ ທ້ອງຖິ່ນ ແນໃສ່ໝູນໃຊ້ກຳລັງແຮງງານຂອງທຸກພາກສ່ວນ ເພື່ອພັດທະນາວຽກງານຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ;
2.ເຮັດວຽກມີການກວດກາ, ຕິດຕາມຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະຕີລາຄາຜົນໄດ້ຮັບ-ຜົນເສຍ ພ້ອມທັງປະຕິບັດການລາຍງານສ່ອງແສງຢ່າງເຂັ້ມງວດ;
3. ປະຕິບັດລະບອບປະຊຸມປະຈໍາເດືອນ, 3ເດືອນ, 6 ເດືອນ ແລະປະຈໍາປີ ຫຼືກອງປະຊຸມວິຊາການ ແລະ ປະຕິບັດລະບອບລາຍງານໃຫ້ລັດຖະບານແລະນາຍົກລັດຖະມົນຕີ ເປັນປົກກະຕິ;
4. ປະຕິບັດການພົວພັນປະສານງານພາຍໃນ ແລະ ພາຍນອກ ໃຫ້ສອດຄ່ອງຕາມລະບຽບຫຼັກການ.
ວຽກງາຍບໍລິການ ຕິດຕໍ່ສອບຖາມ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີທີ່ຕັ້ງຢູ່ອາຄານ 4 ຊັ້ນ,
ຖະໜົນ ສີດຳດວນ
ບ້ານ ສີດຳດວນ, ເມືອງ ຈັນທະບູລີ, ແຂວງ ນະຄອນຫຼວງວຽງຈັນ
ໂທ: (+85621) 213470
ແຟັກ: (+85621) 213472
ຕູ້ ປ.ນ: 2279
ອີເມວ:
ເວັບໄຊ: http://www.most.gov.la