xvideos2 sex download pornvixx
ຊາວໜຸ່ມ ກວຕ ແລະ ຊາວໜຸ່ມ ແຂວງ ສາລະວັນ ລົງ ນາມບົດບັນທຶກການຮ່ວມມື
ໃນຕອນເຊົ້າຂອງວັນທີ 30 ກັນຍາ 2020, ທີ່ຫ້ອງປະຊຸມ ໃຫຍ່ຂອງແຂວງສາລະວັນ, ໄດ້ມີພິທີ ລົງນາມບົດບັນ
ທຶກແຮກສ່ຽວ ລະຫວ່າງ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ) ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກັບ ຄະນະບໍລິຫານງານ ຊປປລ ແຂວງສາລະວັນ ເພື່ອເພີ່ມທະວີຫັດແໜ້ນຄວາມສາມັກຄີ, ແລກປ່ຽນບົດຮຽນ, ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ໃນບົດບັນທຶກດັ່ງກ່າວ ທັງສອງຝ່າຍໄດ້ຕົກລົງເຫັນດີ ເປັນເອກະພາບແຮກສ່ຽວ ແລະ ຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ໂດຍສະເພາະແມ່ນ ຄະນະບໍລິຫານງານ ຊປປລ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະ ຊ່ວຍເຫຼືອທາງດ້ານວິຊາການ ໃນການຈັດຝຶກອົບຮົມໄລຍະສັ້ນໃນຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນ ໂລຊີ ເພື່ອສ້າງຈິດສໍານຶກໃຫ້ແກ່ຊາວໜຸ່ມ ແຂວງ ສາລະວັນ ຢ່າງໜ້ອຍ 1-3 ຄັ້ງຕໍ່ປີ, ຈະຈັດສໍາມະນາເຜີຍແຜ່ ບັນດານິຕິກໍາກ່ຽວກັບວຽກງານວິທະຍາສາດ, ເຕັກໂນໂລຊີ, ຊັບສິນທາງປັນຍາ, ມາດຕະຖານ, ວັດແທກ ແລະ ສໍາມານາກ່ຽວກັບຫົວຂໍ້ການປະຕິວັດອຸດສາຫະກໍາ 4.0 ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ສາມາດນໍາໃຊ້ ເຂົ້າໃນວຽກງານຕົວຈິງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາແຕ່ລະໄລຍະ ແລະ ຈັດກິດຈະກໍາ “ໂຄງການນ້ອງຢາກເປັນນັກວິທະຍາສາດ” ເພື່ອສ້າງກິດຈະກໍາ ໂຄສະນາເຜີຍແຜ່, ປູກຈິດສໍານຶກ ທາງດ້ານວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ແຂວງ ສາລະວັນ.
ພ້ອມນັ້ນ, ທັງສອງຝ່າຍເຫັນດີແລກປ່ຽນ ບົດຮຽນ ໃນການຊີ້ນຳ-ນໍາພາພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນ, ປຸກລະດົມຊາວໜຸ່ມແຂ່ງຂັນກັນສ້າງການ ຈັດຕັ້ງ - ບຸກຄົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາອົງການຂອງຕົນ ໃຫ້ມີຄວາມເຂັ້ມແຂງ ພ້ອມທັງຕົກລົງເຫັນດີໃຫ້ມີການ ພົບປະ ແລະ ແລກປ່ຽນຖອດຖອນບົດຮຽນ, ແລກປ່ຽນ ກັນເປັນເຈົ້າພາບຕາມເງື່ອນໄຂຂໍ້ສະດວກ ແລະ ການຕົກລົງກັນ ໃນທຸກໆ 5 ປີ.
ລົງນາມໃນບົດບັນທຶກຄັ້ງນີ້ໂດຍ ສະຫາຍ ພຸດທະສັກ ວິຈິດຕຣາ, ເລຂາຄະນະບໍລິຫານງານ ຊປປລກະະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສະຫາຍ ຈັນເພັງ ສາຍທຳມະວົງ, ເລຂາຄະນະບໍລິຫານງານ ຊປປລ ແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສະຫາຍ ປອ. ໂພໄຊ ໄຊຍະສອນ, ເລຂາພັກແຂວງ, ເຈົ້າແຂວງໆ ສາລະວັນ, ມີບັນດາຮອງເຈົ້າແຂວງສາລະວັນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນ ຈາກ ກວຕ, ພ້ອມດ້ວຍບັນດາແຂກຖືກເຊີນອ້ອມຂ້າງແຂວງ ແລະ ຄະນະບໍລິຫານ ງານ ຊປປລ ທັງສອງຝ່າຍເຂົ້າຮ່ວມ.
ຂ່າວ ແລະ ພາບ: ບາລະຄອນ ສຸວັນນະພາສີ