xvideos2 sex download pornvixx
“ໂຄງການນ້ອງຢາກເປັນນັກວິທະຍາສາດ” ຈັດກິດຈະ ກຳໃຫ້ແກ່ຊາວໜຸ່ມ-ເຍົາວະຊົນຢູ່ແຂວງອັດຕະປື
“ໂຄງການນ້ອງຢາກເປັນນັກວິທະຍາສາດ” ແມ່ນໂຄງ ການໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍ
ມີຈຸດປະສົງຂອງໂຄງເພື່ອໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ກ່ຽວກັບ ວຽກງານວິທະຍາສາດ ແລະ ເຕັກໂນ ໂລຊີ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ຂອງ ສປປ ລາວ ໃນຂອບເຂດທົ່ວປະເທດ ໄດ້ສຶກສາຮຽນຮູ້ຄວາມໝາຍ ຄວາມສໍາຄັນຂອງວຽກງານດັ່ງກ່າວ ເພື່ອໝູນໃຊ້ເຂົ້າໃນຊີວິດປະຈຳວັນພ້ອມທັງເປັນການເສີມສ້າງແນວຄິດຈິນຕະ ນາການໃຫ້ໄວໜຸ່ມໄດ້ມີແນວຄວາມຄິດທີ່ຈະເປັນນັກວິທະຍາສາດໃນອະນາຄົດ.
ໃນວັນທີ 28 ກັນຍາ 2020 ທີ່ຜ່ານມາ, ໂຄງການດັ່ງກ່າວໄດ້ຈັດກິດຈະກຳໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ພາຍໃນແຂວງອັດຕະປື ໂດຍສະເພາະແມ່ນຊາວ ໜຸ່ມ-ເຍົາວະຊົນຂອງໂຮງຮຽນມັດຖະຍົມທະຍົມກິນນອນຊົນເຜົ່າ ແຂວງອັດຕະປື. ຊຶ່ງໃນກິດຈະກຳຄັ້ງນີ້, ຊາວໜຸ່ມ-ເຍົາວະຊົນ ໄດ້ຮຽນຮູ້ຜົນງານການຄົ້ນຄວ້າ, ວິໄຈ ແລະ ສາລະ ໜ້າຮູ້ທີ່ຕິດພັນກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເຊັ່ນ: ວຽກງານນິເວດວິທະຍາ; ວຽກງານດາລາສາດ, ການທົດລອງ-ສາທິດການເກີດປະຕິກິລິຍາທາງເຄມີ, ຂໍ້ດີຂໍ້ເສຍຂອງການໃຊ້ສື່ສັງຄົມອອນລາຍ, ການນໍາໃຊ້ປື້ມ ແບບເອເລັກໂຕຼນິກ (E-Book) ແລະ ອື່ນໆ. ພ້ອມທັງການສາທິດປະຕິບັດຕົວຈິງ ແລະ ສ້າງກິດຈະກໍາ ຖາມ-ຕອບ ຮ່ວມກັບນ້ອງນ້ອຍເຍົາວະຊົນ.
ຜ່ານການຈັດກິດຈະກໍາໃນຄັ້ງນີ້ ເຫັນໄດ້ວ່າ ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນຂອງໂຮງຮຽນດັ່ງກ່າວ ແມ່ນມີຄວາມສົນໃຈຕໍ່ການນໍາສະເໜີ ແລະ ມີຄວາມກະຕືລື ລົ້ນຮ່ວມທົດລອງສາທິດກ່ຽວກັບ ວິທະຍາສາດ ແລະ ເຕັກໂນໂລຊີ. "ໂຄງການນ້ອງຢາກເປັນນັກວິທະຍາສາດ” ກໍເປັນໂຄງການໜຶ່ງທີ່ຈະເຮັດໃຫ້ຊາວໜຸ່ມ-ເຍົາວະຊົນທີ່ ກໍາລັງສຶກສາຮຽນຮູ້ ແລະ ພວມກ້າວເຂົ້າສູ່ການເລືອກສາຂາວິຊາຮຽນ ສາມາດເລືອກວິຊາຮຽນໄດ້ອີກສາຂາໜຶ່ງ ເພື່ອຈະກ້າວເຂົ້າມາເປັນນັກວິທະຍາສາດໃນອະນາຄົດ.
ຂ່າວ ແລະ ພາບ: ບາລະຄອນ ສຸວັນນະພາສີ