ສະຖາບັນ ເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຣນິກ
ໂຄງປະກອບການຈັດຕັ້ງ ຄະນະບໍລິຫານ
ໂຄງປະກອບການຈັດຕັ້ງ ສະຖາບັນ ເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ ປະກອບດ້ວຍ 6 ພະແນກຄື: 1. ພະແນກ ສັງລວມ 7. ສູນບໍລິການວິຊາການ ໂຄງຮ່າງການຈັດຕັ້ງ
ທີ່ຕັ້ງ ແລະ ພາລະບົດບາດ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກຂຽນດ້ວຍຕົວອັກສອນຫຍໍ້ວ່າ: “ສຄອ” ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງ ຂອງ ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາກະຊວງໃນການຄົ້ນຄວ້າ, ພັດທະນາ, ບໍລິການ ແລະ ຖ່າຍທອດທາງດ້ານ ຊອບ ແວ, ຮາດແວ, ລະບົບເຄືອຂ່າຍ, ລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ ໃນຂອບເຂດທົ່ວປະເທດທີ່ກ່ຽວກັບ ວຽກງານ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮັບຜິດຊອບ.
ໜ້າທີ່ ສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຣນິກ ມີໜ້າທີ່ດັ່ງລຸ່ມນີ້: 1. ປະຕິບັດຕາມມະຕິຕົກລົງ ຂອງຄະນະພັກ, ຄະນະນໍາກະຊວງ ແລະ ນິຕິກຳຕ່າງໆ ຂອງກະຊວງ; 2. ສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ແຜນການ, ແຜນງານຂອງກະຊວງໃຫ້ກາຍເປັນອັນລະອຽດ ຂອງສະຖາບັນ ແລະ ຮັບ ຜິດຊອບໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ; 3. ຄຸ້ມຄອງແລະອຳນວຍຄວາມສະດວກກ່ຽວກັບການສ້າງ, ຄຸ້ມຄອງ, ອຸປະກອນເຕັກນິກແລະພາຫະນະຊັບສິນ, ບໍລິການເອກກະສານແລະຂໍ້ມູນຂ່າວສານ ກ່ຽວກັບສະ ຖາບັນ; 4. ສ້າງລາຍຮັບວິຊາການກ່ຽວກັບການຄົ້ນຄວ້າ, ພັດທະນາ, ຢັ້ງຢືນເຕັກນິກ, ສົ່ງເສີມ, ນຳໃຊ້ແລະບໍລິການ ໃນຂົງເຂດຄວາມຮັບຜິດຊອບຂອງສະຖາບັນ; 5. ຄົ້ນຄວ້າ, ສະເໜີປັບປຸງກົງຈັກການຈັດຕັ້ງຂອງສະຖາບັນໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງວຽກງານໃນແຕ່ລະໄລຍະ; 6. ຄົ້ນຄວ້າສ້າງ ລະບຽບການນຳໃຊ້ກ່ຽວກັບວຽກງານເຕັກໂນໂລຊີຄອມພີວເຕີ, ເອເລັກໂຕຣນິກລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດ ແລະ ເຕັັກໂນໂລຊີຂໍ້ມູນຂ່າວສານ; 7. ຄົ້ນຄວ້າ, ພັດທະນາ, ກວດສອບ, ຢັ້ງຢືນເຕັກນິກ, ສົ່ງເສີມ, ປະດິດສ້າງ ຮາດແວຂອງລະບົບຄອມພິວເຕີເອເລັກໂຕຣນິກ, ລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບ ພະສິ່ງ, ປັນຍາປະດິດແລະເຕັກໂນໂລຊີຂໍ້ມູນຂ່າວສານ; 8. ຄົ້ນຄວ້າ, ພັດທະນາ, ກວດສອບ, ຢັ້ງຢືນເຕັກນິກ, ສົ່ງເສີມການສ້າງແລະນຳໃຊ້ຊອບແວຂອງລະບົບປະຕິບັດການຕ່າງໆທີ່ນຳໃຊ້ກັບເຕັກໂນໂລຊີຄອມພີວເຕີ, ເອເລັກ ໂຕຣນິກ, ລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດແລະເຕັັກໂນໂລຊີຂໍ້ມູນຂ່າວສານ; 9. ຄົ້ນຄວ້າ, ພັດທະນາ, ລະບົບເຄືອຂ່າຍຄອມພິວເຕີ, ລະບົບຄວາມປອດໄພ ແລະ ລະບົບໃຫ້ບໍລິການສື່ສັງຄົມອອນລາຍ; 10. ຄົ້ນຄວ້າ ແລະ ພັດທະນາ ລະບົບອິນເຕີເນັດ ເພື່ອເຊື່ອມໂຍງທຸກໆສິ່ງເຂົ້າດ້ວຍກັນ; 11. ຄົ້ນຄວ້າ ແລະ ພັດທະນາລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ສ້າງປັນຍາປະດິດ ເພື່ອຫຼຸດຜ່ອນການໃຊ້ແຮງງານຂອງຄົນ; 12. ສຶກສາ, ຄົ້ນຄວ້າ, ພັດທະນາ, ເລືອກເຟັ້ນ, ສົ່ງເສີມການນໍາໃຊ້, ບໍລິການແລະຖ່າຍທອດຜົນສຳເລັດ ແລະ ໃຫ້ຄຳປຶກສາທາງດ້ານວິຊາການກ່ຽວກັບວຽກງານ ເຕັກໂນ ໂລຊີຄອມພີວເຕີ, ເອເລັກໂຕຣນິກລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດແລະເຕັັກໂນໂລຊີຂໍ້ມູນຂ່າວສານ; 13. ເປັນເຈົ້າການໃນການປະສານສົມທົບກັບພາກສວ່ນຕ່າງໆ ທີ່ກ່ຽວຂ້ອງທັງສູນກາງ ແລະ ທອ້ງຖິ່ນໃນການຄົ້ນຄວ້າ ແລະ ພັດທະນາທີ່ທັນສະໄໝທາງດ້ານຊອບແວ, ຮາດແວ, ລະບົບເຄືອຂ່າຍ, ລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດແລະ ເຕັັກໂນໂລຊີ ຂໍ້ມູນຂ່າວສານ ; 14. ສ້າງໂຄງການທົດລອງ, ໂຄງການຕົວແບບ ແລະ ຖ່າຍທອດຜົນສຳເລັດ, ຂອງການຄົ້ນຄວ້າມານຳໃຊ້ແລະສົ່ງເສີມການປະດິດສ້າງເຕັກໂນໂລຊີ ຄອມພີວເຕີ, ເອເລັກ ໂຕຣນິກ, ລະບົບອັດຕະໂນມັດອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດແລະ ເຕັັກໂນໂລຊີຂໍ້ມູນຂ່າວສານ; 15. ຄົ້ນຄວ້າ, ຊອກຫາແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດເພື່ອພັດທະນາວຽກງານຄອມພິວເຕີ ແລະ ເອເລັກໂຕຣນິກ. 16. ກໍ່ສ້າງ, ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບ ວິຊາການດ້ານເຕັກໂນໂລຊີຄອມພີວເຕີເອເລັກໂຕຣນິກ, ລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດ ແລະ ເຕັັກໂນໂລຊີຂໍ້ມູນຂ່າວສານ; 17. ໂຄສະນາເຜີຍແຜ່, ສ້າງຈິດສຳນຶກ, ຝຶກອົບຮົມ ແລະ ຊຸກຍູ້ສົ່ງເສີມໃຫ້ສັງຄົມສາມາດເຂົ້າເຖິງ ແລະ ນຳໃຊ້ຜົນສຳເລັດທາງດ້ານ ເຕັກໂນໂລຊີ ຄອມພີວເຕີ, ເອເລັກໂຕຣ ນິກ , ລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດ ແລະ ເຕັັກໂນໂລຊີ ຂໍ້ມູນຂ່າວສານ; 18. ຊຸກຍູ້ ແລະ ສົ່ງເສີມສະຕິປັນຍາຫົວຄິດປະດິດສ້າງຂອງການຈັດຕັ້ງ, ນິຕິບຸກຄົນໃນທົ່ວສັງຄົມເຂົ້າໃນການຄົ້ນຄວ້າ, ພັດທະນາວຽກງານດ້ານເຕັກໂນໂລຊີຄອມພີວເຕີ, ເອເລັກໂຕຣນິກ, ລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດ ແລະ ເຕັັກໂນໂລຊີຂໍ້ມູນຂ່າວສານ; 19. ກວດກາແລະໃຫ້ຄຳແນະນຳທາງດ້ານວິຊາການຕ່າງໆ ເພື່ອເປັນບ່ອນອີງພື້ນຖານໃນການວາງແຜນໂຄງການພັດທະນາວຽກງານ ດ້ານເຕັກໂນໂລຊີຄອມພີວເຕີ, ເອເລັກ ໂຕຣນິກ, ລະບົບອັດຕະໂນມັດອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດ ແລະ ເຕັັກໂນໂລຊີຂໍ້ມູນຂ່າວສານ; 20. ພົວພັນຮ່ວມມື, ພົບປະເຈລະຈາ ແລະ ປະສານງານກັບອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ; 21. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນຳກະຊວງ;
ຂອບເຂດສິດ ສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຣນິກ ມີສິດ ດັ່ງລຸ່ມນີ້: 1. ຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ, ລັດຖະບານ, ແຜນການ, ແຜນງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; 2. ອອກລະບຽບການ, ບົດແນະນຳ, ໃບແຈ້ງການ, ໃບຢັ້ງຢືນ ແລະ ຮຽກໂຮມປະຊຸມ ກ່ຽວກັບວຽກງານທາງດ້ານ ເຕັກໂນໂລຊີ ຄອມພິວເຕີ, ເອເລັກໂຕຣນິກ, ລະບົບອັດ ຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ; 3. ກວດກາ, ຕີລາຄາ ແລະ ນຳສະເໜີຂໍທິດຊີ້ນຳຈາກຄະນະນຳກະຊວງ ກ່ຽວກັບບັນດາກິດຈະການທີ່ສົ່ງຜົນສະທ້ອນອັນບໍ່ດີຕໍ່ສັງຄົມ ທີ່ຕິດພັນກັບວຽກງານເຕັກໂນໂລຊີ ຄອມພິວເຕີ, ເອເລັກໂຕຣນິກ ລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ; 4. ເຂົ້າຮ່ວມກອງປະຊຸມຢູ່ທັງພາຍໃນ ແລະ ຕ່າງປະເທດກ່ຽວກັບບັນຫາທີ່ພົວພັນເຖິງວຽກງານຄົ້ນຄວ້າ, ພັດທະນາ ແລະ ການບໍລິການດ້ານເຕັກໂນໂລຊີ ຄອມພິວເຕີ, ເອເລັກໂຕຣນິກລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະດິດ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ ຕາມການຕົກລົງເຫັນດີຂອງກະຊວງ; 5. ໃຫ້ການບໍລິການທາງດ້ານວິຊາການກ່ຽວກັບ ວຽກງານດ້ານເຕັກໂນໂລຊີຄອມພິວເຕີ, ເອເລັກໂຕຣ ນິກ, ລະບົບອັດຕະໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ, ປັນຍາປະ ດິດ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ ໃຫ້ແກ່ບຸກຄົນຫຼືການຈັດຕັ້ງ; 6. ນຳສະເໜີຕໍ່ກະຊວງໃຫ້ບຳເນັດລາງວັນແກ່ຜູ້ທີ່ມີຫົວຄິດປະດິດສ້າງ, ນັກຄົ້ນຄ້ວາຊອບແວ, ຮາດແວຄອມພິວເຕີ, ເອເລັກໂຕຣນິກ, ລະບົບເຄືອຂ່າຍ, ລະບົບອັດຕະ ໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ ປັນຍາປະດິດ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ ທີ່ດີເດັ່ນ; 7. ຄຸ້ມຄອງ,ພະນັກງານ-ລັດຖະກອນ, ນຳໃຊ້ພາຫະນະ, ວັດຖຸ, ອຸປະກອນພາຍໃນສະຖາບັນຕາມນະໂຍບາຍ ແລະລະບຽບການ; 8. ເກັບ,ຄຸ້ມຄອງ, ລາຍງານ ແລະ ນຳໃຊ້ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການທີ່ກ່ຽວກັບວຽກງານດ້ານເຕັກໂນໂລຊີ ຄອມພິວເຕີ, ເອເລັກໂຕຣນິກ, ລະບົບອັດຕະ ໂນມັດ, ອິນເຕີເນັດແຫ່ງສັບພະສິ່ງ ປັນຍາປະດິດ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ ຕາມການເຫັນດີອະນຸມັດຂອງກະຊວງ; 9. ພົວພັນຮ່ວມມື, ພົບປະເຈລະຈາ, ເຊັນບົດບັນທຶກ, ອະນຸສັນຍາ, ສັນຍາ ກັບອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດຕາມການມອບໝາຍຂອງກະຊວງ; 10. ປະຕິບັດສິດອື່ນໆ ຕາມການມອບໝາຍ ຂອງຄະນະນຳກະຊວງ;
ແບບແຜນວິທີເຮັດວຽກ ສະຖາບັນ ເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຣນິກ ເຄື່ອນໄຫວ ແລະ ດຳເນີນງານຕາມຫຼັກການລວມດັ່ງນີ້: 1. ເຮັດວຽກແບບມີແຜນການ, ແຜນງານ ແລະ ໂຄງການລະອຽດ ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍ ໃນແຕ່ລະໄລຍະ; 2. ເຮັດວຽກມີການກວດກາ, ຕິດຕາມຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ຜົນເສຍພ້ອມທັງປະຕິບັດການລາຍງານສ່ອງແສງຢ່າງເຂັ້ມງວດ; 3. ການເຄື່ອນໄຫວຂອງສະຖາບັນ ແມ່ນຖືເອົາແນວທາງນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາໃນແຕ່ລະໄລຍະຂອງລັດຖະບານ ກໍຄື ຂອງກະຊວງ ກ່ຽວກັບວຽກ ງານເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ເປັນທິດທາງ; 4.ປະຕິບັດລະບອບປະຊຸມ ແລະ ສ່ອງແສງຂອງສະຖາບັນ ປະຈຳອາທິດ, ເດືອນ,3 ເດືອນ, 6ເດືອນ ປີໂດຍມີການເຂົ້າຮ່ວມຂອງຄະນະພະແນກ, ຄະນະສູນ ຫຼື ທັງໝົດ ສະຖາບັນ ເພື່ອສະຫຼຸບຕີລາຄາ ແລະກຳນົດແຜນການເຄື່ອນໄຫວ ໃນຕໍ່ໜ້າແຕ່ລະໄລຍະ ແລ້ວສັງລວມລາຍງານໃຫ້ກະຊວງຢ່າງເປັນປົກກະຕິ. 5. ໃນການເຄື່ອນໄຫວວຽກງານ ແມ່ນຖືເອົາການຫັນລົງຮາກຖານຕິດພັນກັບວຽກງານຕົວຈິງ ເພື່ອປັບປຸງວຽກງານຂອງ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກ ໂຕຣນິກ ໃຫ້ເຂັ້ມແຂງ ແລະ ປອດໃສ.
ວຽກງານບໍລິການ
ໂຄງກາານ ຕ່າງໆຂອງ ສະຖາບັນເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຣນິກ |
||||||||||