ສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໝ່
xvideos2 sex download pornvixx
ໂຄງປະກອບການຈັດຕັ້ງ ຄະນະບໍລິຫານ
ໂຄງປະກອບການຈັດຕັ້ງ ສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໜ່ ປະກອບດ້ວຍ 5 ພະແນກ 1 ສູນ ຄື: 6. ສູນ ສົ່ງເສີມ ແລະ ບໍລິການ ວິຊາການ ໂຄງຮ່າງການຈັດຕັ້ງ
ຕັ້ງ ແລະ ພາລະບົດບາດ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ຂຽນດ້ວຍຕົວອັກສອນຫຍໍ້ວ່າ: “ສພວ” ສັງກັດໃນໂຄງປະກອບກົງຈັກຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະພັກ, ຄະນະນຳ ກະຊວງ ໃນການຄົ້ນຄວ້າ, ພັດທະນາ, ຖ່າຍທອດ ສົ່ງເສີມ, ນຳໃຊ້ ແລະ ບໍລິການດ້ານພະ ລັງງານຊີວະພາບ, ພະລັງງານທາງເລືອກ, ວິສະວະກຳກົນຈັກ ແລະ ວັດສະດຸໃໝ່ ໃນຂອບເຂດທົ່ວປະເທດຕາມຄວາມຮັບຜິດຊອບຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ໜ້າທີ່ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ມີໜ້າທີ່ດັ່ງລຸ່ມນີ້: 1. ປະຕິບັດ, ຄຳສັ່ງ, ຂໍ້ຕົກລົງ ແລະ ນິຕິກຳຕ່າງໆ ຂອງກະຊວງ; 2. ສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍ ແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ; ແຜນການ ແຜນງານ ຂອງກະຊວງໃຫ້ກາຍເປັນອັນລະອຽດ ຂອງສະຖາບັນ ແລະ ຮັບຜິດຊອບໃນການຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ; 3. ຮັບຜິດຊອບວຽກງານຈັດຕັ້ງ ແລະ ພະນັກງານ ຂອງສະຖາບັນ; 4. ຄຸ້ມຄອງ ແລະ ອຳນວຍຄວາມສະດວກ ກ່ຽວກັບວຽກງານການເງິນ, ອຸປະກອນເຕັກນິກ ແລະ ພາຫະນະຊັບສິນ ຂອງສະຖາບັນ; 5. ສັງລວມ, ສ້າງ, ຄຸ້ມຄອງ, ບໍລິການເອກະສານ ແລະ ຂໍ້ມູນຂ່າວສານ; 6. ສ້າງແຜນ, ສະຫຼຸບ, ລາຍງານ ປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ແລະ ແຜນການໄລຍະຍາວ; 7. ສຶກສາ, ຄົ້ນຄວ້າ, ເລືອກເຟັ້ນເອົາ ເຕັກໂນໂລຊີ ພະລັງງານຊີວະພາບ, ພະລັງງານທາງເລືອກ ວິສະວະກຳກົນຈັກ ແລະ ວັດສະດຸໃໝ່ ຂອງພາຍໃນ ແລະ ຕ່າງປະເທດ ເພື່ອປັບໃຊ້ໃຫ້ແທດເໝາະກັບສະພາບຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ; 8. ສຶກສາ, ຄົ້ນຄວ້າ, ທົດລອງ, ທົດສອບ ແລະ ຢັ້ງຢືນດ້ານເຕັກໂນໂລຊີພະລັງງານຊີວະພາບ ພະລັງງານທາງເລືອກ, ວິສະວະກຳກົນຈັກ ແລະ ວັດສະດຸໃໝ່ ຢູ່ພາຍໃນ ປະເທດ ກ່ອນການເຜີຍແຜ່, ການຈົດທະບຽນ ແລະ ການສົ່ງເສີມໃຫ້ສັງຄົມຊົມໃຊ້; 9. ຝຶກອົບຮົມ, ຖ່າຍທອດ, ໂຄສະນາເຜີຍແຜ່, ສາທິດ-ວາງສະແດງ, ບໍລິການ ແລະ ສົ່ງເສີມ ການນຳໃຊ້ຜົນສຳເລັດຂອງການຄົ້ນຄວ້າ ດ້ານເຕັກໂນໂລຊີ ພະລັງງານຊີວະ ພາບ, ພະລັງງານທາງເລືອກວິສະວະກຳກົນຈັກ ແລະ ວັດສະດຸໃໝ່; 10. ສ້າງລະບົບຂໍ້ມູນຂ່າວສານ, ພັດທະນາເຄືອຂ່າຍ ດ້ານເຕັກໂນໂລຊີ ພະລັງງານທົດແທນ, ວິສະວະກຳກົນຈັກ ແລະ ວັດສະດຸໃໝ່ ເພື່ອສາມາດເຊື່ອມຕໍ່ກັບ ສະຖາບັນ ຄົ້ນຄວ້າ, ອົງການທີ່ກ່ຽວຂ້ອງພາຍໃນ ແລະ ຕ່າງປະເທດ; 11. ປະສານສົມທົບກັບຂະແໜງໃນທ້ອງຖິ່ນ ເພື່ອຕິດຕາມ, ຊຸກຍູ້, ສ້າງປະຖົມປັດໄຈ, ສ້າງເງື່ອນໄຂ ເພື່ອການຄົ້ນຄວ້າ, ການພັດທະນາ, ການຖ່າຍທອດ, ການບໍລິ ການ ແລະ ການສົ່ງເສີມ ການນຳໃຊ້ເຕັກໂນໂລຊີ ພະລັງງານຊີວະພາບ, ພະລັງງານທາງເລືອກ, ວິສະວະກຳກົນຈັກ ແລະ ວັດສະດຸໃໝ່; 12. ເກັບກຳ, ວິໄຈ ຂໍ້ມູນພຶ້ນຖານຕ່າງໆ ຮັບໃຊ້ໃຫ້ແກ່ການວາງແຜນ, ການສ້າງຕັ້ງໜ່ວຍງານການຄົ້ນຄວ້າ, ພັດທະນາ, ສົ່ງເສີມ, ຖ່າຍທອດ, ນຳໃຊ້, ບໍລິການ, ກວດກາ ແລະ ປະເມີນຜົນດ້ານເຕັກໂນໂລຊີໃນຂົງເຂດ ພະລັງງານຊີວະພາບ, ພະລັງງານທາງເລືອກ, ວິສະວະກຳກົນຈັກ ແລະ ວັດສະດຸໃໝ່; 13. ປະກອບສ່ວນ ໃນການກໍ່ສ້າງ, ຍົກລະດັບ ແລະ ພັດທະນາຊັບພະຍາກອນມະນຸດ ຮັບໃຊ້ຂົງເຂດການຄົ້ນຄວ້າ, ພັດທະນາ, ສົ່ງເສີມ, ຖ່າຍທອດ, ນຳໃຊ້ ແລະ ບໍລິການ ດ້ານເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່; 14. ສ້າງລາຍຮັບວິິຊາການ ກ່ຽວກັບການຄົ້ນຄວ້າ, ພັດທະນາ, ຖ່າຍທອດ, ສົ່ງເສີມ, ນຳໃຊ້ ແລະ ບໍລິການ ດ້ານເຕັກໂນໂລຊີ ພະລັງງານຊີວະພາບ, ພະລັງງານທາງ ເລືອກ, ວິສະວະກຳກົນຈັກ ແລະ ວັດສະດຸໃໝ່; 15. ພົວພັນຮ່ວມມື, ພົບປະເຈລະຈາ ແລະ ປະສານງານ ກັບອົງການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ; 16. ປະຕິບັດໜ້າທີ່ ຕາມການມອບໝາຍ ຂອງກະຊວງ;
ຂອບເຂດສິດ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ມີຂອບເຂດສິດດັ່ງລຸ່ມນີ້ 1. ຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກແລະລັດຖະບານ, ແຜນການ, ແຜນງານຂອງກະຊວງ ໃຫ້ກາຍເປັນແຜນວຽກລະອຽດ ແລະ ໂຄງການ ສະ ເພາະ ຂອງສະຖາບັນ; 2. ຝຶກອົບຮົມ, ຖ່າຍທອດ, ໂຄສະນາເຜີຍແຜ່, ສາທິດ-ວາງສະແດງ, ບໍລິການ ແລະ ສົ່ງເສີມ ການນຳໃຊ້ ເຕັກໂນໂລຊີ ພະລັງງານທົດແທນ, ວິສະວະກຳກົນຈັກ ແລະ ວັດສະດຸໃໝ່; 3. ບໍລິການທາງດ້ານວິຊາການ ກ່ຽວກັບ ເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່; 4. ເຂົ້າຮ່ວມກອງປະຊຸມ, ປະກອບຄຳຄິດຄຳເຫັນ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ເຖີງວຽກງານຄົ້ນຄວ້າ, ພັດທະນາ, ຝຶກອົບຮົມ ແລະ ບໍລິການ ດ້ານເຕັກ ໂນໂລຊີພະລັງງານທົດແທນ ວິສະວະກຳກົນຈັກ ແລະ ວັດສະດຸໃໝ່; 5. ຄຸ້ມຄອງນຳໃຊ້ງົບປະມານ, ປະຕິບັດນະໂຍບາຍລາຍຮັບວິຊາການ ແລະ ນຳໃຊ້ ລາຍຮັບວິຊາການ ຕາມການອະນຸມັດ ຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ; 6. ຄຸ້ມຄອງ, ບົວລະບັດຮັກສາ ວັດຖຸອຸປະກອນເຕັກນິກ, ເຄື່ອງມື, ພາຫະນະຮັບໃຊ້, ຊັບສົມບັດຄົງທີ່ ແລະ ເຄື່ອງຮັບໃຊ້ອື່ນໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ສະຖາ ບັນ; 7. ສະເໜີ ສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກ ກົງຈັກການຈັດຕັ້ງຂອງ ສະຖາບັນ, ຈັດວາງ, ຊັບຊ້ອນພະນັກງານ-ລັດຖະກອນບົນພື້ນຖານການເຫັນດີ ຂອງຄະນະພັກ ແລະ ຄະນະນຳກະຊວງ; 8. ເຂົ້າຮ່ວມກອງປະຊຸມ, ເຈລະຈາ, ເຊັນບົດບັນທຶກສັນຍາ, ອະນຸສັນຍາ ກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ ຂອງກະຊວງ; 9. ປະຕິບັດຂອບເຂດສິດອື່ນໆ ຕາມການມອບໝາຍ ຂອງກະຊວງ;
ແບບແຜນວິທີເຮັດວຽກ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ເຄື່ອນໄຫວ ແລະ ດໍາເນີນງານຕາມຫຼັກການລວມດັ່ງນີ້: 1. ເຮັດວຽກແບບມີແຜນການ, ແຜນງານ ແລະ ໂຄງການລະອຽດແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ,ປະສານສົມທົບຢ່າງແໜ້ນແຟ້ນ ກັບທຸກພາກສ່ວນທີ່ກ່ຽວຂ້ອງ; 2. ເຮັດວຽກມີການກວດກາ, ຕິດຕາມຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ຜົນເສຍ ພ້ອມທັງປະຕິບັດການລາຍງານສ່ອງແສງຢ່າງເຂັ້ມງວດ; 3. ການເຄື່ອນໄຫວຂອງສະຖາບັນ ແມ່ນຖືເອົາແນວທາງນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາໃນແຕ່ລະໄລຍະ ຂອງລັດຖະບານ ກໍຄືຂອງກະຊວງ ກ່ຽວກັບ ວຽກງານພະລັງງານທົດແທນ ແລະ ວັດສະດຸໃໝ່ ເປັນທິດທາງ; 4. ປະຕິບັດລະບອບປະຊຸມ ແລະ ສ່ອງແສງຂອງສະຖາບັນ ປະຈຳອາທິດ, ເດືອນ, 3ເດືອນ, 6 ເດືອນ, ປີໂດຍມີການເຂົ້າຮ່ວມຂອງຄະນະພະແນກ ຫຼື ທັງໝົດກົມ ເພື່ອ ສະຫຼຸບຕີລາຄາ ແລະ ກຳນົດແຜນການເຄື່ອນໄຫວ ໃນຕໍ່ໜ້າແຕ່ລະໄລຍະ ແລ້ວສັງລວມລາຍງານໃຫ້ກະຊວງ ຢ່າງເປັນປົກກະຕິ; 5. ໃນການເຄື່ອນໄຫວວຽກງານຕ້ອງຖືເອົາການຫັນລົງຮາກຖານຕິດພັນກັບວຽກງານຕົວຈິງເພື່ອປັບປຸງວຽກງານຂອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ໃຫ້ເຂັ້ມແຂງແລະປອດໃສ.
ໂຄງກາານ ຕ່າງໆຂອງ ສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໜ່ |
|||||||