ກົມ ເຕັກໂນໂລຊີ ແລະ ນະວັດຕະກຳ
ໂຄງປະກອບການຈັດຕັ້ງ ຄະນະບໍລິຫານ
ໂຄງປະກອບການຈັດຕັ້ງ 1. ພະແນກ ສັງລວມ 6. ສູນສົ່ງເສີມການຖ່າຍທອດເຕັກໂນໂລຊີ 7. ສູນ ເຕັກໂນໂລຊີ ຊັ້ນສູງ. ໂຄງຮ່າງການຈັດຕັ້ງ
ທີ່ຕັ້ງ ແລະ ພາລະບົດບາດ ກົມເຕັກໂນໂລຊີ ແລະ ນະວັດຕະກຳ ຂຽນດ້ວຍຕົວອັກສອນຫຍໍ້ວ່າ: “ກຕນ, ສັງກັດໃນໂຄງປະກອບການຈັດຕັ້ງ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະພັກ, ຄະນະນຳກະຊວງໃນການກຳນົດນະໂຍບາຍ, ຍຸດທະສາດ, ສົ່ງເສີມ ແລະ ສະຖິຕິ ດ້ານເຕັກໂນໂລຊີ ແລະ ນະວັດຕະ ກຳ ໃນຂອບເຂດທົ່ວປະເທດຕາມຄວາມຮັບຜິດຊອບຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ໜ້າທີ່ ກົມເຕັກໂນໂລຊີ ແລະ ນະວັດຕະກຳ ມີໜ້າທີ່ດັ່ງລຸ່ມນີ້: 1. ປະຕິບັດຄຳສັ່ງ, ຂໍ້ຕົກລົງ ແລະ ນິຕິກຳຕ່າງໆ ຂອງກະຊວງ; 2. ຄົ້ນຄວ້າຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃຫ້ກາຍເປັນແຜນການແຜນງານຂອງກະຊວງໃຫ້ເປັນອັນລະອຽດ ຂອງກົມ ແລະ ຮັບຜິດຊອບ ໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; 3. ສຶກສາຄົ້ນຄວ້າ, ຮ່າງ ແລະນຳສະເໜີຂັ້ນເທີງອອກນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳ ຕ່າງໆ ໃນການຄຸ້ມຄອງ, ການຄົ້ນຄວ້າ ແລະ ການພັດທະນາດ້ານເຕັກໂນ ໂລຊີ ແລະ ນະວັດຕະກໍາພ້ອມທັງຕິດຕາມ, ກວດກາ, ຕີລາຄາ ແລະ ລາຍງານສະພາບການຈັດຕັ້ງປະຕິບັດ; 4. ຄຸ້ມຄອງ, ສ້າງ ແລະ ນຳສະເໜີ ແຜນງົບປະມານການລົງທຶນຂອງລັດ ສໍາລັບການຄົ້ນຄວ້າພັດທະນາແລະ ການຖ່າຍທອດ ເຕັກໂນໂລຊີ ແລະ ນະວັດຕະກໍາ; 5. ຄຸ້ມຄອງ ແລະສົ່ງເສີມການຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກໍາ ຢູ່ຂະແໜງການ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ ແລະ ພາກສ່ວນທຸ ລະກິດຕ່າງໆ; 6. ຄຸ້ມຄອງ, ສົ່ງເສີມການພັດທະນາ, ກໍ່ສ້າງແລະຍົກລະດັບບຸກຄະລະກອນດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ລວມ ທັງການໂຄສະນາເຜີຍແຜ່, ສ້າງຈິດສຳນຶກ ແລະ ການສ້າງຂະບວນ ການຕ່າງໆທີ່ກ່ຽວຂ້ອງກັບເຕັກໂນໂລຊີ ແລະ ນະວັດຕະກໍາ ຕາມໜ້າທີ່ ທີ່ໄດ້ຮັບມອບໝາຍ; 7. ຄຸ້ມຄອງ, ສົ່ງເສີມ, ການຄົ້ນຄວ້າ ແລະພັດທະນາ, ການຖ່າຍທອດ ແລະ ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ; 8. ຄຸ້ມຄອງ, ສົ່ງເສີມ ແລະ ໃຫ້ບໍລິການ ດ້ານນະວັດຕະກຳເປັນຕົ້ນ: ໃຫ້ຄຳປຶກສາ, ສະໜອງຂໍ້ມູນກວດສອບ, ຕີລາຄາ, ປະເມີນ ແລະ ຢັ້ງຢືນຜະລິດຕະພັນ, ຂະບວນ ການ, ການບໍລິຫານຈັດການ ແລະ ການຕະຫຼາດ ກ່ຽວກັບນະວັດຕະກຳ; 9. ໃຫ້ບໍລິການຈົດທະບຽນ, ກວດສອບ, ທົດສອບ, ຕີລາຄາ, ປະເມີນແລະ ອອກໃບຢັ້ງຢືນເຕັກໂນໂລຊີ ລະດັບສູງ, ເຕັກໂນໂລຊີອາວະກາດ ແລະ ເຕັກໂນໂລຊີ ອື່ນ; 10. ໃຫ້ບໍລິການຂໍ້ມູນ ເຕັກໂນໂລຊີອາວະກາດ, ຂໍ້ມູນດາວທຽມ ເປັນຕົ້ນ: ການສືບຢັ່ງທາງໄກ (RS) ລະບົບຂໍ້ມູນພູມິສາດ (GIS) ແລະ ລະບົບຈຸດພິກັດລວມ (GPS); 11. ສົ່ງເສີມນຳໃຊ້ຫົວຄິດປະດິດສ້າງ, ຜົນສຳເລັດຂອງການຄົ້ນຄວ້າ ແລະ ນຳໃຊ້ເຕັກໂນໂລຊີນະວັດຕະກຳ ເຂົ້າສູ່ການຜະລິດເພື່ອເພີ່ມມູນຄ່າຜະລິດຕະພັນ ແລະ ສິນຄ້າ; 12. ເລືອກເຟັ້ນ ແລະ ເຜີຍແຜ່ຜົນສຳເລັດ ທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ; 13. ຄົ້ນຄວ້າ, ເກັບກຳ, ສັງລວມຂໍ້ມູນ ແລະ ສ້າງຖານຂໍ້ມູນສະຖິຕິ ດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອນຳໃຊ້ໃນການຄຸ້ມຄອງ, ວາງແຜນ ແລະ ເພື່ອແລກປ່ຽນທັງ ພາຍໃນ ແລະ ຕ່າງປະເທດ; 14. ສຶກສາ, ຄົ້ນຄວ້າ, ກຳນົດ ແລະ ປັບປຸງບັນຊີປະເພດເຕັກໂນໂລຊີ ສົ່ງເສີມ, ຄວບຄຸມ ແລະ ເກືອດຫ້າມ ໃນແຕ່ລະໄລຍະ; 15. ເປັນໃຈກາງປະສານສົມທົບກັບບັນດາຂະແໜງການ ແລະທ້ອງຖິ່ນ ເພື່ອຄຸ້ມຄອງ ແລະ ຕິດຕາມ ກວດກາ ທຸກການເຄື່ອນໄຫວ ວຽກງານເຕັກໂນໂລຊີແລະ ນະວັດຕະ ກໍາ ພ້ອມທັງ ລາຍງານ ສະພາບການທາງດ້ານເຕັກໂນໂລຊີ ແລະນະວັດຕະກໍາໃນຂອບເຂດທົ່ວປະເທດ ໃຫ້ການນຳ ກະຊວງ ຢ່າງເປັນປົກກະຕິ; 16. ສຶກສາ ແລະ ພິຈາລະນາ ອອກ ຫລື ຖອນ ໃບອະນຸຍາດ ແລະ ໃບຢັ້ງຢືນການຈົດທະບຽນ ການຖ່າຍທອດເຕັກໂນໂລຊີ ຂອງບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວ ວຽກງານ ການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ; 17. ຕິດຕາມ, ກວດກາ ແລະ ໃຫ້ຄຳແນະນຳທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ແກ່ບຸກຄົນ ແລະການຈັດຕັ້ງ ໃນການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ແຜນຍຸດທະສາດ,ກົດໝາຍລະບຽບການ, ແຜນການ, ແຜນງານແລະ ໂຄງການໃນຂະແໜງການ ຂອງຕົນ; 18. ຄົ້ນຄວ້າ, ພິຈາລະນາ ແລະ ນຳສະເໜີກະຊວງ ແກ້ໄຂຄຳສະເໜີ, ຄຳຮ້ອງທຸກ ຂອງບຸກຄົນ ຫລື ການຈັດຕັ້ງ ກ່ຽວກັບຂໍ້ຂັດແຍ່ງດ້ານການຖ່າຍທອດເຕັກໂນໂລຊີ; 19. ຈັດຕັ້ງງານວາງສະແດງ - ຕະຫຼາດນັດ ເຕັກໂນໂລຊີ ( LAO – TECHMART ) ແລະໃຫ້ລາງວັນ ແກ່ບຸກຄົນ, ການຈັດຕັ້ງ ທີ່ມີຜົນງານດີເດັ່ນດ້ານເຕັກໂນໂລຊີ ແລະ ນະວັດຕະກຳ; 20. ສົ່ງເສີມໃຫ້ມີການຈັດຕັ້ງການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ເປັນຕົ້ນ: ການສ້າງສູນບົ່ມເພາະເຕັກໂນໂລຊີ, ຕະຫຼາດເຕັກໂນໂລຊີ, ຜູ້ປະກອບກິດຈະການ ໃໝ່ ( StartUp )ແລະ ກິດຈະກຳ ອື່ນ; 21. ສະເໜີປັບປຸງໂຄງປະກອບການຈັດຕັ້ງຂອງກົມ ໃຫ້ສອດຄ່ອງກັບການຂະຫຍາຍຕົວ ຂອງວຽກງານໃນແຕ່ລະໄລຍະ; 22. ສຶກສາຄົ້ນຄວ້າການເຂົ້າເປັນພາຄີ ແລະ ຈັດຕັ້ງປະຕິບັດພັນທະຕໍ່ສາກົນ ດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ; 23. ພົວພັນຮ່ວມມື ພາຍໃນ, ຕ່າງປະເທດ ແລະອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຊ່ວຍ ເຫລືອ ແລະ ການສະໜັບສະໜູນເຂົ້າໃນວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ ບົນພື້ນຖານຫລັກການ, ລະບຽບການ ແລະຕາມການມອບໝາຍ ຂອງກະຊວງ. 24. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງກະຊວງ.
ຂອບເຂດສິດ ກົມເຕັກໂນໂລຊີ ແລະ ນະວັດຕະກຳ ມີຂອບເຂດສິດດັ່ງລຸ່ມນີ້: 1. ອອກລະບຽບການ, ບົດແນະນຳ, ໃບແຈ້ງການ, ໃບຢັ້ງຢືນ ແລະ ຮຽກໂຮມປະຊຸມ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ຕາມການມອບໝາຍຂອງ ກະຊວງ; 2. ກວດກາ, ຕີລາຄາ ແລະ ນຳສະເໜີ ກວຕ ກ່າວເຕືອນ, ຢັບຢັ້ງ ແລະ ໂຈະ ຫຼື ຍົກເລີກບັນດາກິດຈະການທີ່ສົ່ງຜົນສະທ້ອນອັນບໍ່ດີຕໍ່ສັງຄົມດ້ານເຕັກໂນໂລຊີ ແລະ ນະວັດຕະກຳ; 3. ເຂົ້າຮ່ວມ ແລະ ປະກອບຄວາມຄິດເຫັນ ໃນກອງປະຊຸມຂອງຂະແໜງການທີ່ກ່ຽວຂ້ອງກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ; 4. ສະເໜີສ້າງຕັ້ງ ຫຼື ປັບປຸງ, ຍຸບເລີກ ກົງຈັກການຈັດຕັ້ງ, ຍ້ອງຍໍ, ໃຫ້ບຳເນັດ, ແຕ່ງຕັ້ງ, ຍົກຍ້າຍ ປົດຕຳແໜ່ງ ເລື່ອນຊັ້ນ-ຂັ້ນ, ປະຕິບັດວິໃນ ແລະ ປະຕິບັດນະ ໂຍບາຍອື່ນໆຕໍ່ພະນັກງານ ຊ່ຽວຊານ ຫຼື ສັນຍາແຮງງານ ຂອງກົມຕາມລະບຽບຫຼັກການ; 5. ຄຸ້ມຄອງພາຫະນະ, ວັດຖຸ, ອຸປະກອນທີ່ເປັນຊັບສົມບັດລວມພາຍໃນກົມ ຕາມນະໂຍບາຍ ລະບຽບການ ແລະ ຄວາມເໝາະສົມ; 6. ຂຶ້ນແຜນ, ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ຕາມແຜນການ ທີ່ໄດ້ຮັບອະນຸມັດຈາກກະຊວງ; 7. ຮ່ວມມື, ພົບປະ, ເຈລະຈາ, ເຊັນບົດບັນທຶກ, ອະນຸສັນຍາ ແລະ ສັນຍາກັບຕ່າງປະເທດ ແລະອົງການຈັດຕັ້ງສາກົນ ຕາມການອະນຸມັດຈາກກະຊວງ; 8. ຮຽກໂຮມ ແລະ ຈັດກອງປະຊຸມ, ຈັດສຳມະນາ ແລະ ຈັດຝຶກອົບຮົມຕ່າງໆ ຂອງພະນັກງານການນຳ, ພະນັກງານຄຸ້ມຄອງ ແລະ ພະນັກງານວິຊາການ ດ້ານເຕັກໂນໂລຊີ ແລະ ນະວັດຕະກໍາໃນຂັ້ນຕ່າງໆ; 9. ປະຕິບັດຂອບເຂດສິດອື່ນໆ ຕາມການມອບໝາຍ ຂອງກະຊວງ.
ແບບແຜນວິທີເຮັດວຽກ ກົມເຕັກໂນໂລຊີ ແລະ ນະວັດຕະກຳ ເຄື່ອນໄຫວ ແລະ ດໍາເນີນງານຕາມຫຼັກການລວມດັ່ງນີ້: 1. ເຮັດວຽກແບບມີແຜນການ, ແຜນງານ ແລະ ໂຄງການລະອຽດ ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ, ປະສານສົມທົບຢ່າງແໜ້ນແຟ້ນ ກັບທຸກພາກສ່ວນທີ່ກ່ຽວຂ້ອງ; 2. ເຮັດວຽກມີການກວດກາ, ຕິດຕາມຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ຜົນເສຍ ພ້ອມທັງປະຕິບັດການລາຍງານສ່ອງແສງຢ່າງເຂັ້ມງວດ; 3. ການເຄື່ອນໄຫວຂອງກົມແມ່ນຖືເອົາແນວທາງນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາ ໃນແຕ່ລະໄລຍະຂອງລັດຖະບານ ກໍຄືຂອງກະຊວງກ່ຽວກັບວຽກງານ ເຕັກໂນໂລຊີ ແລະ ນະວັດຕະກຳເປັນທິດທາງ; 4. ປະຕິບັດລະບອບປະຊຸມ ແລະ ສ່ອງແສງຂອງກົມ ປະຈຳອາທິດ, ເດືອນ,3 ເດືອນ, 6 ເດືອນ ປະຈຳປີ ໂດຍມີການເຂົ້າຮ່ວມຂອງຄະນະພະແນກ ຫຼື ທັງໝົດກົມ ເພື່ອສະຫຼຸບຕີລາຄາ ແລະ ກຳນົດແຜນການເຄື່ອນໄຫວໃນຕໍ່ໜ້າໃນແຕ່ລະໄລຍະ ແລ້ວສັງລວມລາຍງານໃຫ້ກະຊວງ ຢ່າງເປັນປົກກະຕິ. 5. ໃນການເຄື່ອນໄຫວວຽກງານຕ້ອງຖືເອົາ ການຫັນລົງຮາກຖານຕິດພັນກັບວຽກງານຕົວຈິງ ເພື່ອປັບປຸງວຽກງານຂອງກົມເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ເຂັ້ມແຂງ ແລະປອດໃສ.
ວຽກງາຍບໍລິການ ຕິດຕໍ່ສອບຖາມ
ໂຄງກາານ ຕ່າງໆຂອງ ກົມເຕັກໂນໂລຊີ ແລະ ນະວັດຕະກຳ |
||||||||||