ກົມ ຈັດຕັ້ງ ແລະ ພະນັກງານ
ໂຄງປະກອບການຈັດຕັ້ງ ຄະນະບໍລິຫານ
ໂຄງປະກອບການຈັດຕັ້ງ 2. ພະແນກ ສັງລວມ
ຕັ້ງແລະ ພາລະບົດບາດ ກົມຈັດຕັ້ງ ແລະ ພະນັກງານຂຽນຕົວອັກສອນຫຍໍ້ວ່າ “ກຈພ” ສັງກັດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ມີພາລະບົດບາດເປັນເສນາທິການໃຫ້ຄະນະພັກຄະນະນຳກະຊວງ ໃນການປັບປຸງກົງຈັກການຈັດຕັ້ງ, ການກໍ່ສ້າງຄຸ້ມຄອງພະນັກງານ-ລັດຖະກອນ, ວຽກງານນະໂຍບາຍ, ການຍ້ອງຍໍ, ວຽກງານເລື່ອນຊັ້ນ-ຂັ້ນເງິນເດືອນ ຂອງພະນັກງານ-ລັດຖະກອນ ແລະ ວຽກພັກວຽກອົງການຈັດຕັ້ງມະຫາຊົນໃນຂອບເຂດທົ່ວປະເທດ ທີ່ກ່ຽວກັບວຽກງານ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮັບຜິດຊອບ. ໜ້າທີ່ ກົມຈັດຕັ້ງ ແລະ ພະນັກງານ ມີໜ້າທີ່ດັ່ງນີ້: 1. ປະຕິບັດມະຕິຕົກລົງ ຂອງຄະນະພັກ, ຄະນະນໍາກະຊວງ ແລະ ນິຕິກໍາຕ່າງໆ ຂອງກະຊວງ; 2. ສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ແຜນການ, ແຜນງານຂອງກະຊວງ ໃຫ້ເປັນລະອຽດຂອງກົມ ແລະ ຮັບຜິດຊອບໃນ ການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ; 3. ສ້າງຍຸດທະສາດ, ແຜນການ, ແຜນງານ, ໂຄງການກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີເພື່ອໃຫ້ຂັ້ນເທິງຮັບຮອງ; 4. ຄົ້ນຄວ້າຮ່າງ ແລະ ປັບປຸງນິຕິກຳຕ່າງໆເພື່ອນຳໃຊ້ໃນການຄຸ້ມຄອງພະນັກງານ-ລັດຖະກອນ ຂອງຂະແໜງວິທະຍາ ສາດ ແລະ ເຕັກໂນໂລຊີ ເພື່ອສະເໜີຄະນະນຳ ຮັບ ຮອງປະກາດໃຊ້ຕາມລະບຽບການ; 5. ເກັບກຳ, ສ້າງລະບົບຖານຂໍ້ມູນ ຂອງພະນັກງານ-ລັດຖະກອນ ໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ; 6. ເປັນເສນາທິການໃຫ້ຄະນະພັກ, ຄະນະນຳກະຊວງ ກ່ຽວກັບວຽກພັກ, ວຽກອົງການຈັດຕັ້ງມະຫາຊົນ; 7. ຄົ້ນຄວ້າ ຄັດເລືອກ, ການແຕ່ງຕັ້ງ, ການບັນຈຸສັບຊ້ອນ, ການຍົກຍ້າຍ, ການໝູນວຽນຕຳແໜ່ງ, ການຍ້ອງຍໍ, ປະຕິບັດວິໃນ ແລະ ການພັດທະນາພະນັກງານ-ລັດຖະ ກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງກະຊວງ ເພື່ອສະເໜີການນຳພິຈາລະນາ ຕາມລະບຽບຫຼັກການ; 8. ຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ, ໂຄງປະກອບບຸກຄະລາກອນ, ມາດຕະຖານພະນັກງານ,ການກຳນົດພະນັກງານນຳພາ-ຄຸ້ມຄອງ, ຕຳແໜ່ງງານພາຍໃນກົງຈັກ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ ແລະ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ ເພື່ອສະເໜີຂັ້ນເທິງພິຈາລະນາຮັບຮອງ; 9. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຕີລາຄາປະເມີນຜົນພະນັກງານ-ລັດຖະກອນ ທີ່ຂຶ້ນກັບ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ແລະ ຫ້ອງການ ວິທະຍາສາດ ແລະ ເຕັກໂນໂລຊີເມືອງ; 10. ປະສານ, ພົວພັນ, ຮ່ວມມື, ພົບປະເຈລະຈາ ກັບພາກສ່ວນຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບວຽກງານສ້າງ ແລະ ພັດທະນາບຸກຄະລາກອນຕາມສິດ ແລະ ໜ້າທີ່ ທີ່ໄດ້ຮັບການມອບໝາຍ; 11. ຕິດຕາມ, ເກັບກຳສະພາບການເຄື່ອນໄຫວ ຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ; 12. ສະຫລຸບ, ສັງລວມ,ສ້າງແຜນ ແລະ ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານຂອງກົມປະຈຳເດືອນ, 3 ເດືອນ, 6 ເດືອນ, ປີໃຫ້ຂັ້ນເທິງເປັນປົກກະຕິ ແລະ ນຳເອົາທິດຊີ້ນຳ ຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ; 13. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນຳກະຊວງ.
ຂອບເຂດສິດ ກົມຈັດຕັ້ງ ແລະ ພະນັກງານ ມີສິດດັ່ງນີ້: 1. ຮ່າງຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ, ແຈ້ງການ ແລະ ນິຕິກຳຕ່າງໆ ກ່ຽວກັບວຽກງານພັກ-ພະນັກງານ ໃນຂອບເຂດຄວາມຮັບຜິດຊອບຂອງກົມ ເພື່ອນຳສະເໜີ ຄະນະພັກ, ຄະນະນຳກະຊວງພິຈາລະນາ; 2. ອອກບົດແນະນຳ, ແຈ້ງການ, ສະເໜີ ແລະ ຢັ້ງຢືນເອກະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຈັດຕັ້ງ ແລະ ພະນັກງານ; 3. ຄົ້ນຄວ້ານຳສະເໜີຂັ້ນເທິງພິຈາລະນາດັດແປງ, ງົດການປະຕິບັດ ຫຼື ລົບລ້າງບັນດານິຕິກຳຕ່າງໆທີ່ບໍ່ສອດຄ່ອງກັບສະພາບຕົວຈິງໃນການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ແລະ ພະນັກງານ; 4. ຄົ້ນຄວ້າ, ການສ້າງຕັ້ງ, ການປັບປຸງ ຫຼື ຍຸບເລີກກົງຈັກການຈັດຕັ້ງ ຂອງບັນດາກົມ, ຫ້ອງການ ແລະ ສະຖາບັນທີ່ຂຶ້ນກັບກະຊວງ ແລະ ຄົ້ນຄວ້າປະກອບຄຳເຫັນຕໍ່ ການສະເໜີຂອງທ້ອງຖິ່ນ; 5. ຄົ້ນຄວ້າ ກຳນົດຕຳແໜ່ງງານ ແລະ ບັນຈຸສັບຊ້ອນພະນັກງານ-ລັດຖະກອນ ເຂົ້າໃສ່ແຕ່ລະຕຳແໜ່ງງານໃຫ້ຖືກກັບເງື່ອນໄຂ ແລະມາດຕະຖານທີ່ໄດ້ກຳນົດໄວ້; 6. ເຂົ້າຮ່ວມກອງປະຊຸມ, ປຶກສາຫາລື, ສະເໜີຄຳຄິດຄຳເຫັນ ທີ່ພົວພັນເຖິງວຽກກົງຈັກ, ການຄຸ້ມຄອງ, ວຽກກໍ່ສ້າງ,ບຳລຸງ ແລະ ພັດທະນາ ພະນັກງານ-ລັດຖະກອນ ແລະ ວຽກນະໂຍບາຍຕາມພາລະບົດບາດ ຂອງກົມ; 7. ຊຸກຍູ້, ຕິດຕາມ, ກວດກາ, ຕີລາຄາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານຂະແໜງວິທະຍາສາດ ແລະ ເຕັກໂນໂລຊີໃນແຕ່ລະໄລຍະ; 8. ຄຸ້ມຄອງ, ນຳໃຊ້ງົບປະມານ, ພາຫະນະ, ອຸປະກອນຕ່າງໆ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວ ແລະ ປະຕິບັດໜ້າທີ່ວຽກງານຂອງກົມໃຫ້ມີປະສິດທິພາບ; 9. ປະສານສົມທົບ, ພົວພັນ ກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດວຽກງານຕາມຂອບເຂດສິດຄວາມຮັບຜິດຊອບຂອງກົມ; 10. ປະຕິບັດສິດອື່ນໆ ຕາມການມອບໝາຍ ຂອງຄະນະນຳກະຊວງ. ແບບແຜນວິທີເຮັດວຽກ ຫ້ອງການຄະນະພັກກະຊວງມີແບບແຜນວິທີເຮັດວຽກ ດັ່ງນີ້: 1. ເນື່ອງຈາກຫົວໜ້າຫ້ອງການຄະນະພັກກະຊວງ ທັງເປັນຮອງຫົວໜ້າກົມຈັດຕັ້ງ ແລະພະນັກງານ, ສະນັ້ນ ທຸກບັນຫາວຽກງານພັກ ທີ່ຈະລາຍງານຕໍ່ກອງປະຊຸມ ຄະນະ ພັກກະຊວງ ຕ້ອງໄດ້ເປັນເອກະພາບພາຍໃນຄະນະກົມຈັດຕັ້ງ ແລະພະນັກງານ ສາກ່ອນ; 2. ເຮັດວຽກມີແຜນການ, ແຜນດຳເນີນງານລະອຽດ, ໂດຍມີຈຸດສຸມ ແລະ ລະດັບຄາດໝາຍເປັນແຕ່ລະໄລຍະ, ປະສານ ແລະ ສົມທົບຢ່າງແໜ້ນແຟ້ນກັບບັນດາໜ່ວຍ ພັກ ແລະ ກົມຈັດຕັ້ງ ແລະພະນັກງານຂອງກະຊວງ; 3. ເຮັດວຽກມີການກວດກາ, ຕິດຕາມຊຸກຍູ້, ສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້-ຜົນເສຍ ພ້ອມທັງປະຕິບັດລະບອບສ່ອງແສງຢ່າງເຂັ້ມງວດ, ການຄົ້ນຄວ້າໃຫ້ ແທດເໝາະກັບຄວາມສາມາດຕົວຈິງ; 4. ປະຕິບັດລະບອບປະຊຸມປະຈຳເດືອນ, 3ເດືອນ, 6 ເດືອນ, ປະຈຳປີ ແລະ ປະຕິບັດລະບອບລາຍງານໃຫ້ຂັ້ນເທິງຂອງຕົນເປັນປົກກະຕິ; 5. ໃນການເຄື່ອນໄຫວວຽກງານ ແມ່ນຖືເອົາການຫັນລົງຮາກຖານຕິດພັນກັບວຽກງານຕົວຈິງ ເພື່ອປັບປຸງວຽກງານຂອງກົມໃຫ້ເຂັ້ມແຂງ ແລະ ປອດໃສ. ວຽກງານບໍລິການ
ໂຄງກາານ ຕ່າງໆຂອງ ກົມຈັດຕັ້ງ ແລະພະນັກງານ |
|||||||||