ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສຳເລັດການເຄື່ອນໄຫວວຽກງານ ຢູ່ ແຂວງ ຫຼວງນໍ້າທາ
ໃນລະຫວ່າງວັນທີ 14-16 ມີນາ 2012 ທີ່ຜ່ານມານີ້, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງນຳໂດຍ ທ່ານ ສຈ. ດຣ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມດ້ວຍຄະນະນຳຂັ້ນກົມ ຈຳນວນໜຶ່ງ ໄດ້ລົງເຄື່ອນໄຫວວຽກງານ ຢູ່ແຂວງ ຫຼວງນໍ້າທາ.
ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອປະກາດການສ້າງຕັ້ງ ຫ້ອງການ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງແຂວງ ຫຼວງນໍ້າທາ ເປັນ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມດຽວກັນນີ້ ຍັງໄດ້ມອບ ພາລະບົດບາດ ແລະ ກາປະທັບໃຫ້ແກ່ພະແນກການດັ່ງກ່າວ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະໃໝ່ ແລະ ແທດເໝາະ ໃນການເຕີບໃຫຍ່ ຂະຫຍາຍໂຕຂອງ ເສດຖະກິດ - ສັງຄົມ, ເວົ້າສະເພາະວຽກງານຂະແໜງການ ວິທະຍາສາດ ແລະ ເຕັກໂນໂລຊີ ປະກອບສ່ວນ ເຂົ້າໃນການພັດທະນາ ແລະ ສ້າງສາ ປະເທດຊາດ ໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນ ປີ 2020. ນອກນັ້ນ ທ່ານກໍຍັງໄດ້ໂອ້ລົມ ແລະ ຮຽກຮ້ອງມາຍັງ ບັນດາພະນັກງານຫຼັກແຫຼ່ງ, ຕະຫຼອດຮອດ ພະນັກງານ-ລັດຖະກອນ ທຸກຄົນ ຍົກສູງຄວາມເປັນເຈົ້າການ ນຳເອົາຄວາມຮູ້ ຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາ ວຽກງານຂອງຂະແໜງການຕົນ, ເພື່ອເຮັດໃຫ້ສັງຄົມເຂົ້າໃຈຕື່ມ ວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ຕິດພັນກັບຊີວິດ ການເປັນຢູ່ຂອງພໍ່ແມ່ປະຊາຊົນໃນແຕ່ລະວັນໃຫ້ນັບມື້ນັບດີຂຶ້ນ, ທັງນີ້ ກໍ່ເພື່ອເຊື່ອມຊຶມຜັນຂະຫຍາຍການຈັດຕັ້ງປະຕິບັດເນື້ອໃນ ຈິດໃຈ ຂອງມະຕິ ກອງປະຊຸມ ໃຫຍ່ຄັ້ງທີ IX ຂອງພັກ ຕາມເປົ້າໝາຍຂອງ 4 ບຸກທະລຸ ຂອງຂົງເຂດຂະແໜງ ການ ວິທະຍາສາດ ແລະ ເຕັກໂນໂລຊີ. ເພື່ອຫັນເອົາວຽກງານດັ່ງກ່າວເຂົ້າໃນຂະບວນການຜະລິດ ຕອບສະໜອງຊີວິດ ການເປັນຢູ່ ຕົວຈິງຂອງ ປະຊາຊົນ ໃຫ້ນັບມື້ດີຂຶ້ນ. ເຂົ້າຮ່ວມພິທີດັ່ງກ່າວ ມີ ທ່ານ ຄຳໝັ້ນ ວັນຄຳ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ, ບັນດາຕ່າງໜ້າພະແນກການຕ່າງໆພາຍໃນແຂວງ ພ້ອມດ້ວຍອ້າຍນ້ອງ ພະນັກງານ ພາຍໃນພະແນກ ຈຳນວນ 40 ກວ່າທ່ານ.

ຂ່າວສານ 
