Alternative flash content

To view this Flash you need Javascript on your browser and updated version of flash player.

Get Adobe Flash player

ແນະນຳ ກ.ວ.ຕ (MOST)

ລົງທະບຽນຜູ້ໃຊ້



Home ຍຸດທະສາດ ແລະ ວິໄສທັດ

ຍຸດທະສາດ ແລະ ວິໄສທັດ

ຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ

ໃນໄລຍະປີ 2013-2020 ແລະ ວິໄສທັດ ເຖິງປີ 2030.

 

 

1. ວິໄສທັດ ແລະ ທັດສະນະຂອງການພັດທະນາ

          ກ. ວິໄສທັດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

          ວິໄສທັດການພັດທະນາ ວິທະຍາສາດ ເເລະ ເຕັກໂນໂລຊີ ຂອງ ສປປ ລາວເຖີງປີ 2020 ເເມ່ນເຮັດໃຫ້ຂະເເໝງ ວິທະຍາສາດ ເເລະ ເຕັກໂນໂລຊີ ກາຍເປັນ ກຳລັງເເຮງ ເເລະ ພາຫານະ ບຸກທະລຸ ທີ່ມີປະສິດທິຜົນສູງ, ເພື່ອຊຸກຍູ້ ເເລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໜັ້ນທ່ຽງ ເເລະ ຍືນຍົງ, ເຮັດໃຫ້ ສປປ ລາວ ບັນລຸເປົ້າໜາຍສະຫະສະວັດ ດ້ານການພັດທະນາ ເເລະ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2020, ສ້າງພື້ນຖານອັນໝັກເເໝ້ນ ໃຫ້ເເກ່ປະເທດເຮົາໃນການຫັນເປັນອຸດສາຫະກຳ ເເລະ ທັນສະໄໜຢ່າງມີຄວາມກົມກຽວ ເເລະ ສົມສ່ວນ ລະຫວ່າງ ການພັດທະນາເສດ ຖະກິດ ກັບ ການພັດພະນາວັດທະນະທຳ-ສັງຄົມ ເເລະ ການປົກປັກປັກສາສະພາບເເວດລ້ອມທຳມະຊາດໃຫ້ຍືນຍົງ, ຮັບປະກັນສະຖຽນລະພາບທາງການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກເເໜ້ນ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບພາກພື້ນ ເເລະ ສາກົນ.

          ຮອດປີ 2030 ຈະເຮັດໃຫ້ພື້ນຖານທາງດ້ານວິທະຍາສາດ ເຕັກໂນໂລຊີ ເເລະ ນະວັດຕະກຳຂອງ ສປປ ລາວ ມີຄວາມເຂັ້ມແຂງ, ກ້າວໜ້າທັນສະໄໜ ເທົ່າ ທຽມກັບບັນດາປະເທດໃນພາກພື້ນ, ເຮັດໃຫ້ບາງຂະແໝງການທີ່ເປັນທ່າເເຮງ ສາມາດເປັນເຈົ້າການຄົ້ນຄວ້າ-ດັດປັບນຳໃຊ້ ເເລະ ປະດິດສ້າງເຕັກໂນໂລຊີໃໜ່ ເພື່ອຍູ້ ໜູນໃຫ້ເເກ່ການເລັ່ງລັດພັດທະນາປະເທດດ້ວຍເສດຖະກິດເເຫ່ງພູມປັນຍາ.

 

          ຂ. ທັດສະນະຂອງການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

          -ການພັດທະນາດ້ານວິທະຍາສາດແລະ ເຕັກໂນໂລຊີ ຄຽງຄູ່ກັບພັດທະນາການສຶກສາທາງດ້ານ ວິທະຍາສາດທຳມະຊາດ ເເລະ ດ້ານວິທະຍາສາດສັັງຄົມ ເປັນ ນະໂຍບາຍເເຫ່ງຊາດທີ່ສໍາຄັນ, ເປັນກຳລັງເເຮງຕົ້ນຕໍ ໃນການພັດທະນາປະເທດໃຫ້ກ້າວໝ້າໄວ ເເລະ ໜັ້ນຄົງ. ການພັດທະນາດ້ານວິທະຍາ ສາດ ແລະ ເຕັກໂນໂລຊີ ຮັບປະກັນໃຫ້ເເກ່ການສ້າງເສດຖະກິດ-ສັັງຄົມ ໃຫ້ມີຄຸນນະພາບ ເເລະ ສະເຖຍລະພາບ ໂດຍມີການເຊື່ອມໂຍງຢ່າງເປັນເຈົ້າການ ກັບເສດຖະກິດຂອງໂລກ ເເລະ ພາກພື້ນເພື່ອຮອງຮັບກັບການປ່ຽນເເປງຂອງດິນຟ້າອາກາດ, ການປ່ຽນແປງຂອງປະຊາກອນ ເເລະເສດຖະກິດຂອງໂລກ, ເອົາໃຈໃສ່ການພັດທະນາຊັບພະຍາກອນມະ ນຸດດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ການພັດທະນາປັດໄຈໂຄງລ່າງພື້ນຖານດ້ານວິທະຍາສາດ ເເລະ ເຕັກໂນໂລຊີ ເພື່ອເພີ່ມຄວາມເຂັ້ມເເຂງໃນການພັດທະນາ ເສດຖະກີດ-ສັງຄົມຂອງປະເທດ;

          - ວິທະຍາສາດ ເເລະ ເຕັກໂນໂລຊີ ມີບົດບາດສຳຄັນໃນການພັດທະນາເສດຖະກິດ ແບບກ້າວກະໂດດຈາກເສດຖະກິດກຸ້ມຕົນເອງແບບທຳມະຊາດ ໄປສູ່ເສດ ຖະກິດຕະຫລາດ, ເພີ່ມຜົນການຜະລິດ, ປ່ຽນແປງກົນໄກ, ເພີ່ມຄວາມສາມາດເເຂ່ງຂັນ ເເລະ ຊຸກຍູ້ຂະບວນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໜຂອງ ປະເທດເຮົາ.

      -ລັດ ເເລະ ບັນດາຫົວໝ່ວຍທຸລະກິດ ລ້ວນເເຕ່ມີໝ້າທີ່ໃນການລົງທຶນຟັດທະນາ ວິທະຍາສາດ ເເລະ ເຕັກໂນໂລຊີ. ໃນສະເພາະໜ້າ, ໜ້າທີ່ຕົ້ນຕໍຕ້ອງ ສຸມໃສ່ປ່ຽນເເປງໃໝ່ ລະບົບກົງຈັກການຈັດຕັ້ງ, ກົນໄກການຄຸ້ມຄອງ ແລະ ການເຄື່ອນໄຫວຄົ້ນຄວ້ານຳໃຊ້ວິທະຍາສາດຢ່າງເປັນລະບົບຄົບຊຸດ; ພັດທະນາຢ່າງມີຈຸດ ສຸມ, ເພີ່ມທະວີທ່າເເຮງວິທະຍາສາດ ເເລະ ເຕັກໂນໂລຊີ, ຊຸກຍູ້ຢ່າງແຂງແຮງການຄົ້ນຄວ້ານຳໃຊ້ ໂດຍສົມທົບກັບບັນດາຂະເເໜງການ ເເລະ ທ້ອງຖິ່ນ;

          - ພັດທະນາການຕະຫຼາດ ເເລະ ການໃຫ້ບໍລິການດ້ານວິທະຍາສາດ ເເລະ ເຕັກໂນໂລຊີ ເພື່ອຊຸກຍູ້ສົ່ງເສີມຫົວຄ່ິດປະດິດສ້າງຂອງນັກຄົ້ນຄວ້າວິທະຍາສາດ ເເລະ ຜົນສຳເລັດຂອງການຄົ້ນຄວ້ານຳໃຊ້;

- ສົ່ງເສີມການນຳເຂົ້າ ແລະ ຖ່າຍທອດວິທະຍາສາດ ເເລະ ເຕັກໂນໂລຊີຈາກສາກົນ ເພື່ອເປັນການກະຕຸ້ນໃຫ້ ເສດຖະກິດ-ສັງຄົມເເຫ່ງຊາດ ມີການພັດທະນາ ໄວ,ເຮັດໃຫ້ລະດັບວິທະຍາສາດ ແລະເຕັກໂນໂລຊີ ຂອງປະເທດເຮົາ ຢັບມໍ່ໃກ້ກັບສາກົນ; ການນຳເຂົ້າວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງປະຕິບັດຢ່າງເປັນເຈົ້າການ ເລືອກເຟັ້ນ, ມີຫົວຄິດປະດິດສ້າງ, ຮັບປະກັນຄວາມເປັນເອກະລາດຂອງຊາດ, ເປັນເຈົ້າຕົນເອງ, ຮັບປະກັນຄວາມປອດໄພ ແລະ ຄວາມໜັ້ນຄົງຂອງຊາດ, ບໍ່ສົ່ງຜົນກະ ທົບຕໍ່ສິ່ງເເວດລ້ອມ, ຮັບປະກັນການພັດທະນາປະເທດເເບບຍືນຍົງ ເເລະ ຄວາມສະເໜີພາບ ຕ່າງຝ່າຍຕ່າງມີຜົນ.໌

 

2. ເປົ້າໝາຍລວມ

          ການພັດທະນາດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ຈະຕ້ອງໃຫ້ເປັນລະບົບຄົບຊຸດ ແລະ ເປັນກຳລັງເເຮງຕົ້ນຕໍ ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການຕົ້ນຕໍຂອງປະເທດຊາດ ໃນການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ມີຄວາມໝັ້ນຄົງ ເເລະ ພັດທະນາເເບບຍືນຍົງ, ເຮັດໃຫ້ ປະເທດຊາດ ຫຼຸດ ພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ໃນປີ 2020;ເມື່ອຮອດປີ 2030 ການພັດທະນາວິທະຍາສາດ, ເຕັກໂນໂລຊີ ເເລະ ນະວັດຕະກຳ ໃນບາງຂະເເໜງ ການ ຂອງ ສປປ ລາວ ໃຫ້ມີລະດັບກ້າວໜ້າທັນສະໄໝ ໂດຍເປັນເຈົ້າການຄົ້ນຄວ້າ-ນຳໃຊ້ ແລະ ປະດິດສ້າງເຕັກໂນໂລຊີໃໝ່ ເພື່ອເລັ່ງລັດພັດທະນາປະເທດ ໃຫ້ທຽບ ທັນກັບປະເທດຕ່າງໆ ໃນພາກພື້໌ນ ແລະ ສາກົນ.

 

3. ຄາດໝາຍສູ້ຊົນ

          ການພັດທະນາວິທະຍາສາດ ເຕັກໂນໂລຊີ ເເລະ ນະວັດຕະກຳ ຂອງ ສປປ ລາວ ຈະຕ້ອງບັນລຸຕາມຄາດໝາຍຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ປະຊາຊົນປະຕີວັດລາວວາງອອກ ເພື່ອຜັນຂະຫຍາຍເນື້ອໃນບຸກທະລຸທັງ 4 ດ້ານ, ເເຜນພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ 5 ປີ ຄັ້ງທີ VIl (2011-2015) ແລະ ເເຜນຍຸດທະສາດ ດ້ານການພັດທະນາເສດຖະກິດ-ສົງຄົມ ແຫ່ງຊາດ ປີ 2002-2020 ໂດຍມີຄາດໜາຍສູ້ຊົນ ດັ່ງນີ້:

          - ຮອດປີ 2020, ການຄົ້ນຄວ້ານຳໃຊ້ ວິທະຍາສາດ ເຕັກໂນໂລຊີ ເເລະ ນະວັດຕະກໍາ ຈະຕ້ອງປະກອບສ່ວນສ້າງມູນຄ່າເພີ່ມຂອງຜົນຜະລິດ ເຮັດໃຫ້ເສດຖະ ກິດເເຫ່ງຊາດ ມີການຂະຫຍາຍຕົວຢ່າງຕໍ່ເນຶ່ອງ ເເລະ ໝັ່ນທ່ຽງ, ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃນລະດັບສູງກວ່າ 8% ຕໍ່ປີ ໂດຍມີການຮັກສາມູນ ເຊື້ອວັດທະນາທຳອັນດີງາມຂອງຊາດ, ພັດທະນາສັງຄົມ ເເລະ ຮັກສາສິ່ງເເວດລ້ອມເຮັດໃຫ້ຄຸນນະພາບຊີວິດຂອງປະຊາຊົນດີຂຶ້ນ, ປະກອບສ່ວນຫຼຸດອັດຕາສ່ວນຄອບ ຄົວທຸກຍາກ ລົງຕາມຄາດໝາຍທີ່ກຳນົດໄວ້ໃນມະຕິ 9 ຂອງພັກ (10% ໃນປີ 2015 ເເລະ ໃນປີ 2020 ບໍ່ມີຄອບຄົວທຸກຍາກ);

       - ສູ້ຊົນລົງທຶນໃສ່ການຄົ້ນຄວ້າ-ພັດທະນາວິທະຍາສາດ ເເລະ ເຕັກໂນໂລຊີໃນປີ 2012 ໃຫ້ໄດ້ 0.04 % ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຫຼືເທົ່າກັບ 1% ຂອງມູນຄ່າການລົງທຶນຂອງລັດ. ຮອດປີ 2015 ໃຫ້ບັນລຸໄດ້ 0.5 % ຂອງ GDP ເເລະ ພັກດັນໃນປີ 2020 ໃຫ້ໄດ້ 1% ຂອງລວມຍອດຜະລີດຕະ ພັນພາຍໃນ (GDP) [ທາງເລືອກລະດັບສູງ].[ຖ້າລະດັບກາງ: ຮອດປີ 2015 ໃຫ້ບັນລຸ 0.3% ຂອງ GDP ເເລະ ຮອດປີ 2020 ໃຫ້ບັນລຸ 0.8% ຂອງ GDP]. [ຖ້າລະດັບຕໍ່າ: ຮອດປີ 2015 ໃທ້ບັນລຸ  0.2 % ຂອງ GDP ແລະ ຮອດປີ 2020 ໃຫ້ບັນລຸ 0.45 % ຂອງ GDP]. ສ້າງພື້ນຖານໂຄງລ່າງການຄົ້ນຄວ້າ-ພັດທະນາ ວິທະຍາສາດ ເຕັກໂນໂລຊີ ເເລະ ນະວັດຕະກຳ ໃນປີ 2015 ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ແລະ ໃນປີ 2020 ສ້າງໄດ້ນັກຄົ້ນຄວ້າ, ນັກວິທະຍາສາດ ສົມທົບກັບ ພູມປັນຍາ ເເລະ   ຫົວຄິດປະດິດສ້າງຂອງຄົນລາວ ເພື່ອປະກອບສ່ວນຊຸກຍູ້ການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໜ ແລະ ສາມາດເຊື່ອມໂຍງກັບສາ ກົນຢ່າງເປັນເຈົ້ົ້າການ;

          - ສູ້ຊົນເຮັດໃຫ້ທົ່ວສັງຄົມ ປະກອບສ່ວນເຂົ້າໃນການປ່ຽນເເປງໃໝ່ດ້ານເຕັກໂນໂລຊີ ໃຫ້ນັບມື້ນັບເພີ່ມຂຶ້ນ, ເຮັດໃຫ້ການລົງທຶນຂອງລັດ ເຂົ້າໃນການພັດທະ ນາເຕັກໂນໂລຊີ ມີທ່າອ່ຽງຫຼຸດລົງໃນເເຕ່ລະປີ, ຮອດປີ 2015 ມີປະມານ 80% ຂອງງົບປະມານການລົງທຶນ ແລະ ຮອດປີ 2020 ໃຫ້ຍັງເຫຼືອປະມານ 60% ຂອງງົບປະ ມານການລົງທຶນ;ກົງກັນຂ້າມເຮັດໃຫ້ການລົງທຶນຂອງສັງຄົມ ມີທ່າອຽ່ງເພີ່ມຂຶ້ນ ໃນແຕ່ລະປີ, ຮອດປີ 2015 ກວມປະມານ 20% ຂອງງົບປະມານການລົງທຶນ ເເລະ ຮອດປີ 2020 ໃຫ້ເພີ່ມຂຶ້ນໄດ້ປະມານ 40%;

- ອັດຕາສ່ວນປັນຜົນຂອງພາກສ່ວນທຸລະກິດ ໃຫ້ລົງທຶນໃສ່ການພັດທະນາວິທະຍາສາດ ເເລະເຕັກໂນໂລຊີໃນປີ 2015 ໃຫ້ໄດ້ 5% ຂອງລາຍຮັບທຸລະກິດ ເເລະ ໃນປີ 2020 ໃຫ້ໄດ້ 15% ຂອງລາຍຮັບທຸລະກິດ; ເພີ່ມອັດຕາການລົງທຶນໃສ່ການຄົ້ນຄວັາວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ເເລະ ນະວັດຕະກຳ ໃຫ້ໄດ້ 1%ຂອງພາກສ່ວນທຸລະກິດ ໃນປີ 2015 ເເລະ ໃນປີ 2020 ໃຫ້ໄດ້ 3% ຂອງພາກສ່ວນທຸລະກິດ;

          - ສູ້ຊົນກໍ່ສ້າງພະນັກງານທີ່ເປັນນັກຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ຈາກຕົວເລກສຳຫຼວດໃນປີ 2010 ມີຈຳນວນ 1,1 ຄົນ/10.000 ຄົນ, ເເຕ່ໃນປີ 2015 ຈະຕ້ອງໃຫ້ບັນລຸໄດ້ 3,3 ຄົນ/10,000 ຄົນ ແລະ ໃຫ້ໄດ້ ຈຳນວນ 11 ຄົນ/10,000 ຄົນໃນປີ 2020 [ທາງເລືອກລະດັບສູງ]. [ລະດັບກາງ: ຈຳນວນ 2,86 ຄົນ/ 10,000 ຄົນ ໃນປິ 2015 ເເລະ ຈໍານວນ 8,25 ຄົນ/10,000 ຄົນ ໃນປີ 2020]; [ລະດັບຕໍ່າ: 2,53 ຄົນ/10,000 ຄົນ ໃນປີ 2015 ແລະ ຈຳນວນ 7,26 ຄົນ/10,000 ຄົນ ໃນປີ 2020]; ການກໍ່ສັາງ ເເລະ ຍົກລະດັບນັກວິສະວະກອນທີ່ມີອາຊີບ ເເລະ ສີມື, ນັກການຊ່າງຊຳນານງານ, ຜູ້ປະກອບການ ເເລະ ນັກພູມປັນຍາ ຊາວບ້ານ ທີ່ມີຄວາມຮູ້ດັ່ງເດີມອັນເປັນມູນເຊື້ອທາງວິທະຍາສາດທີ່ມີຄຸນນະພາບ ສາມາດເຂົ້າຮ່ວມການຄຸ້ມຄອງ ເເລະ ຂະບວນດຳເນີນການຜະລິດນໍາໃຊ້ ເຕັກນິກ- ເຕັກໂນໂລຊີ ລະດັບສູງຢູ່ບັນດາຂະເເໝງການ, ທ້ອງຖິ່ນ ເເລະ ເຂດຈຸດສຸມພັດທະນາຂອງພັກ ເເລະ ລັດຖັບານ;

          - ສູ້ຊົນສ້າງພື້ນຖານໂຄງລ່າງ ຮອດປີ 2015, ປະກອບພື້ນຖານໂຄງລ່າງ ເເລະ ອຸປະກອນທີ່ຈຳເປັນໃສ່ບັນດາສະຖາບັນຄົ້ນຄວ້າວິທະຍາສາດ ເເລະ ພັດທະນາ ເຕັກໂນໂລຊີຂອງຂະເເໜງການ, ໂດຍມີການພົວພັນ ເເລະ ຮ່ວມມືກັບບັນດາມະຫາວິທະຍາໄລຕ່າງໆ. ຮອດປີ 2020, ສ້າງຕັ້ງສະຖາບັນໃນລະດັບຊາດ ທີ່ເຮັດການຄົ້ນ ຄວ້າວິທະຍາສາດ ການດັດປັບ-ນຳໃຊ້ ເເລະ ການບໍລິການໃຫ້ໄດ້ 3 ແຫ່ງ (ຕັ້ງຢູ່ ພາກເໜືອ, ພາກກາງ ເເລະ ພາກໃຕັ),ໂດຍມີການພົວພັນ ແລະ ຮ່ວມມືກັບບັນດາສະ ຖາບັນຄົ້ນຄວ້າ ວິທະຍາສາດຂອງ ຂະແໝງການ ແລະ ມະຫາວິທະຍາໄລຕ່າງໆ, ສ້າງຄວາມເຂັ້ມແຂງດ້ານພື້ນຖານໂຄງລ່າງການຄົ້ນຄວ້າ-ພັດທະນາວິທະຍາສາດ ເຕັກ ໂນໂລຊີ ເເລະ ນະວັດຕະກຳ ໂດຍສູ້ຊົນສ້າງສະຖາບັນຄົ້ນຄ້ວາວິທະຍາສາດລະດັບຊາດ ທີ່ມີຄວາມກ້າວໜ້າທັນສະໄໝ ທຽບເທົ່າໃນຂົງເຂດອາຊຽນ ໃຫ້ບັນລຸໄດ້ ຈຳນວນ 1 ແຫ່ງ ໃນປີ 2015 ແລະ ຮອດປີ 2020 ໃຫັບັນລຸໄດ້ ຈໍານວນ 2 ເເຫ່ງ;

          - ສູ້ຊົນປັບປຸງ ແລະ ສ້າງກົນໄກການຄຸ້ມຄອງ ສົ່ງເສີມວິທະຍາສາດ ເຕັກໂນໂລຊີ ເເລະ ພັດທະນາລະບົບນະວັດຕະກໍາຂອງປະເທດຮອດປີ 2015 ໃຫ້ສຳເລັດ ໂດຍພື້ນຖານກຽ່ວກັບບັນດານະໂຍ ບາຍ, ກົດໜາຍ ເເລະ ນິຕິກຳທີ່ເປັນລະບົບຄົບຊຸດ. ເເຕ່ປິ 2016-2020 ບັນດານິຕິກໍາກຽ່ວກັບການຈັດຕັ້ງ, ຄຸ້ມຄອງວິທະຍາສາດ, ເຕັກໂນໂລຊີ ເເລະ ນະວັດຕະກຳ ໃຫ້ເປັນລະບົບຄົບຊຸດ ແລະ ສາມາດເຊື່ອມໂຍງ ກັບບັນດາປະເທດ ອາຊຽນ, ທັງໄດ້ຮັບການໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ເປັນ ເອກະພາບ ໃນທົ່ວປະເທດ,.

          - ສູ້ຊົນເພີ່ມຜົນການຄົ້ນຄວ້າ-ພັດທະນາວິທະຍາສາດ ເເລະ ເຕັກໂນໂລຊີ ທີ່ນຳໄປເຜີຍແຜ່ ເປັນທີ່ຍອມຮັບຈາກສັງຄົມ ເເລະ ໃນລະດັບສາກົນ. ໃນປີ 2015 ໃຫ້ໄດ້ປະມານ 2-3 ເທື່ອ ຂອງປີ 2011 ເເລະຮອດປີ 2020 ໃຫ້ໄດ້ 5 ເທື່ອຂອງປີ 2016.